Homeລົດຍົນ-ຍານພາຫະນະເຜີຍໂສມ ເທສລາໂມເດວ3 ລົດໄຟຟ້າທີ່ຄົນອາເມລິກາແຫ່ຈອງກ່ວາແສນຄັນໃນເວລາ 24 ຊົ່ວໂມງ

ເຜີຍໂສມ ເທສລາໂມເດວ3 ລົດໄຟຟ້າທີ່ຄົນອາເມລິກາແຫ່ຈອງກ່ວາແສນຄັນໃນເວລາ 24 ຊົ່ວໂມງ

Published on

138

ບໍລິສັດ ເທສລາ ຜູ້ຜະລິດລົດຂັບເຄື່ອນໄຟຟ້າຍັກໃຫ່ຍຂອງອາເມລິກາ ເປີດໃຫ້ຈອງ ເທສລາ ໂມເດວ3 ລົດໄຟຟ້າລາຄາ 35,000 ໂດລາ ເມື່ອວັນທີ່ 31ມີນາທີ່ຜ່ານມາ ສ້າງປະກົດການດ້ວຍຜູ້ສົນໃຈຈອງເຖິງ 115,000 ຄັນ ໃນເວລາພຽງ 24 ຊົ່ວໂມງເທົ່ານັ້ນ ເຖິງແມ່ນວ່າ ເທສລາ ຈະຜະລິດລົດລຸ້ນດັ່ງກ່າວສົ່ງເຖິງມືລູກຄ້າໃນທ້າຍປີ 2017 ກໍ່ຕາມ ແລະ ຄາດວ່າຍອດສັ່ງຈອງຈະເພີ່ມຂື້ນອີກ

2886

ອີລອນ ມັກສຼ ຜູ້ກໍ່ຕັ້ງບໍລິສັດ ເທສລາ ຜູ້ໄດ້ສາຍາວ່າ ໂທນີ ສຕາກ ໃນຊີວິດຈິງລະບຸວ່າ ຕົວເລກສັ່ງຈອງສຳລັບ ໂມເດວ3 ໃນຊ່ວງ 24 ຂົ່ວໂມງ ທີ່ຜ່ານມາບັນລຸເປົ້າເຖິງ 115,000 ຄັນໄປແລ້ວ ‘ມັກສ໌ ລະບຸວ່າ ຂັ້ນສຸດທ້າຍຂອງແຜນໄລຍະຍາວກໍ່ຄື ຕະຫລາດ ແມສ ແລະ ລົດຍົນໃນລາຄາປະຢັດ’

ທັງນີ້ບໍລິສັດ ເທສລາ ຕັ້ງເປົ້າວ່າຈະຂາຍໄດ້ພາຍໃນປີ 2020 ທີ່ 500,000 ຄັນ.

 

ແຫລ່ງຂ່າວຈາກ: ABC Laos news ສຳນັກຂ່າວເອບີຊີລາວ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...