ຫຼາຍພາກສ່ວນ ແຈ້ງເຈດຈໍານົງຮ່ວມແຂ່ງຂັນກີລາ ຫາດຊາຍສະຫຼອງປີໃໝ່

 ການ​ເຂົ້າ​ຮ່ວມ​ແຂ່ງ­ຂັນ​ກີ­ລາຫາດ​ຊາຍ​ປະ­ຈຸ​ບັນ​ມີ​ແລ້ວ​ຈຳ­ນວນ 34  ພາກ­ສ່ວນ​ຈາກ 9 ຕົວ​ເມືອງ​ທົ່ວນະ­ຄອນ­ຫຼວງ​ວຽງ​ຈັນ

​ທີ່​ແຈ້ງ​ເຈດຈຳ­ນົງ​ເຂົ້າ​ຮ່ວມ​ການ​ແຂ່ງ­ຂັນ​ກີ­ລາ ຫາດ​ຊາຍ 4 ປະ­ເພດ​ເພື່ອ​ສ້າງ​ຂະ​ບວນ ການ​ສະ­ເຫຼີມ­ສະ­ຫຼອງ​ສົ່ງ​ທ້າຍ​ປີ​ເກົ່າ ພສ 2558 ແລະ​ຕ້ອນ­ຮັບ​ປີ​ໃໝ່​ລາວ ພສ 2559 ໃນ​ລະ­ຫວ່າງ​ວັນ​ທີ 14Œ-16 ເມ­ສາ​ນີ້.

ທ່ານ ອຸ​ໄດ ໄຊ​ເຊດ​ຖາ ຫົວ­ໜ້າ​ຂະແໜງ​ກີ­ລາ​ມວນ​ຊົນ​ພະ​ແນກ​ສຶກ​ສາ​ທິການ ແລະ​ກີ­ລາ​ນະ­ຄອນ­ຫຼວງ​ວຽງຈັນ​ແຈ້ງ​ໃຫ້​ຮູ້­ເມື່ອ​ວັນ​ທີ 6 ເມ­ສາ​ຜ່ານມາ​ນີ້​ວ່າ: ນອກ­ຈາກ​ຈະ​ເປັນ​ການ​ຊົມ ເຊີຍ​ຜົນ­ສຳ­ເລັດ​ການ​ເລືອກ​ຕັ້ງ​ສະມາ​ຊິກ​ສະ­ພາ​ແຫ່ງ​ຊາດ​ຊຸດ​ທີ 8 ແລະ​ສະ­ມາ­ຊິກ​ສະ­ພາ​ປະ­ຊາ­ຊົນ​ຂັ້ນ ແຂວງ​ໃນ​ທົ່ວ​ປະ­ເທດ​ເວົ້າ​ລວມ, ເວົ້າ ສະ­ເພາະ​ແມ່ນ​ການ​ເລືອກ​ຕັ້ງ​ສະ​ມາ ຊິກ​ສະ­ພາ​ເຂດ​ທີ 1 ນະ­ຄອນ­ຫຼວງ ວຽງ​ຈັນ​ທີ່​ສຳ­ເລັດ​ຜົນ​ຢ່າງ​ສະ­ຫງ່າ ງາມ​ເມື່ອ​ບໍ່​ດົນ​ມາ​ນີ້​ແລ້ວ​ຍັງ​ເປັນ​ການ​ສືບ­ຕໍ່​ຮັກ­ສາ​ມູນ­ເຊື້ອ​ຮີດ­ຄອງ​ປະ­ເພ­ນີ​ອັນ​ດີ­ງາມ​ຂອງ​ຊາດ​ໃຫ້​ຢູ່ ຄຽງ​ຄູ່​ກັບ​ຄົນ​ລາວ​ຕະ­ຫຼອດ​ໄປ​ທັງເປັນ​ການ​ສ້າງ​ບັນ­ຍາ­ກາດ​ສະ­ເຫຼີມ ສະ­ຫຼອງ​ສົ່ງ​ທ້າຍ​ປີ​ເກົ່າ ພສ 2558 ແລະ​ຕ້ອນ­ຮັບ​ປີ​ໃໝ່​ລາວ ພສ 2559 ທີ່​ຈະ​ໝູ­ນວຽນ​ມາ​ບັນ­ຈົບ​ຄົບ­ຮອບມາ​ເຖິງ​ອີກ​ວາ­ລະ​ໜຶ່ງ​ໃນ​ກາງ​ເດືອນ ເມ­ສາ​ນີ້.

ຄຽງ​ຄູ່​ກັນ​ນັ້ນ, ກໍ​ເພື່ອ​ເປັນ​ການ ສົ່ງ­ເສີມ​ໃຫ້​ນັກ­ກີ­ລາ​ຫາດ​ຊາຍ​ລາວ ໄດ້​ມີ​ການ​ພັດ­ທະ­ນາ​ຢ່າງ​ຕໍ່​ເນື່ອງລຽນ­ຕິດ, ພະ​ແນກ​ສຶກ​ສາ​ທິ​ການ ແລະ​ກີ­ລາ​ນະ­ຄອນ­ຫຼວງ​ວຽງ​ຈັນ​ຈຶ່ງ ຂໍ​ແຈ້ງ​ມາ​ຍັງ​ບັນ­ດາ​ສະ­ໂມ­ສອນ, ບ້ານ, ເມືອງ, ໂຮງ­ຮຽນ​ປະ­ຖົມ, ມັດທະ​ຍາ​ຕອນ​ຕົ້ນŒຕອນ​ປາຍ ແລະ​ທີມ ກີ­ລາ​ທຸກ​ພາກ­ສ່ວນ​ອ້ອມ​ຂ້າງ​ນະ ຄອນ​ຫຼວງ​ວຽງ​ຈັນ​ກ່ຽວ​ກັບ​ການເຂົ້າ​ຮ່ວມ​ແຂ່ງ­ຂັນ​ກີ­ລາ​ຫາດ​ຊາຍ 4 ປະ­ເພດ​ປະ­ກອບ​ມີ​ບານ­ເຕະ, ບານສົ່ງ, ກະ­ຕໍ້  ແລະ​ເຮືອ​ເຈັດ​ສະ​ກີ,ນອກ ຈາກ​ນັ້ນ, ກໍ​ຍັງ​ມີ​ກິດ­ຈະ­ກຳ​ແບບ​ດັ່ງເດີມ​ພື້ນ­ເມືອງ​ລາວ​ເປັນ­ຕົ້ນ​ແມ່ນ​ມັດຕາ​ຕີ​ໝໍ້, ມວຍ​ກາງ​ນ້ຳ, ປີນ​ເສົາ​ນ້ຳມັນ ແລະ​ອື່ນໆ​ອີກ ຊຶ່ງ​ຈະ​ຈັດ​ຂຶ້ນ​ໃນລະ­ຫວ່າງ​ວັນ​ທີ 14Œ-16 ເມ­ສາ​ນີ້ ທ່າມ­ກາງ​ບັນ­ຍາ­ກາດ​ຂອງ​ພໍ່Œແມ່​ປະຊາ​ຊົນ​ບັນ­ດາ­ເຜົ່າ​ຊາວ​ລາວ​ທັງ​ຊາດ ພວມ​ສະ­ເຫຼີມ­ສະ­ຫຼອງ​ວັນ​ບຸນ­ປີ­ໃໝ່ລາວ​ປະ­ຈຳ​ປີ ພສ 2559 ຢ່າງ​ຟົດຟື້ນ​ມ່ວນ­ຊື່ນ.

 

ຂ່າວຈາກ: