spot_img
Homeຂ່າວພາຍ​ໃນຜະ­ລິດ​ລະ­ດູ­ແລ້ງ​ທົ່ວ​ແຂວງ​ໄຊ​ຍະ​ລື່ນ​ແຜນ

ຜະ­ລິດ​ລະ­ດູ­ແລ້ງ​ທົ່ວ​ແຂວງ​ໄຊ​ຍະ​ລື່ນ​ແຜນ

Published on

ຂະ­ແໜງ​ກະ­ສິ­ກຳ ແລະ​ປ່າ­ໄມ້ ແມ່ນ​ຂະ­ແໜງ­ການ​ໜຶ່ງ​ທີ່​ມີ​ບົດ­ບາດ​ສຳຄັນ​ໃນ​ໂຄງ​ປະ­ກອບ​ເສດ­ຖະ­ກິດ​ຂອງແຂວງ​ໄຊ​ຍະ​ບູ​ລີ ກໍ​ຄື​ຂອງ​ຊາດ​ໃນ​ການຈັດ​ຕັ້ງ​ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງຄົມ ແຫ່ງ​ຊາດ 5 ປີ ຄັ້ງ​ທີ VIII 2016-2020 ແລະ​ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ​ຂອງ​ແຂວງ​ກໍ່​ຄື​ແຜນ​ພັດ­ທະ­ນາຂອງ​ຂະ­ແໜງ­ການ​ກະ­ສິ­ກຳ ແລະ​ປ່າ­ໄມ້ ຕາມ 3 ແຜນ​ງານ​ໃຫຍ່​ຄື​ແຜນ​ງານ​ຄ້ຳປະ­ກັນ​ທາງ​ດ້ານ​ສະ­ບຽງ​ອາ­ຫານ​ແຜນງານ​ຜະ­ລິດ​ເປັນ​ສິນ­ຄ້າ, ແຜນ​ງານ​ຄຸ້ມຄອງ​ປ່າ­ໄມ້ ແລະ​ຊັບ­ພະ­ຍາ­ກອນ​ປ່າ­ໄມ້.

ຕາມ​ຂໍ້​ມູນ​ຈາກ​ພະ​ແນກ​ກະ­ສິ­ກຳ ແລະ​ປ່າ­ໄມ້ ແຂວງ​ໄຊ​ຍະ​ບູ​ລີ ໃຫ້​ຮູ້​ວ່າ​ໃນ 6 ເດືອນ​ຕົ້ນ​ປີ​ທົ່ວ​ແຂວງ​ໄຊ​ຍະ​ບູ​ລີ​ເນື້ອ­ທີ່ຜະ­ລິດ​ເຂົ້າ­ນາ­ແຊງ​ຕາມ​ແຜນ­ການ 3.500 ເຮັກ­ຕາ ປັກ​ດຳ​ໄດ້​ທັງ​ໝົດ 3.364 ເຮັກ­ຕາ ເທົ່າ​ກັບ 96,13% ຂອງ​ແຜນ ການ​ຄາດ​ຄະ­ເນ​ຜົນ​ຜະ­ລິດ 15.869 ໂຕນ​ສະ­ມັດ­ຖະ­ພາບ​ສະ­ເລ່ຍ 4,72 ໂຕນຕໍ່​ເຮັກ­ຕາ​ການ​ຜະ­ລິດ​ພືດ​ລະ­ດູ­ແລ້ງ​ເນື້ອທີ່​ແຜນ­ການ 12.400 ເຮັກ­ຕາ ປະ­ຕິ­ບັດ ໄດ້ 13.681 ເຮັກ­ຕາ ຄາດ​ຄະ­ເນ​ຜົນ​ຜະລິດ 62.577 ໂຕນ ທຽບ­ໃສ່​ແຜນ­ການ​ປີເພີ່ມ​ຂຶ້ນ 858 ເຮັກ­ຕາ ທຽບ­ໃສ່​ແຜນ­ການຜົນ​ຜະ­ລິດ​ເພີ່ມ​ຂຶ້ນ 696 ໂຕນ ສິ່ງ​ທີ່​ພົ້ນເດັ່ນ​ໃນ​ການ​ຜະ­ລິດ​ລະ­ດູ­ແລ້ງ​ຂອງແຂວງ​ໄຊ​ຍະ​ບູ​ລີ​ເພີ່ມ​ຂຶ້ນ​ຍ້ອນ​ພວກ​ເຮົາໄດ້​ຮ່ວມ​ມື​ກັບ​ບໍ­ລິ­ສັດ​ຈີນ​ສົ່ງ­ເສີມ​ການປູກ​ເຂົ້າ­ນາ­ແຊງ​ເປັນ​ສິນ­ຄ້າໃນ​ຂົງ­ເຂດຈຸດ​ສຸມ 3 ທົ່ງ­ພຽງ ຊຶ່ງ​ມີ​ເນື້ອ­ທີ່​ທັງ​ໝົດ 234 ກວ່າ​ເຮັກ­ຕາ ນອກ​ນີ້​ ຍັງ​ໄດ້​ນຳ­ພາ​ຊາວ­ນາ​ປູກ​ເຂົ້າ​ດ້ວຍ​ເຕັກ­ນິກ​ໃໝ່.

