spot_img
Homeຂ່າວຕ່າງປະເທດປະທານາທິບໍດີມຽນມາ ອະໄພຍະໂທດນັກໂທດ 83 ຄົນ ເນື່ອງໃນໂອກາດ ວັນປີໃໝ່ຂອງຊາດ!

ປະທານາທິບໍດີມຽນມາ ອະໄພຍະໂທດນັກໂທດ 83 ຄົນ ເນື່ອງໃນໂອກາດ ວັນປີໃໝ່ຂອງຊາດ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 17 ເມສາຜ່ານມານີ້ວ່າ ທ່ານ ຖິ່ນຈໍ ປະທານາທິບໍດີມຽນມາ ໄດ້ອອກຖະແຫລງການ ໃນວັນຂຶ້ນປີໃໝ່ຂອງຊາວມຽນມາ ເມື່ອວັນທີ 17 ເມສາ 2016 ນີ້ວ່າ ໄດ້ມີການໃຫ້ອະໄພຍະໂທດ ແກ່ນັກໂທດຈຳນວນ 83 ຄົນ ເນື່ອງໃນໂອກາດປີໃໝ່ມຽນມາ ຊຶ່ງເປັນຄວາມຕັ້ງໃຈ ທີ່ຈະເຮັດໃຫ້ປະຊາຊົນຮູ້ສຶກມີຄວາມສຸກ ແລະ ສົ່ງເສີມຄວາມສາມັກຄີປອງດອງ ໃນໄລຍະປີໃໝ່.

ທັງນີ້ ຄຳກ່າວສູນທອນພົດ ເນື່ອງໃນໂອກາດປີໃໝ່ມຽນມາ ທີ່ມີການຖ່າຍທອດສົດທາງໂທລະພາບ ທ່ານປະທານາທິບໍດີມຽນມາ ກໍໄດ້ເນັ້ນຢ້ຳຄວາມຕັ້ງໃຈຂອງລັດຖະບານໃໝ່ ໃນການປ່ອຍຕົວນັກໂທດການເມືອງ ທີ່ຖືກຈຳຄຸກຢູ່ໃນປັດຈຸບັນ ຕາມນະໂຍບາຍຂອງພັກ NLD ຂອງທ່ານນາງ ອອງຊານ ຊູຈີ.

 

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...