spot_img
Homeຂ່າວເຫດການຜົນສຳເລັດການຢ້ຽມຢາມ ສປປ ລາວ ຂອງຄະນະຜູ້ແທນ ສປ ຕີມໍ-ເລສເຕ

ຜົນສຳເລັດການຢ້ຽມຢາມ ສປປ ລາວ ຂອງຄະນະຜູ້ແທນ ສປ ຕີມໍ-ເລສເຕ

Published on

ຂປລ.​ ໂດຍຕອບສະໜອງ ຕາມຄຳເຊີນຂອງ ທ່ານ ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕປະຊາຊົນ​​ລາວ, ທ່ານ ເຮີນານີ ຟີໂລເມນາ ໂຄວຢູ ດາ ຊິລວາ, ລັດຖະມົນຕີວ່າການກະຊວງການຕ່າງປະ ເທດ ແລະ ການຮ່ວມມື ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ເລສເຕ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 3-5 ເມສາ 2016 ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ຮັດແໜ້ນ ການຮ່ວມມື ລະຫວ່າງ ສອງປະເທດ ລາວ ແລະ ຕີມໍ-ເລສເຕ.

ການພົບປະສອງຝ່າຍຢ່າງເປັນທາງການ ໄດ້ຈັດຂຶ້ນໃນຕອນເຊົ້າ ຂອງວັນທີ 4 ເມສາ 2016 ຢູ່ກະຊວງ ການຕ່າງປະເທດ ​ເຊິ່ງທັງສອງຝ່າຍໄດ້ສະແດງຄວາມຍິນດີ ແລະ ຕີລາຄາສູງຕໍ່ການຮ່ວມມື ລະຫວ່າງ ສອງປະເທດ ໃນໄລຍະຜ່ານມາ ໂດຍສະເພາະ ແມ່ນການແລກປ່ຽນການຢ້ຽມຢາມ ລະຫວ່າງ ການນຳຂອງ ສອງປະເທດ ແລະ ການຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ. ທັງສອງຝ່າຍ ຕ່າງກໍໄດ້ແຈ້ງໃຫ້ກັນຊາບ ກ່ຽວກັບສະພາບພາຍໃນປະເທດຂອງຕົນ ທີ່ພົ້ນເດັ່ນເປັນຕົ້ນ: ດ້ານການເມືອງ, ການພັດທະນາເສດຖະກິດ-ສັງຄົມ ແລະ ການເຄື່ອນໄຫວໃນເວທີພາກພື້ນ ແລະ ສາກົນ. ນອກນັ້ນ ຍັງໄດ້ປຶກສາຫາລື ແລະ ຊອກຊ່ອງທາງ ໃນການສົ່ງເສີມການພົວພັນຮ່ວມມື ລະຫວ່າງ ສອງປະເທດ ໃຫ້ນັບມື້ນັບກວ້າງຂວາງ ແລະ ເກີດດອກອອກຜົນຍິ່ງໆຂຶ້ນ ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ.

ໃນຕອນແລງຂອງວັນດັ່ງກ່າວ, ທ່ານລັດຖະມົນຕີ ພ້ອມຄະນະ ກໍໄດ້ເດີນທາງໄປຢ້ຽມຢາມ ແຂວງຫລວງພະບາງ. ໂອກາດດັ່ງກ່າວ, ທ່ານເຈົ້າແຂວງໆຫວງພະບາງ ໄດ້ສະແດງການຕ້ອນຮັບອັນອົບອຸ່ນແກ່ ທ່ານລັດຖະມົນຕີ ແລະ ຄະນະ ພ້ອມທັງອວຍພອນໃຫ້ທ່ານປະສົບຜົນສຳເລັດ ໃນການຢ້ຽມຢາມສອງຝ່າຍຄັ້ງນີ້ ເພື່ອສົ່ງເສີມການພົວພັນຮ່ວມມື ລະຫວ່າງ ສອງປະເທດ ໃຫ້ນັບມື້ນັບມີຜົນສຳເລັດ ແລະ ຂໍໃຫ້ທ່ານຊ່ວຍເຜີຍແຜ່ຮີດຄອງປະເພນີ ແລະ ວັດທະນາທຳອັນດີງາມ ລວມທັງ ສະຖານທີ່ທ່ອງທ່ຽວອັນສວຍງາມຂອງຫລວງພະບາງ ໃຫ້ແກ່ປະຊາຊົນຕີມໍເລດສເຕຊາບ ເພື່ອສົ່ງເສີມການທ່ອງທ່ຽວ. ​ເຊິ່ງທ່ານລັດຖະມົນຕີ ກໍໄດ້ສະແດງ ຄວາມປະທັບໃຈ ຕໍ່ການເດີນທາງມາຢ້ຽມຢາມ ສປປ ລາວ ກໍຄື ແຂວງຫວງພະບາງ ໃນຄັ້ງນີ້ ແລະ ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໃຫ້ທັດສະນະວ່າ ຈະອອກແຮງປະກອບສ່ວນເສີມຂະຫຍາຍການຮ່ວມມື ລະຫວ່າງ ຕີມໍເລດສເຕ ແລະ ສປປ ລາວ ກໍຄື ການຮ່ວມມື ກັບ ແຂວງຫວງພະບາງ ໃນອະນະຄົດ ໃຫ້ມີບາດກ້າວຂະຫຍາຍຕົວຂື້ນໄປເລື້ອຍໆ.

