spot_img
Homeຂ່າວພາຍ​ໃນຄົ້ນພົບຊິ້ນສ່ວນກະດູກ ມະນຸດ ຫຼາຍກວ່າ 50 ພັນປີ ທີ່ແຂວງຫົວພັນ

ຄົ້ນພົບຊິ້ນສ່ວນກະດູກ ມະນຸດ ຫຼາຍກວ່າ 50 ພັນປີ ທີ່ແຂວງຫົວພັນ

Published on

ໃນວັນທີ 4 ເມສາ 2016 ທີ່ຫໍພິພິທະພັນແຫ່ງຊາດ, ກົມມໍລະດົກໂລກ ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວຮ່ວມກັບ ທີມງານຄົ້ນຄວ້າຂອງຝຣັ່ງ ແລະ ອາເມຣິກາ ໄດ້ຈັດພິທີຖະແຫຼງກ່ຽວຂ່າວທາງວິຊາການ ທີ່ເປັນຂໍ້ມູນເບື້ອງຕົ້ນກ່ຽວກັບຜົນການຄົ້ນຄວ້າ ແລະ ຄົ້ນພົບ ຊີ້ນສ່ວນກະດູກ ທີ່ແຂວງຫົວພັນ.

6355

ທ່ານ ດຣ. ບຸນທ່ຽງ ສີຣິປະພັນ ຫົວໜ້າກົມມໍລະດົກໂລກ ກ່າວວ່າ: ການຖະແຫຼງຂ່າວຄັ້ງນີ້ຈະເປັນຜົນປະໂຫຍດແກ່ອົງກອນ ແລະ ການຈັດຕັ້ງທັງພາກລັດ ແລະ ສ່ວນບຸກຄົນກໍ່ຄືນັກຮຽນ, ນັກສຶກສາ, ນັກຄົ້ນຄວ້າ ແລະ ຜູ້ທີ່ສົນໃຈຕໍ່ບັນຫາດັ່ງກ່າວ, ເປັນຕົ້ນແມ່ນການຄົ້ນຄວ້າ ແລະ ຄົ້ນພົບຊາກກະສິ້ນສ່ວນກະດູກທີ່ເກົ່າແກ່ທີ່ສຸດ ແລະ ບໍ່ເຄີຍພົບເຫັນມາກ່ອນ ໃນຂົງເຂດອາຊີ ຕາເວັນອອກສຽງໃຕ້, ຊາກກະດູດດັ່ງກ່າວແມ່ນຖືກຄົ້ນພົບຢູ່ຖ້ຳຜາລີງ ແຂວງຫົວພັນ ແລະ ຄາດວ່າຈະມີອາຍຸຫຼາຍກວ່າ 50 ພັນປີ ເຊິ່ງທາງນັກຄົ້ນຄວ້າໄດ້ເລີ່ມຕົ້ນຄົ້ນຄວ້າມາແຕ່ປີ 2003.
ທ່ານ ດຣ. ຟາບຣິດ ເດິມີແຕ ຫົວໜ້າໜ່ວຍງານຂຸດຄົ້ນ ຫໍພິພິຕະພັນ ມະນຸດວິທະຍາ ປາຣີ ປະເທດຝຣັ່ງກ່າວວ່າ: ໂຄງກະດູກທີ່ພວກເຮົາຄົ້ນພົບຢູ່ຖ້ຳຜາລີງ ເປັນສິ່ງທີ່ຢືນຢັນໄດ້ວ່າມີປະຊາກອນທີ່ມີໂຄງສ້າງດ້ານຮ່າງກາຍທີ່ແຕກ ຕ່າງກັນອາໄສຢູ່ສາຍພູສູງຂອງລາວ ເປັນເວລາ 50 ພັນກວ່າປີ, ຖ້າຫາກວ່າພວກເຂົາເຫຼົ່ານັ້ນແມ່ນລູກຫຼານຂອງປະຊາກອນທີ່ໜີມາຈາກ ອາຟຣິກກາປະມານ 100 ພັນປີກ່ອນ ນັ້ນອາດຈະເປັນໄປໄດ້ວ່າ ພວກເຂົາແມ່ນບັນພາບູລຸດຂອງກຸ່ມປະຊາກອນກຸ່ມທຳອິດທີ່ອົບພະຍົບໄປອົດສະຕາລາຊີ ແລະ ອົດສະຕາລີ ປະມານ 50 ພັນປີ ກ່ອນ.

603

 

ຂ່າວ ແລະ ພາບຈາກ: ໜັງສືພິມ ເສດຖະກິດການຄ້າ

 

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...