spot_img
Homeຂ່າວທ້ອງຖິ່ນປະດັບຫຼຽນ ແລະ ຍ້ອງຍໍບຸກຄົນທີ່ມີຜົນງານໃນການສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນ ລາວ-ໄທ

ປະດັບຫຼຽນ ແລະ ຍ້ອງຍໍບຸກຄົນທີ່ມີຜົນງານໃນການສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນ ລາວ-ໄທ

Published on

ເພື່ອສະແດງເຖິງຜົນງານຂອງອ້າຍນ້ອງພະນັກງານວິຊາການ ໃນການປະກອບສ່ວນເຂົ້າໃນວຽກງານການສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນທາງບົກຮ່ວມລະຫວ່າງ ລາວ-ໄທ ນັບແຕ່ປີ 2010-2015 ດັ່ງນັ້ນ ກະຊວງການຕ່າງປະເທດ ຈິ່ງໄດ້ຕາງໜ້າປະດັບຫຼຽນໄຊ ຫຼຽນກາ ແລະ ມອບໃບຍ້ອງຍໍໃຫ້ແກ່ຜູ້ມີຜົນງານດັ່ງກ່າວ ເຊິ່ງໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 08 ເມສາ 2016 ຜ່ານມາ ທີ່ສະໂມສອນເມືອງໂພນທອງ ແຂວງຈໍາປາສັກ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ສະເຫຼີມໄຊ ກົມມະສິດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຜູ້ຊີ້ນໍາວຽກງານປັກຫຼັກໝາຍຊາຍແດນ ລາວ-ໄທ ທ່ານ ສົມສະໜິດ ວຸດຕິວົງ ຮອງເຈົ້າແຂວງໆຈໍາປາສັກ ມີບັນດາການນໍາຂັ້ນສູນກາງ ທ່ານເຈົ້າເມືອງ ພ້ອມດ້ວຍພະນັກງານ ວິຊາການທີ່ກ່ຽວຂ້ອງເຂົ້າ.

ສໍາລັບບຸກຄົນຜູ້ທີ່ມີຜົນງານໄດ້ຮັບໃບຍ້ອງຍໍຈາກປະທານປະເທດ ແຫ່ງ ສປປ.ລາວ ປະກອບມີ ການປະດັບຫຼຽນໄຊອິດສະຫຼະ ຊັ້ນ II ໃຫ້ແກ່ 3 ທ່ານ ຫຼຽນໄຊອິດສະຫຼະ ຊັ້ນ III ໃຫ້ແກ່ 9 ທ່ານ ແລະ 4 ກົມກອງ ປະດັບຫຼຽນໄຊແຮງງານ ຊັ້ນ II ໃຫ້ແກ່ 9 ທ່ານ ແລະ 6 ກົມກອງ ປະດັບຫຼຽນໄຊແຮງງານ ຊັ້ນ III ໃຫ້ແກ່ 28 ທ່ານ 8 ກົມກອງ ແລະ ຍ້ອງຍໍຈາກນາຍົກລັດຖະມົນຕີ ແຫ່ງ ສປປ.ລາວ ປະກອບມີ ຫຼຽນໄຊແຮງງານ 55 ທ່ານ ແລະ ໃບຍ້ອງຍໍຂັ້ນລັດຖະບານ 70 ທ່ານແກ່ຜູ້ທີ່ມີຜົນງານໃນວຽກງານດັ່ງກ່າວ.

ໃນພິທີ ທ່ານ ແພງສະຫວັນ ແກ້ວປະເສີດ ຫົວໜ້າຫ້ອງການຄະນະກໍາມະການຊາຍແດນແຫ່ງຊາດ ກະຊວງການຕ່າງປະເທດ ໄດ້ລາຍງານກ່ຽວກັບຜົນສໍາເລັດຂອງການສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນທາງບົກຮ່ວມ ລາວ-ໄທ ຕັ້ງແຕ່ປີ 2010 ເຖິງປັດຈຸບັນ ເຊິ່ງການປັກຫຼັກໝາຍຊາຍແດນດັ່ງກ່າວ ໄດ້ເລີ່ມມາແຕ່ຕົ້ນເດືອນພຶດສະພາ 1997 ເປັນຕົ້ນມາ ມາຮອດປັດຈຸບັນ ທັງສອງຝ່າຍໄດ້ຮ່ວມກັນສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນໃນພູມີປະເທດໂຕຈິງສໍາເລັດແລ້ວຈໍານວນ 210 ຫຼັກໝາຍ ຮວມຄວາມຍາວຂອງເສັ້ນຊາຍແດນປະມານ 676 ກີໂລແມັດ ເທົ່າກັບ 93% ຂອງລວງຍາວເສັ້ນຊາຍແດນທາງບົກ ແລະ ທາງນໍ້າທີ່ລວງຍາວທັງໝົດປະມານ 1.835 ກີໂລແມັດ.
ຂ່າວ/ພາບ: ໂພທິຣາຊ
ຂ່າວຈາກ: ວິທະຍຸ-ໂທລະພາບນະຄອນຫຼວງ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...