spot_img
Homeນານາສາລະແທັກຊີ ໃນ ສປປລາວ

ແທັກຊີ ໃນ ສປປລາວ

Published on

264

ປະເທດລາວເຮົາປັດຈຸບັນໄດ້ມີການພັດທະນາຮອບດ້ານ ແລະ ກໍ່ໄດ້ເຂົ້າເປັນໜຶ່ງໃນສະມາຊິກອາຊຽນ ນອກຈາກທີ່ມີການພັດທະນາດ້ານເສດຖະກິດ ແລະ ດ້ານອື່ນໆຂອງປະເທດແລ້ວ ເຮົາຄົນລາວກໍ່ຕ້ອງໄດ້ຍົກລະດັບຄວາມຮູ້ຂອງຕົນເອງຂຶ້ນຕື່ມອີກເຊັ່ນກັນ ເພື່ອໃຫ້ທັນໃນຍຸກ AEC ແທັກຊີ ບໍ່ແມ່ນເລື່ອງໄກຕົວທ່ານອີກຕໍ່ໄປ ເຮົາມາເບິ່ງກັນວ່າປັດຈຸບັນແທັກຊີໃນລາວມີຈັກປະເພດ ແລະ ອັດຕາການຄິດໄລ່ຄ່າບໍລິການຂອງແທັກຊີແຕ່ລະປະເພດມັນມີແນວໃດເຮົາໄປເບິ່ງພ້ອມກັນເລີຍ

ຜູ້ຂຽນໄດ້ມີໂອກາດເດີນທາງມາແຕ່ແຂວງຈໍາປາສັກດ້ວຍລົດເມ ມາລົງທີ່ຄິວລົດສາຍໃຕ້ ແລ້ວໂບກແທັກຊີໃຫ້ໄປສົ່ງຢູ່ເຮືອນຕໍ່, ເວລານັ່ງໃນລົດ ຈຶ່ງໄດ້ສົນທະນາກັບໂຊເຟີ້ແທັກຊີດັ່ງກ່າວຫຼາຍບັນຫາປິ່ນອ້ອມອາຊີບຂັບລົດປະຈໍາທາງປະເພດລົດເກັງເບົາ 4 ລໍ້ ໃນນາມ ແທັກຊີ ທີ່ຫຼາຍຄົນຮູ້ດີແລ້ວ ແຕ່ເຊື່ອວ່າຍັງບໍ່ຮູ້ເລິກກ່ຽວກັບອາຊີບນີ້ເທື່ອ.
ອ້າຍໂຊເຟີ້ແທັກຊີໃຈດີຄົນນັ້ນ ເລົ່າໃຫ້ຟັງວ່າ:

ປັດຈຸບັນ, ຢູ່ລາວເຮົາມີລົດແທັກຊີ 2 ປະເພດ (ແທັກຊີມິດເຕີ້ສີເຫຼືອງ ຈາກບໍລິສັດຈະຄິດໄລ່ຄ່າບໍລິການຕາມຕົວເລກມິດເຕີ້ ແລະ ແທັກຊີນັ່ງສ່ວນບຸກຄົນຄືພວກເຮົານີ້ແຫຼະ ລາຄາກໍແມ່ນຕົກລົງແບບເປັນກັນເອງ),

ຂໍ້ມູນຈາກ: ວາລະສານ ມະຫາຊົນ

1015

ບົດຄວາມຫຼ້າສຸດ

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...

ຮັດແໜ້ນການພົວພັນຮ່ວມມື ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າພົບປະລັດຖະມົນຕີກະຊວງການຕ່າງປະເທດບຣູໄນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ດາໂຕະ ເອີຣິວານ ເປຮິນ ຢູສອບ (Dato Erywan Pehin Yusof) ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ...

ຖືກສົ່ງກັບປະເທດ! ພົນລະເມືອງ ສ.ເກົາຫຼີ 64 ຄົນ ທີ່ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີ ໃນປະເທດ ກຳປູເຈຍ

ພົນລະເມືອງ ສ.ເກົາຫຼີ 64 ຄົນ ຖືກສົ່ງຕົວກັບປະເທດ ເນື່ອງຈາກເປັນເປັນຜູ້ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີໃນປະເທດ ກຳປູເຈຍ. ອີງຕາມສຳນັກຂ່າວ AFP ລາຍງານໃນວັນທີ 18 ຕຸລາ 2025 ຜ່ານມາ, ຈາກກໍລະນີປະຊາຊົນ...

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...