ນິທານພື້ນເມືອງລາວ ເລື່ອງ ສອງສະຫາຍ
ມີສອງສ່ຽວທີ່ຮັກແພງກັນທີ່ສຸດ.ຕະຫລອດໄລຍະເວລາທີ່ຍາວນານສອງສ່ຽວເຮັດອັນໃດກໍເຮັດຮ່ວມກັນສະເໝີ. ແຕ່ໃນວັນສິນຫນຶ່ງກາງ ລະດູຝົນທັງເປັນກາງ ພັນ ສາອີກດ້ວຍສອງສ່ຽວກໍປຶກສາກັນ ວ່າພວກເຂົາຈະພາກັນ ໄປເຮັດຫຍັງ,ຄວາມເຫັນຂອງພວກເຂົາກໍຄັດກັນ. ສ່ຽວຄົນໜຶ່ງສະເໜີວ່າພວກເຮົາບໍ່ໄດ້ເຮັດບຸນ ກຸສົນອັນ ໃດນານແລ້ວ.ສິນນີ້ພວກເຮົາພາກັນໄປຈຳສິນພາວະນາຟັງເທດຟັງ ທຳຢູ່ວັດ ເທາະ!ສ່ຽວຄົນໜຶ່ງຄັດວ່າ: ນີ້ເປັນໂອກາດດີທີ່ສຸດສຳລັບການຫາປາ.ມັນ ເປັນຍາມຝົນ ກາງພັນສາຊ້ຳພັດເປັນ ວັນສິນອີກ,ບໍ່ມີຄົນອື່ນ ໄປ ຫາ ຫຼາຍປາກໍ ແຮ່ງຖືກແຫເຮົາລະບໍ!ແມ່ນວ່າຄວາມ ຄິດຂອງຄົນໜຶ່ງໄດ້ເຮັດໃຫ້ອີກຄົນລັ່ງເລແດ່ກໍຕາມແຕ່ແລ້ວ ແຕ່ລະຄົນກໍຕັດ ສິນໃຈເຮັດສິ່ງທີ່ຕົນໄດ້ເຮັດແຕ່ຕົ້ນ.ສະຫາຍທີ່ໄປວັດຮູ້ສຶກບໍ່ດີໃຈເລີຍ, ລາວບໍ່ລື້ງກັບຜູ້ຄົນຢູ່ວັດແລະບໍ່ຊິນເຄີຍກັບກິດຈະກຳ ຂອງວັດ ລາວຄິດຢ່າງ ກິນແໜງວ່າ: ກູມາຈຳສິນຟັງເທດນີ້ບໍ່ໄດ້ອັນໃດຈັກໜ້ອຍ,ຄັນແມ່ນກູໄປຕຶກແຫນຳສ່ຽວກູກໍຈະໄດ້ຂອງ ກິນສູ່ລູກ ສູ່ເມຍ ກິນ. ສ່ວນຜູ້ໄປຕຶກແຫກໍບໍ່ດີໃຈເຊັ່ນກັນ ເນື່ອງເຫດວ່າມື້ນັ້ນບໍ່ມີຄົນອື່ນໃດຢູ່ບໍລິເວນທ່າຫາປາເລີຍລາວຮູ້ສຶກປ່ຽວໆ ແລະເນື່ອງດ້ວຍ ວ່າບໍ່ມີ ຄົນກໍເລີຍບໍ່ມີຜູ້ຊ່ວຍຕ້ອນປາປາເລີຍ ມີບ່ອນຫຼົບຫຼີກຢ່າງ ໄພ ສານຈາກແຫຂອງລາວ, ລາວກໍເລີຍຫາ ປາບໍ່ໄດ້ພໍໂຕ. ລາວຄິດກິນ ແຫນງວ່າ: ກູມາຫາປາກໍເປົ່າປະໂຫຍດດາຍດອກແໜງວ່າກູໄປວັດ ນຳສະຫາຍກູຍັງຈະໄດ້ສົດຊື່ນ ໃຈໃນແວດລ້ອມທີ່ ສະງົບສຸກໄດ້ ຄວາມຮູ້ ທາງພຸດ ທະທຳແລະ ໄດ້ຜົນບຸນ ອີກດ້ວຍ. ດັ່ງນັ້ນຄຳບູຮານຈິ່ງສັງລວມວ່າຜູ້ໄປຫາປາໄດ້ຮັບຜົນບຸນຂອງຜູ້ໄປວັດ ແລະ ໃນ ທາງກັບກັນຜູ້ໄປວັດໄດ້ຮັບບາບກຳຂອງຜູ້ໄປຫາປາ.
ເລື່ອງຈາກ: ສິດທິສອນ ແກ້ວພິຈິດ