ບັນຫາການຂາດແຄນແຮງງານ ຢູ່ປະເທດເຮົາເກີດມາຈາກຫລາຍສາເຫດ ແຕ່ສິ່ງທີ່ສະແດງອອກຢ່າງຊັດເຈນແມ່ນຕະຫລາດແຮງງານຢູ່ຕ່າງປະເທດ ກໍມີຄວາມຕ້ອງການແຮງງານລາວ ພາໃຫ້ເກີດການແກ່ງແຍ່ງແຂ່ງຂັນ ຂອງຕະຫລາດແຮງງານ ເຮັດໃຫ້ຜູ້ອອກແຮງງານ ມີທາງເລືອກດ້ານເງິນເດືອນ ແລະ ສະຫວັດດີການແຮງງານຫລາຍຂຶ້ນ ຈຶ່ງເກີດມີບັນຫາ ການເຄື່ອນຍ້າຍແຮງງານລາວໄປຕ່າງປະເທດ. ໃນນັ້ນຂະແໜງຕັດຫຍິບ ກໍໄດ້ຮັບຜົນກະທົບຕໍ່ບັນຫາຂາດແຮງງານເຊັ່ນກັນ.
ທ່ານ ໄຊບັນດິດ ຣາຊະພົນ ປະທານສະມາຄົມອຸດສາຫະກຳຕັດຫຍິບລາວ ໄດ້ຍົກໃຫ້ເຫັນວ່າ: ນອກຈາກໄດ້ຮັບຜົນກະທົບ ຈາກບັນຫາເຄື່ອນຍ້າຍແຮງງານແລ້ວ ຂະແໜງຕັດຫຍິບຍັງໄດ້ຮັບຜົນກະທົບ ຈາກການຫັນປ່ຽນອາຊີບຕັດຫຍິບ ໄປອອກແຮງງານໃນຂົງເຂດອື່ນ ເນື່ອງຈາກໃນປັດຈຸບັນ ຫົວໜ່ວຍທຸລະກິດດ້ານການບໍລິການ ມີການຂະຫຍາຕົວຢ່າງກວ້າງຂວາງ ແລະ ວຽກການບໍລິການ ສ່ວນຫລາຍຈະພົວພັນກັບຄວາມສວຍງາມ, ອາຫານການກິນ ແລະ ການທ່ອງທ່ຽວ ເປັນຕົ້ນຕໍ ເມື່ອທຽບໃສ່ວຽກງານຕັດຫຍິບແລ້ວ ຖືວ່າເປັນວຽກທີ່ເບົ່າກວ່າ ຈຶ່ງກາຍເປັນແຮງຈູງໃຈ ໃຫ້ຜູ້ອອກແຮງງານໃນຂະແໜງຕັດຫຍິບ ທີ່ເປັນໄວໜຸ່ມ ແລະ ເພດຍິງ ຫັນປ່ຽນອາຊີບທີ່ເໝາະສົມກັບຕົນເອງ ຈຶ່ງເຮັດໃຫ້ແຮງງານ ໃນຂົງເຂດອຸດສາຫະກຳຕັດຫຍິບຫລຸດລົງ ເຊິ່ງໃນປັດຈຸບັນແຮງງານໃນຂົງເຂດອຸດສາຫະກຳຕັດຫຍິບ ມີພຽງ 28 ພັນກວ່າຄົນ ແລະ ມີຄວາມຕ້ອງການເພີ່ມ ຫລາຍກວ່າ 30 ພັນຄົນ ຈຶ່ງຈະພຽງພໍກັບກຳລັງການຜະລິດ.
ທ່ານ ປະທານສະມາຄົມອຸດສາຫະກຳຕັດຫຍິບລາວ ກ່າວວ່າ: ບັນຫາຂາດແຄນແຮງງານ ໄດ້ສົ່ງຜົນໃຫ້ການສົ່ງອອກ ຂອງຂະແໜງອຸດສາຫະກຳຕັດຫຍິບ ໃນປີນີ້ຫລຸດລົງ 7,25% ເນື່ອງຈາກກຳລັງການຜະລິດ ບໍ່ສາມາດສະໜອງກັບກຳລັງການສັ່ງຊື້ ທີ່ມີຈຳນວນຫລາຍ. ເພື່ອແກ້ໄຂສະພາບດັ່ງກ່າວ ທາງສະມາຄົມອຸດສາຫະກຳຕັດຫຍິບລາວ ໄດ້ສົບທົບກັບຂະແໜງການກ່ຽວຂ້ອງ ໂດຍສະເພາະແມ່ນ ສູນພັດທະນາສີມືຕັດຫຍິບ ເພື່ອຈັດຊຸດອົບຮົມ ໃນການພັດທະນາສີມືແຮງງານດ້ານການຕັດຫຍິບ ໃຫ້ມີຄຸນນະພາບສູງຂຶ້ນ, ໄດ້ປະຕິບັດນະໂຍບາຍ ເພີ່ມຄ່າແຮງງານຂັ້ນຕ່ຳ, ເພີ່ມເງິນຂະຫຍັນ, ເງິນລ່ວງເວລາ ແລະ ປະຕິບັດນະໂຍບາຍ ດ້ານສະຫວັດດີການສັງຄົມ ເພື່ອດຶງດູດແຮງງານ ໃຫ້ເຂົ້າມາໃຊ້ແຮງງານໃນຂະແໜງຕັດຫຍິບ ໃຫ້ຫລາຍຂຶ້ນ.
ແຫລ່ງຂ່າວ: