spot_img
Homeຂ່າວຕ່າງປະເທດຊາວ​ອາ​ເມ​ລິ​ກາ ​ແລະ​ກາ​ນາ​ດາ ອາ​ດຕ້ອງ​ຂໍ​ວິຊາ​ເຂົ້າ​ອີ​ຢູ

ຊາວ​ອາ​ເມ​ລິ​ກາ ​ແລະ​ກາ​ນາ​ດາ ອາ​ດຕ້ອງ​ຂໍ​ວິຊາ​ເຂົ້າ​ອີ​ຢູ

Published on

​ແຫ​ລ່ງຂ່າວ​ໃນ​ສະພາບ​ເອີ​ຣົບ (ອີ​ຢູ) ​ເຜີຍ​ວ່າ ຄະນະ​ກຳມາ​ທິການ​​ເອີ​ຣົບກຳລັງ​ພິຈາ​ລະນາ​ເລື່ອງ​ຈະ​ກຳນົດ​ໃຫ້​ຊາວ​ອາ​ເມ​ລິ​ກາ ​ແລະ​ຊາວ​ກາ​ນາ​ດາ​ຕ້ອງ​ຂໍ​ກວດກາ​ໜັງ​ສື​ເດີນທາງ ຫຼື ວີ​ຊາ ກ່ອນ​ເຂົ້າ​ອີ​ຢູ ​ເພື່ອ​ຕອບ​ໂຕ້​ທີ່​ທັງ​ສອງ​ປະ​ເທດ​ນີ້​ຍັງ​ກຳນົດ​ໃຫ້​ສະມາຊິກ​ອີ​ຢູບາງ​ປະ​ເທດ​ຕ້ອງ​ຂໍ​ວີ​ຊາ​ເຂົ້າປະ​ເທດ.

​ແຫ​ລ່ງຂ່າວ​ເຜີຍ​ວ່າ ຄະນະ​ກຳມາ​ທິການ​​ເອີ​ຣົບຊຶ່ງ​ເປັນ​ໜ່ວຍ​ງານ​ບໍລິຫານ​ຂອງ​ອີ​ຢູຈະ​ຫາລື​ເລື່ອງ​ນີ້​ໃນ​ວັນ​ອັງຄານ​ໜ້າ ໜຶ່ງ​ອາທິດ​ກ່ອນ​ທີ່​ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ​ຂອງ​ສະຫະລັດ​ຈະ​ຢ້ຽມຢາມ​ອີ​ຢູ ຊຶ່ງ​ຄາດ​ວ່າ​ຈະ​ຫາລື​ເລື່ອງ​ຄວາມ​ເປັນ​ຫຸ້ນ​ສ່ວນ​ການ​ຄ້າ ​ແລະ​ການ​ລົງທຶນ​ຂ້າມ​ມະຫາ​ສະໝຸດ​ອັດ​ລັງຕິກ (ທີ​ທີ​ໄອ​ພີ) ນຳ​.

ສະຫະລັດ ​ແລະ ກາ​ນາ​ດາ​ກຳນົດ​ໃຫ້​​ຣູມາ​ນີ ​ແລະ​ບຸລກາ​ຣີ ຊຶ່ງ​ເປັນ​ສະມາຊິກ​ອີ​ຢູ​ໃນ​ປີ 2007 ຈະ​ຕ້ອງ​ຂໍ​ວີ​ຊາ​ເຂົາ​ປະ​ເທດ ອີກ​ທັງ​ຍັງ​ບໍ່​ອະນຸຍາດ​ໃຫ້​ສະມາຊິກ​ອີ​ຢູອີກ 3 ປະ​ເທດ​ຈາກ​ທັງ​ໝົດ 28 ປະ​ເທດ​ຄື​ໂຄຣ​ເອ​ເຊຍ, ​ໄຊ​ປຣັສ ​ແລະ​ໂປ​ໂລ​ຍ ​ເຂົ້າ​ຮ່ວມ​ໂຄງການ​ຍົກ​​ເວັ້ນວີ​ຊາ​ໃຫ້​ແກ່​ສະມາຊິກ​ອີ​ຢູນຳ ປະຈຸ​ບັນ​ໂປ​​ໂລ​ຍ​ເປັນ​ສະມາຊິກ​ຄວາມ​ຕົກລົງ​ເຊ​ງ​ເກນ 26 ປະ​ເທດ​ທີ່​ອະນຸຍາດ​ໃຫ້​ສະມາຊິກ​ໃນ​ກຸ່ມ​ເດີນທາງ​ລະຫວ່າງ​ກັນ​ໂດຍ​ບໍ່​ຕ້ອງ​ຖື​ໜັງສື​ເດີນທາງ ສ່ວນ​ອີກ 4 ປະ​ເທດ​ທີ່​ສະຫະລັດ ​ແລະ​ກາ​ນາ​ດາກໍານົດ​ໃຫ້​ຕ້ອງ​ຂໍ​ວີ​ຊາ​ຢູ່​ລະຫວ່າງ​ກຽມ​ເຂົ້າ​ເປັນ​ສະມາຊິກ​ເຊ​ງ​ເກນ.

ບົດຄວາມຫຼ້າສຸດ

ມຽນມາສັງເວີຍຊີວິດຢ່າງນ້ອຍ 113 ຄົນ ຈາກໄພພິບັດນ້ຳຖ້ວມ ແລະ ດິນຖະຫຼົ່ມ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ນີ້ວ່າ: ຈຳນວນຜູ້ເສຍຊີວິດຈາກເຫດການນ້ຳຖ້ວມ ແລະ ດິນຖະຫຼົ່ມໃນມຽນມາເພີ່ມຂຶ້ນຢ່າງນ້ອຍ 113 ຊີວິດ ຜູ້ສູນຫາຍອີກ 64 ຄົນ ແລະ...

ໂດໂດ ທຣຳ ຖືກລອບສັງຫານຄັ້ງທີ 2

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ຜ່ານມາ, ເກີດເຫດລະທຶກຂວັນເມື່ອ ໂດໂນ ທຣຳ ອະດີດປະທານາທິບໍດີສະຫະລັດອາເມລິກາ ຖືກລອບຍິງເປັນຄັ້ງທີ 2 ໃນຮອບ 2 ເດືອນ...

ແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ

ພະແນກ ໂຍທາທິການ ແລະ ຂົນສົ່ງ ອອກແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ ໃນການອໍານວຍຄວາມສະດວກ ໃຫ້ແກ່ກອງປະຊຸມ...

ແຈ້ງການກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ

ແຂວງຄຳມ່ວນອອກແຈ້ງການ ເຖິງບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ກ່ຽວກັບການກະກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ. ແຂວງຄໍາມ່ວນ ແຈ້ງການມາຍັງ ບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ໂດຍສະເພາະແມ່ນບັນດາເມືອງ ແລະ...