spot_img
Homeຂ່າວທ້ອງຖິ່ນອຸ­ດົມ​ໄຊ ຫຼາຍ​ຈຸດ​ຮັບ​ຜົນກະ­ທົບ​ຈາກ​ຝົນ­ຕົກ-ລົມ​ແຮງ

ອຸ­ດົມ​ໄຊ ຫຼາຍ​ຈຸດ​ຮັບ​ຜົນກະ­ທົບ​ຈາກ​ຝົນ­ຕົກ-ລົມ​ແຮງ

Published on

 

ທ້າຍ​ອາ­ທິດ ຜ່ານ​ມາ​ປະ­ຊາ­ຊົນຊາວ​ແຂວງ​ອຸ­ດົມ​ໄຊ ໄດ້​ຮັບ​ຜົນ​ກະ­ທົບຫຼາຍ​ຈຸດ​ເນື່ອງ​ຈາກ​ລົມ​ແຮງ ແລະ​ຝົນຕົກ​ໜັກ​ເຮັດ​ໃຫ້​ບັນ­ດາ​ຕົ້ນ­ໄມ້ ແລະ​ປ້າຍໂຄ­ສະ­ນາ​ຕ່າງໆ​ລົ້ມ​ທັບ​ສາຍ​ໄຟ ແລະ​ຕາ​ຂ່າຍ​ໄຟ­ຟ້າໄດ້​ຮັບ​ຜົນ​ເສຍ​ຫາຍ​ພໍ​ສົມຄວນ​ເປັນ​ສາ­ເຫດ​ເຮັດ​ໃຫ້​ພໍ່​ແມ່​ປະ­ຊາ­ຊົນບໍ່​ມີ​ໄຟ­ຟ້າ​ໃຊ້​ເປັນ​ໄລ­ຍະ​ເວ­ລາ​ໜຶ່ງ.

ທ່ານ ຄຳ​ພຸດ ຈະ­ເລີນ​ສຸກ ຮອງ​ຫົວໜ້າລັດ​ວິ​ສາ​ຫະ​ກິດ​ໄຟ­ຟ້າ​ລາວສາ­ຂາແຂວງ​ອຸ­ດົມ​ໄຊ ໃຫ້​ຮູ້​ວ່າ​ຕາມ​ການ​ລົງ​ສຳຫຼວດ​ຄວາມ​ເສຍ​ຫາຍ​ຕົວ​ຈິງໃນ​ເບື້ອງ ຕົ້ນ​ລວມ​ມີ​ທັງ​ໝົດ 10 ກວ່າ​ຈຸດ​ໜັກ​ກວ່າ​ໝູ່​ແມ່ນ​ຢູ່​ຈຸດ 4 ແຍກ​ໃກ້​ກັບ​ສະໜາມ​ບິນ ໃນ​ນັ້ນ​ທາງ​ຄະ­ນະ​ຮັບ­ຜິດ­ຊອບ ກໍ​ຄື​ບັນ­ດາ​ພະ­ນັກ­ງານ​ວິ­ຊາ​ການ​ໄດ້​ມີການ​ແກ້​ໄຂ​ແລ້ວ​ບາງ​ຈຸດ​ສ່ວນ​ປະ­ຈຸ​ບັນ​ນີ້​ແມ່ນ​ຍັງ​ສືບ­ຕໍ່​ປັບ­ປຸງ​ແກ້​ໄຂ​ລະ­ບົບ​ບັນຫາ​ຂັດ­ຂ້ອງ​ໃນ​ຈຸດ​ຕ່າງໆ​ທີ່​ຍັງ​ເຫຼືອ ເພື່ອສົ່ງ​ກະ­ແສ​ໄຟ​ໃຫ້​ກັບ​ປະ­ຊາ­ຊົນ​ໄດ້​ຊົມ­ໃຊ້​ທັນ​ກັບ​ສະ­ພາບ​ການລວມ​ທັງ​ບັນ­ດາ​ເມືອງອື່ນໆ​ທີ່​ໄດ້​ຮັບ​ຜົນ​ກະ­ທົບ​ເຊັ່ນ​ດຽວ​ກັນ.

ສຳ­ລັບ​ຜົນ​ເສຍ​ຫາຍ​ຈາກ​ເຫດ ຄັ້ງ​ນີ້ ເບື້ອງ​ຕົ້ນ​ຄາດ​ວ່າ​ຈະ​ມີ​ມູນ​ຄ່າ​ສູງ​ເຖິງ 200 ກວ່າ​ລ້ານ​ກີບ. ທ່ານ ຄຳ​ພຸດ ຈະ​ເລີ່ນ​ສຸກ ຍັງ​ກ່າວ​ຕື່ມ ອີ​ກວ່າ​ຈຳ­ນວນ​ຕົວ​ເລກ ແລະ​ຜົນ​ເສຍຫາຍ​ຕົວ​ຈິງ​ແມ່ນ​ຈະ​ໄດ້​ເກັບ​ກຳ ແລະ​ສະຫຼຸບ​ລະ­ອຽດ​ອີກ​ເທື່ອ​ໜຶ່ງ ເພື່ອ​ລາຍ​ງານຕໍ່​ຂັ້ນ​ເທິງ​ຮັບ​ຊາບ​ສ່ວນ​ການ​ກະ­ຈາຍ​ໄຟຟ້າ​ໃຫ້​ແກ່​ປະ­ຊາ­ຊົນ​ໄດ້​ຊົມ­ໃຊ້​ນັ້ນ​ແມ່ນຈະ​ພະ­ຍາ­ຍາມ​ປັບ­ປຸງ ແລະ​ແກ້​ໄຂ​ໃຫ້​ສຳເລັດ​ທັນ​ກ່ອນ​ວັນ​ປີ​ໃໝ່​ລາວ.

ບົດຄວາມຫຼ້າສຸດ

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...

ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ

ພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ. ສະຫະພັນບານເຕະແຫ່ງຊາດລາວຮ່ວມກັບສະຫະພັນບານເຕະນານາຊາດ(FIFA), ອຳນາດການປົກຄອງນະຄອນຫຼວງວຽງຈັນ,ເມືອງໄຊເສດຖາ ແລະ ບ້ານນາຄວາຍໃຕ້ ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA(FIFA Arena Project) ແຫ່ງທຳອິດຂອງ...