ໃນໂອກາດນີ້, ທ່ານ ລັດຖະມົນຕີ ກໍໄດ້ຢ້ຽມຢາມສະຖານທີ່ທ່ອງທ່ຽວທີ່ສຳຄັນຂອງແຂວງ ເຊັ່ນ: ຕາດກວາງຊີ, ວັດຊຽງທອງ ແລະ ຫໍພິພິຕະພັນແຫ່ງຊາດ ແຂວງຫລວງພະບາງ. ໃນຕອນແລງຂອງວັນດຽວກັນ ທ່ານ ລັດຖະມົນຕີ ແລະ ຄະນະກໍໄດ້ເດີນທາງກັບຄືນປະເທດ ດ້ວຍຄວາມສະຫວັດດີພາບ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳ ສ.ເກົາຫຼີ ມອບພາຫະນະ ແລະ ເຄື່ອງຮັບໃຊ້ ໃຫ້ກະຊວງ ປກສ ລາວ

ວັນທີ 20 ກັນຍາ 2024, ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ຕ້ອນຮັບຄະນະສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳ ສາທາລະນະລັດເກົາຫຼີ...

ຈະປ່ອຍນ້ຳ ເຂື່ອນໄຟຟ້ານ້ຳງື່ມ 2 ແຕ່ວັນທີ 21 ກັນຍາ 2024 ເປັນຕົ້ນໄປ

ອີງຕາມແຈ້ງການຂອງບໍລິສັດໄຟຟ້ານໍ້າງື່ມ 2 ຈຳກັດ ລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບແຈ້ງສະຖານະການຂອງປະລິມານນໍ້າໃນອ່າງເກັບນໍ້າງື່ມ 2 ຄາດຄະເນການເປີດປະຕູລະບາຍນໍ້າ. (ອ່ານລາຍລະອຽດລຸ່ມນີ້)

ພາຍຸ ບໍຣິສ ພັດຖະຫຼົ່ມອິຕາລີ ນ້ຳຖ້ວມຕິດ 2 ປີ ຫຼ້າສຸດເສຍຊີວິດ 23 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ກັນຍາ 2024 ນີ້ວ່າ: ພາຍຸບໍຣິສ ພັດຖະຫຼົ່ມພາກຕາເວັນອອກສ່ຽງເໜືອ ແລະ ພາກກາງຂອງປະເທດອິຕາລີ ໃນວັນທີ 19 ກັນຍາ 2024 ຜ່ານມາ,...

ເຕືອນ 9 ເມືອງ ສ່ຽງນໍ້າຖ້ວມຈາກການລະບາຍນໍ້າ ເຂື່ອນເຊລະນອງ 1 ແຂວງສະຫວັນນະເຂດ

ອີງຕາມແຈ້ງການຂອງຫ້ອງວ່າການແຂວງສະຫວັນນະເຂດ ລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບການປ່ອຍປະຕູລະບາຍນໍ້າເພື່ອບໍລິຫານຈັດການນໍ້າຂອງເຂື່ອນໄຟຟ້າເຊລະນອງ 1 (ອ່ານລາຍລະອຽດແຈ້ງການລຸ່ມນີ້)