Homeຂ່າວຕ່າງປະເທດກອງທັບອີຣັກ ປົດປ່ອຍຄຸກໃຕ້ດິນຂອງກຸ່ມໄອເອັສ ປະຊາຊົນກວ່າ 1,500 ຄົນ ຖືກປ່ອຍຕົວ!

ກອງທັບອີຣັກ ປົດປ່ອຍຄຸກໃຕ້ດິນຂອງກຸ່ມໄອເອັສ ປະຊາຊົນກວ່າ 1,500 ຄົນ ຖືກປ່ອຍຕົວ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 3 ເມສາຜ່ານມານີ້ວ່າ ເມື່ອວັນ​ທີ 2 ເມສາ 2016 ກອງທັບອີ​ຣັກ ໄດ້ພົບ​ເຫັນ​ມີ​ຄຸກ​ຂະໜາດໃຫຍ່​ໃຕ້​ດິນແຫ່ງໜຶ່ງ ຊຶ່ງໄດ້​ກັກ​ຂັງນັກໂທດປະມານ 1,500 ຄົນ ໃນ​ບັ້ນ​ຮົບ​ປົດ​ປ່ອຍເທດ​ສະ​ບານຮີດ ແຂວງອັນບາ ຈາກ​ການຍຶດຄອງຂອງກຸ່ມລັດອິດສະລາມ ຫລື ໄອເອັສ ໂດຍບັນດານັກໂທດທີ່ຖືກກັກຂັງ ແມ່ນໄດ້ຮັບການຊ່ວຍເຫລືອປ່ອຍຕົວ ໂດຍທະຫານຂອງອີຣັກທັນທີ.

ທັງນີ້ ກອງທັບອີ​ຣັກ ໄດ້​ປົດປ່ອຍ​​ເທດ​ສະ​ບານ​ຮີດ ຊື່ງ​ແມ່ນ​ໜຶ່ງໃນ​ບັນ​ດາ​ເຂດ​ທີ່​ມີ​ປະ​ຊາ​ຊົນ​ ດຳ​ລົງ​ຊີ​ວິດ​ຫລາຍກວ່າ​ໝູ່​ແຂວງອັນບາ ຢ່າງສົມບູນເປັນທີ່ຮຽບຮ້ອຍ, ແນວໃດ​ກໍ​ຕາມ ມີ​ບາງ​ເຂດ​ຂອງແຂວງດັ່ງກ່າວ ຍັງ​ຖືກກຸ່ມລັດອິດສະລາມ ຫລື ໄອເອັສຄວບ​ຄຸມໄວ້ຢູ່. ຕາມ​ຕົ​ວ​ເລກ​ສະ​ຖິ​ຕິ​ຂອງອົງການສະຫະປະຊາຊາດແລ້ວ, ນັບແຕ່ວັນ​ທີ 11 ມີນາມາ​ຮອດ​ປັດຈຸ​ບັນ ການສູ້ຮົບກັນ​ຢູ່ແຂວງອັນບາ ໄດ້​ເຮັດ​ໃຫ້​ເຮືອນ​ຊານ​ບ້ານ​ຊ່ອງ​ຂອງປະຊາຊົນຖືກທຳລາຍ ເຮັດໃຫ້ປະຊາຊົນກວ່າ 35,000 ຄົນຂາດທີ່ຢູ່ອາໄສ ໂຍດອົງການສະຫະປະຊາຊາດ ແລະ ບັນ​ດາ​ອົງ​ການ​ຄູ່​ຮ່ວມ​ມື ​ໄດ້​ຮຽກ​ຮ້ອງ​ບ້ວງ​ເງິນຊ່ວຍ​ເຫລືອ​ດ່ວນ ລວມ​ມູນ​ຄ່າ 861 ລ້ານໂດລາ ໃຫ້​ແກ່​ປະ​ຊາ​ຊົນອີ​ຣັກ ໃນ​ປີ 2016 ນີ້ ແຕ່​ມາ​ຮອດ​ປັດ​ຈຸ​ບັນ ແມ່ນໄດ້ຮັບການບໍລິຈາກພຽງ​ 74 ລ້ານໂດລາເທົ່ານັ້ນ.

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...