spot_img
Homeຂ່າວທ້ອງຖິ່ນເມືອງຊຳເໜືອຈັດງານປະກວດນາງສາວຫົວພັນ

ເມືອງຊຳເໜືອຈັດງານປະກວດນາງສາວຫົວພັນ

Published on

ເມືອງຊຳເໜືອຈັດງານປະກວດນາງສາວຫົວພັນ

ຂປລ. ວັນທີ 7 ເມສາ 2016 ນີ້, ເມືອງຊຳເໜືອແຂວງຫົວພັນໄດ້ຈັດງານປະກວດນາງສັງຂານປະຈຳປີ ພ.ສ 2559 ຢູ່ທີ່ຫໍວັດທະນະທຳຂອງແຂວງໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ແສງຈັນ ລິນທະລາດ ຮອງເລຂາພັກເມືອງ, ຜູ້ຊີ້ນຳຂົງເຂດວຽກງານວັດທະນະທຳ-ສັງຄົມຂັ້ນເມືອງ, ມີບັນດາທ່ານການນຳເມືອງຊຳເໜືອ, ນັກທຸລະກິດ ແລະ ມວນຊົນພາຍໃນເທດສະບານແຂວງເຂົ້າຮ່ວມຢ່າງພ້ອມພຽງ.
ໃນການປະກວດຄັ້ງນີ້ມີຜູ້ເຂົ້າຮ່ວມທັງໝົດ 19 ຄົນທີ່ເປັນຕົວແທນໃຫ້ແກ່ໂຮງຮຽນ ແລະ ບ້ານອ້ອມຂ້າງເທດສະບານແຂວງ. ຜົນການປະກວດຊະນະເລີດໄດ້ແກ່ ນາງ ຄຳພັດ ເພັດມີໄຊ ມາຈາກບ້ານນາໜອງບົວໄດ້ຮັບ ມົງກຸດ 1 ອັນ, ສາຍສະຟາຍ 1 ເສັ້ນ ພ້ອມເງິນສົດ 3 ລ້ານກີບ, ຮອງອັນດັບ 1 ແມ່ນ ນາງ ມີນາ ພົມມະຈັນ ມາຈາກບ້ານໂພໄຊ ໄດ້ຮັບສາຍສະຟາຍ 1 ເສັ້ນພ້ອມເງິນສົດ 2 ລ້ານກີບ, ຮອງອັນດັບ 2 ແມ່ນ ນາງ ສຸດາລັດ ອຸ່ນມະນີ ມາຈາກໂຮງຮຽນ ມໍ ປາຍ ຕົວແບບໄດ້ຮັບສາຍສະຟາຍ 1 ເສັ້ນພ້ອມເງິນສົດ 1 ລ້ານກີບ ແລະ ໄດ້ຮັບລາງວັນຊົມເຊີຍຈຳນວນ 4 ຄົນໄດ້ຮັບເງິນສົດຜູ້ລະ 5 ແສນກີບ.
ທັງນີ້ເພື່ອເປັນການອະນຸລັກ ຮັກສາ ຮີດຄອງປະເພນີອັນດີງາມຂອງຊາດລາວທີ່ມີມາແຕ່ບູຮານນະການ ແລະ ເພື່ອເປັນການຄັດເລືອກເອົານາງສາວທັງ 7 ເປັນຕົວແທນຂອງລູກສາວ ພະຍາກະບິນລະພົມ ເຊິ່ງເປັນທີ່ມາຂອງກຸດສົງການບຸນປີໃໝ່ລາວ.

ຂ່າວຈາກ: ປະເທດລາວ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...