ພ້ອມ​ນີ້​ຍັງ​ໄດ້​ຮ່ວມ​ມື​ກັບ​ບໍ­ລິ­ສັດ​ອີ​ຈັງຟຸດ​ໃນ​ການ​ປູກ​ໝາກ­ແຕງ​ຢີ່​ປຸ່ນ ຢູ່​ເມືອງແກ່ນ​ທ້າວ, ເມືອງ​ພຽງ ໃນ​ເນື້ອ­ທີ່ 50 ເຮັກ­ຕາ​ຮ່ວມ​ມື​ກັບ​ບໍ­ລິ­ສັດ​ຍິງ​ນົງ​ໃນ​ການປູກ​ໝາກ­ໂມ​ໃນ​ເນື້ອ­ທີ່ 181 ເຮັກ­ຕາ​ກວ່າ ການ​ປູກ​ພືດ​ເປັນ​ສິນ­ຄ້າ​ໄດ້​ມີ​ທ່ວງ​ທ່າ ຂະ­ຫຍາຍ­ຕົວ​ດີ​ສົມ­ຄວນ ຊຶ່ງ​ທົ່ວ​ແຂວງ​ມີ ເນື້ອ­ທີ່​ປູກ​ພຶດ​ເປັນ​ສິນ­ຄ້າ​ທັງ​ໝົດ 117.622 ເຮັກ­ຕາ ຜົນ​ຜະ­ລິດ​ທັງ​ໝົດ 8,96 ແສນ​ກວ່າ​ໂຕນ​ພົ້ນ​ເດັ່ນ​ກວ່າ​ໝູ່ ແມ່ນ​ສາ­ລີ​ອາ­ຫານ​ສັດ, ມັນ­ຕົ້ນ, ໝາກເດືອຍ​ທັງ​ນີ້​ເນື່ອງ​ຈາ​ກວ່າ​ບັນ­ດາ​ພືດ​ດັ່ງກ່າວ​ແມ່ນ​ມີ​ທ່າ­ແຮງ​ທາງ​ດ້ານ​ການ​ຕະ ຫຼາດ​ໃນ​ລາ­ຄາ​ທີ່​ຊາວ​ກະ­ສິ­ກອນ​ຍອມ ຮັບ​ໄດ້.

ຄຽງ​ຄູ່​ກັບ​ການ​ຊຸກ­ຍູ້​ສົ່ງ­ເສີມ​ຂອງພາກ­ສ່ວນ​ລັດ ແລະ​ພາກ­ສ່ວນ​ຜູ້​ປະ­ກອບການ​ລວມ​ທັງ​ບັນ­ດາ​ບໍ­ລິ­ສັດ​ຜູ້​ລົງ­ທຶນຕ່າງໆ ໃນ​ຂົງ­ເຂດ​ກະ­ສິ­ກຳ ແລະ​ການ​ປຸງ ແຕ່ງ​ຜົນ​ຜະ­ລິດ​ກະ­ສິ­ກຳ​ເຊັ່ນ: ສາ­ລີ ມີ​ເນື້ອທີ່​ທັງ​ໝົດ 51,140 ເຮັກ­ຕາ. ຜົນ​ຜະ­ລິດ 2,88 ແສນ​ກວ່າ​ໂຕນ, ມັນ­ຕົ້ນ​ມີ​ເນື້ອ­ທີ່ທັງ​ໝົດ 11 ພັນ​ກວ່າ​ເຮັກ­ຕາ​ຜົນ​ຜະ­ລິດ 3,51 ແສນ​ກວ່າ​ໂຕນ, ໝາກ­ເດືອຍ​ມີ ເນື້ອ­ທີ່ 38 ພັນ​ກວ່າ​ເຮັກ­ຕາ, ຜົນ​ຜະ­ລິດ 108.657 ໂຕນ ແລະ​ພືດ​ອື່ນໆມີ​ເນື້ອທີ່​ທັງ​ໝົດ 16.777 ເຮັກ­ຕາ​ຜົນ​ຜະ­ລິດ​ໄດ້ 147,254 ໂຕນ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ມຽນມາສັງເວີຍຊີວິດຢ່າງນ້ອຍ 113 ຄົນ ຈາກໄພພິບັດນ້ຳຖ້ວມ ແລະ ດິນຖະຫຼົ່ມ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ນີ້ວ່າ: ຈຳນວນຜູ້ເສຍຊີວິດຈາກເຫດການນ້ຳຖ້ວມ ແລະ ດິນຖະຫຼົ່ມໃນມຽນມາເພີ່ມຂຶ້ນຢ່າງນ້ອຍ 113 ຊີວິດ ຜູ້ສູນຫາຍອີກ 64 ຄົນ ແລະ...

ໂດໂດ ທຣຳ ຖືກລອບສັງຫານຄັ້ງທີ 2

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ຜ່ານມາ, ເກີດເຫດລະທຶກຂວັນເມື່ອ ໂດໂນ ທຣຳ ອະດີດປະທານາທິບໍດີສະຫະລັດອາເມລິກາ ຖືກລອບຍິງເປັນຄັ້ງທີ 2 ໃນຮອບ 2 ເດືອນ...

ແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ

ພະແນກ ໂຍທາທິການ ແລະ ຂົນສົ່ງ ອອກແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ ໃນການອໍານວຍຄວາມສະດວກ ໃຫ້ແກ່ກອງປະຊຸມ...

ແຈ້ງການກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ

ແຂວງຄຳມ່ວນອອກແຈ້ງການ ເຖິງບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ກ່ຽວກັບການກະກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ. ແຂວງຄໍາມ່ວນ ແຈ້ງການມາຍັງ ບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ໂດຍສະເພາະແມ່ນບັນດາເມືອງ ແລະ...