spot_img
Homeຂ່າວການພັດທະນາປະທານປະເທດ ຊີ້ນຳແຂວງວຽງຈັນ ສ້າງຕົວແບບດ້ານການຜະລິດ ໃຫ້ຫລາຍຂຶ້ນ!

ປະທານປະເທດ ຊີ້ນຳແຂວງວຽງຈັນ ສ້າງຕົວແບບດ້ານການຜະລິດ ໃຫ້ຫລາຍຂຶ້ນ!

Published on

ຂປລ. ດ້ວຍຄວາມ​ເປັນຫ່ວງເປັນໄຍຂອງ ຜູ້ນຳພັກລັດ ທີ່ມີຕໍ່ພະນັກງານ, ທະຫານຕຳຫລວດ ກໍຄືປະຊາຊົນບັນດາເຜົ່າ ໃນແຂວງວຽງຈັນ, ໃນວັນທີ 5 ເມສາ ນີ້ ທ່ານ ຈູມມະລີ ໄຊຍະສອນ ປະທານປະ ເທດ ແຫ່ງ ສປປ ລາວ ໄດ້ລົງພົບປະໂອ້ລົມ ພະນັກງານຫລັກແຫລ່ງໃນແຂວງວຽງຈັນ, ປະກອບດ້ວຍ ຄະນະບໍລິຫານງານພັກແຂວງ, ເຈົ້າເມືອງ ແລະ ພະແນກການຕ່າງໆເຂົ້າຮັບຟັງ.

ໃນໂອກາດນີ້, ທ່ານ ຈູມມະລີໄຊຍະສອນ ໄດ້ຊີ້ນຳເນັ້ນໜັກໃຫ້ຄະນະພັກ ແລະ ອຳນາດການປົກຄອງແຂວງວຽງຈັນ ເອົາໃຈໃສ່ຫລາຍບັນຫາ ເປັນຕົ້ນແມ່ນການສ້າງຕົວແບບດ້ານການຜະລິດ ດ້ວຍການນຳໃຊ້ເຕັກນິກວິທະຍາສາດ ເຂົ້າໃນການຜະລິດ ແນໃສ່ຜະລິດເປັນສິນຄ້າໃຫ້ຫລາຍຂຶ້ນ ເຊັ່ນ: ການຜະລິດນາໄຮ່ໃຫຍ່, ການປູກຫຍ້າລ້ຽງງົວພັນໃຫຍ່ເປັນສິນຄ້າ ແລະ ອື່ນ.

ເພື່ອເຮັດໃຫ້ໄດ້ຄືດັ່ງກ່າວນັ້ນ, ຄະນະພັກ ແລະ ອຳນາດການປົກຄອງແຂວງຕ້ອງໄດ້ສຸມທຸກສະຕິປັນຍາ ຄິດຫງຳຜັນຂະຫຍາຍມະຕິຄັ້ງທີ X ຂອງ​​ພັກ ແລະ ມະຕິຂອງອົງຄະນະພັກຂັ້ນຂອງຕົນ, ພ້ອມກວດກາຕີລາຄາຄືນ ຜົນຂອງການຈັດຕັ້ງປະຕິບັດໃນໄລຍະຜ່ານມາພ້ອມທັງເສີມຂະຫຍາຍຈຸດດີ, ​​ແກ້ໄຂຈຸດ​​ອ່ອນ​, ຕ້ອງສ້າງໃຫ້ໄດ້ເມືອງເຂັ້ມແຂງຮອບດ້ານ 2-3 ​ເມືອງ​​ ພ້ອມທັງສ້າງບ້ານພັດທະນາ, ​ສ້າງບ້ານໃຫຍ່ ໃຫ້ກາຍເປັນຕົວເມືອງນ້ອຍໃນຊົນນະບົດໃຫ້ໄດ້ຫລາຍຂຶ້ນ, ຜັນຂະຫຍາຍເນຶ້ອໃນຈິດໃຈຂອງສາມສ້າງ ແລະ ເຮັດຢ່າງຕໍ່ເນື່ອງ ແລະ ຍາວນານ, ຄຽງຄູ່ກັນນີ້, ກໍຕ້ອງໄດ້ເອົາໃຈໃສ່ສ້າງກຳລັງຮາກຖານແລະ ກອງຫລອນໃຫ້ມີຄວາມເຂັ້ມແຂງໜັກແໜ້ນ, ຮາກຖານ​​ບ້ານ​​ແຂງແຮງ ແລະ ອື່ນໆ​​ອີກ.

ທ່ານ ວິດົງ ໄຊຍະສອນ ກໍໄດ້ລາຍງານສະພາບການພັດທະນາເສດຖະກິດສັງຄົມໃນ 1 ປີຜ່ານມາ​ໂດຍ​ຫຍໍ້​ວ່າ: ລວມຍອດຜະລິດຕະພັນພາຍໃນ GDP ບັນລຸເຖິງ 5.318 ຕື້ກວ່າກີບ, ຈັງຫວະການຂະຫຍາຍຕົວຂອງເສດຖະກິດ 8,02% ຕໍ່ປີ; ລາຍຮັບສະເລ່ຍຕໍ່ຫົວຄົນໄດ້ 12.008.000 ກີບຕໍ່ຄົນ​, ໂຄງປະ ກອບເສດຖະກິດ ມີການປ່ຽນແປງໄປຕາມທິດການຜະລິດກະສິກຳ ຕິດພັນກັບອຸດສາຫະກຳແລະ ການບໍ ລິການເທື່ອລະກ້າວການສົ່ງເສີມການຜະລິດເປັນສິນຄ້າ1​ເມືອງ1ຜະລິດຕະພັນ ເຖິງ10 ຜະລິດຕະພັນເປັນອັນດັບ 3 ຂອງບັນດາແຂວງໃນທົ່ວປະເທດ, ການກໍ່ສ້າງພື້ນຖານໂຄ່ງລ່າງເດັ່ນແມ່ນການກໍ່ສ້າງເທດ ສະບານແຂວງ, ຂົວຂ້າມນ້ຳງື່ມ ແລະ ເສັ້ນທາງ​​ຍຸດທະສາດຈຳນວນໜຶ່ງ; ປັດຈຸບັນທົ່ວແຂວງສ້າງບ້ານພັດ ທະນາໄດ້ 190 ບ້ານ ເທົ່າກັບ 43,77% ຂອງບ້ານທົ່ວແຂວງ,​​ ອັດ​ຕາເຂົ້າຮຽນສຸດທິບັນລຸ 99,34% ອັດຕານຳໃຊ້ນ້ຳສະອາດກວມ 83,5%, ນຳໃຊ້ວິດຖ່າຍ 70.8% ມີລາຍຮັບຈາກນັກທ່ອງທ່ຽວ190 ຕື້ກວ່າກີບ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...