ອຸ­ບັດ­ເຫດ​ປີ​ໃໝ່ ພສ 2559 ທົ່ວ​ປະ­ເທດ ມີ​ຜູ້​ເສຍ​ຊີ­ວິດ 23 ຄົນ

0
3513

ໄລ­ຍະ​ສະ­ເຫຼີມ­ສະ­ຫຼອງ​ສົ່ງ​ທ້າຍ​ປີເກົ່າ​ຕ້ອນ­ຮັບ​ປີ​ໃໝ່​ລາວ ພສ 2559 ໃນເວ­ລາ 4 ວັນ​ທົ່ວ​ປະ­ເທດ​ມີ​ອຸ­ບັດ­ເຫດ​ເກີດ​ຂື້ນ​ທັງ​ໝົດ 207 ກໍ­ລະ­ນີ, ເສຍ​ຊີ­ວິດ 23 ຄົນ, ຖ້າ​ທຽບ­ໃສ່​ປີ­ຜ່ານ­ມາ​ຕົວ​ເລກ​ອຸ­ບັດເຫດ​ເພີ່ມ​ຂຶ້ນ​ແຕ່​ຜູ້​ເສຍ​ຊີ­ວິດ​ແມ່ນ​ຫຼຸດ​ລົງ.

   ອີງ​ຕາມ​ການ​ໃຫ້​ຂໍ້​ມູນ​ຈາກກົມ​ໃຫຍ່ຕຳ­ຫຼວດ​ຈະ­ລາ­ຈອນ​ກະ­ຊວງ​ປ້ອງ​ກັນຄວາມ​ສະ­ຫງົບ​ໃຫ້​ຮູ້​ວ່າ: ສະ­ຖິ­ຕິ​ອຸ­ບັດເຫດ​ທົ່ວ​ປະ­ເທດ​ແຕ່​ວັນ​ທີ 13-16 ເມ­ສາ ທີ່​ຜ່ານ​ມາ​ແມ່ນ​ມີ​ອຸ­ບັດ­ເຫດ​ເກີດ​ຂຶ້ນ​ທັງໝົດ 207 ກໍ­ລະ­ນີ ແລະ​ເສຍ​ຊີ­ວິດ 23 ຄົນ, ຖ້າ​ທຽບ­ໃສ່​ປີ­ຜ່ານ­ມາ​ຕົວ​ເລກ​ອຸ­ບັດເຫດ​ເພີ່ມ​ຂຶ້ນ ແລະ​ອັດ­ຕາ​ເສຍ​ຊີ­ວິດ​ແມ່ນຫຼຸດ​ລົງ, ໂດຍ​ໃນ​ປີ­ຜ່ານ­ມາ​ມີ​ອຸ­ບັດ­ເຫດເກີດ​ຂຶ້ນ​ທັງ​ໝົດ 199 ກໍ­ລະ­ນີ ແລະ​ເສຍ​ຊີ ວິດ 26 ຄົນ, ສຳ­ລັບ​ແຂວງ​ທີ່​ເກີດ​ອຸ­ບັດເຫດ​ຫຼາຍ​ກວ່າ​ໝູ່​ແມ່ນ​ນະ­ຄອນ­ຫຼວງ ວຽງ​ຈັນ, ມີ 42 ກໍ­ລະ­ນີ ແລະ​ເສຍ​ຊີ­ວິດ 8 ຄົນ.

ສ່ວນ​ສາ­ເຫດ​ຫຼັກ​ໃນ​ການ​ເກີດ​ອຸ­ບັດ­ເຫດ​ໃນ​ແຕ່​ລະ​ຄັ້ງ​ຍັງ​ແມ່ນ​ບັນ­ຫາ​ການດື່ມ​ສິ່ງ​ມຶນ­ເມົາ​ແລ້ວ​ຂັບ​ຂີ່​ລົດ​ໂດຍ​ປະໝາດ ແລະ​ບໍ່​ປະ­ຕິ­ບັດ​ຕາມ​ກົດ​ລະ­ບຽບຈະ­ລາ­ຈອນ​ຢ່າງ​ເຂັ້ມ​ງວດ, ຂີ່​ລົດ​ໄວ​ເກີນຄວນ ແລະ​ແຊງ​ບໍ່​ຮັບ­ປະ­ກັນ.

ແນວ­ໃດ​ກໍ​ດີ​ນັກ​ຂັບ​ຂີ່ ຫຼື ຜູ້​ຊົມ­ໃຊ້ ຍານ​ພາ­ຫາ​ນະ​ໃນ​ທ້ອງ​ຖະ­ໜົນ, ຫົນ­ທາງຕ່າງໆ​ຈົ່ງ​ພ້ອມ​ກັນ​ມີ​ສະ­ຕິ ແລະ​ເອົາ­ໃຈໃສ່​ໃນ​ເວ­ລາ​ຈະ​ລ້ຽວ​ຊ້າຍລ້ຽວ​ຂວາ ຫຼື ຂ້າມ​ທາງ​ກໍ​ຕ້ອງ​ເປີດ​ໄຟ​ສັນຍານ​ກ່ອນ ແລະ​ພ້ອມ​ທັງ​ເອົາ­ໃຈ­ໃສ່​ເບິ່ງລົດ​ທາງ​ໜ້າ ແລະ​ທາງ​ຫຼັງ​ວ່າ​ມີ​ຄວາມຮັບ­ປະ­ກັນ​ແລ້ວ​ບໍ, ຈິ່ງ​ຂ້າມ​ຖ້າ​ພວກ​ເຮົາຫາກ​ປະ­ຕິ­ບັດ​ໄດ້​ຄື​ແນວ​ນີ້​ອຸ­ບັດ­ເຫດ​ຈະບໍ່­ເກີດ​ຂື້ນ​ກັບ​ຕົວ​ເຮົາ​ເອງ ແລະ​ຜູ້​ອື່ນ​ເດັດຂາດ.