spot_img
Homeຂ່າວເຫດການທ່ານຮອງນາຍົກລັດຖະມົນຕີ ຕ້ອນຮັບທູດ ສປປ ເກົາຫຼີ ຄົນໃໝ່

ທ່ານຮອງນາຍົກລັດຖະມົນຕີ ຕ້ອນຮັບທູດ ສປປ ເກົາຫຼີ ຄົນໃໝ່

Published on

ທ່ານຮອງນາຍົກລັດຖະມົນຕີ ຕ້ອນຮັບທູດ ສປປ ເກົາຫຼີ ຄົນໃໝ່
ທ່ານຮອງນາຍົກລັດຖະມົນຕີ ຕ້ອນຮັບທູດ ສປປ ເກົາຫຼີ ຄົນໃໝ່

ວັນ​ທີ 2 ພຶດສະພາ 2014 ທີ່​ກະຊວງ​ການ​ຕ່າງປະເທດ ທ່ານ ທອງ​ລຸນ ສີ​ສຸ​ລິດ ຮອງ​ນາຍົກລັດຖະມົນຕີ ລັດຖະມົນຕີ​ວ່າການ ກະຊວງ​ການ​ຕ່າງປະເທດ ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຄຳນັບ​ຂອງ​ທ່ານ ຣີ​ສັງ​ກວນ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ສາທາລະນະ​ລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ (​ສປປ ເກົາຫຼີ) ຄົນ​ໃໝ່ ປະຈຳ ​ສປປ ລາວ.

ໂອກາດ​ດັ່ງກ່າວ​ນີ້ ທ່ານ​ຮອງ​ນາຍົກລັດຖະມົນຕີ ໄດ້​ສະແດງ​ຄວາມ​ຊົມເຊີຍ ແລະ ຍິນ​ດີ​ຕໍ່​ການ​ມາ​ຮັບ​ໜ້າທີ່​ເປັນ​ທູດ ​ສປປ ເກົາຫຼີ ຄົນ​ໃໝ່ ປະຈຳ ​ສປປ ລາວ ຂອງ​ທ່ານ ຣີ​ສັງ​ກວນ ຄັ້ງ​ນີ້ ເຊິ່ງ​ຈະ​ເປັນ​ການ​ສືບຕໍ່​ເພີ່ມ​ທະວີ​ສາຍ​ພົວພັນ​ມິດຕະພາບ ລະຫວ່າງ​ສອງ​ປະເທດ​ທີ່​ມີ​ມາ​ແລ້ວ ໃຫ້​ນັບ​ມື້​ນັບ​ແໜ້ນ​ແຟ້ນ​ຍິ່ງໆ​ຂຶ້ນ ຄຽງ​ຄູ່​ກັບ​ການ​ພັດທະນາ​ການ​ຮ່ວມ​ມື​ໃນ​ຍຸກ​ໃໝ່ ໃຫ້​ນັບ​ມື້​ແຕກ​ດອກ​ອອກ​ຜົນ ເພື່ອ​ນຳ​ເອົາ​ຜົນ​ປະໂຫຍດ​ມາສູ່​ປະຊາຊົນ​ສອງ​ຊາດ​ລາວ ແລະ ​ສປປ ເກົາຫຼີ ພ້ອມ​ກັນ​ນັ້ນ ທ່ານ​ຍັງ​ໄດ້​ອວຍພອນ​ໃຫ້​ທ່ານ​ທູດ ຈົ່ງ​ປະສົບ​ຜົນສຳເລັດ ໃນ​ການ​ມາ​ປະຕິບັດ​ໜ້າທີ່​ຢູ່​ລາວ ຄັ້ງ​ນີ້.

ທ່ານ ຣີ​ສັງ​ກວນ ທູດ ​ສປປ ເກົາຫຼີ ຄົນ​ໃໝ່ ໄດ້​ສະແດງ​ຄວາມ​ຂອບໃຈ ມາ​ຍັງ​ທ່ານ​ຮອງ​ນາຍົກລັດຖະມົນຕີ ລັດຖະມົນຕີ​ວ່າການ ກະຊວງ​ການ​ຕ່າງປະເທດ ທີ່​ໄດ້​ໃຫ້​ກຽດ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ ພ້ອມ​ທັງ​ຕີ​ລາຄາ​ສູງ​ຕໍ່​ຜົນສຳເລັດ ໃນ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ ​ສປປ ລາວ ແລະ ​ສປປ ເກົາຫຼີ ໃນ​ໄລຍະ​ຜ່ານ​ມາ ກໍ່​ຄື​ໃນ​ສະເພາະ​ໜ້າ ພ້ອມ​ທັງ​ແຈ້ງ​ສະພາບ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ ​ສປປ ເກົາຫຼີ ໂດຍ​ຫຍໍ້ ຕໍ່​ທ່ານ​ຮອງ​ນາຍົກລັດຖະມົນຕີ​ຊາບ ແລະ ໃນ​ໂອກາດ​ດັ່ງກ່າວ ທ່ານ​ໄດ້​ຢືນຢັນ​ວ່າ: ໃນ​ໄລຍະ​ປະຈຳ​ຢູ່​ລາວ ທ່ານ​ຈະ​ປະຕິບັດ​ໜ້າທີ່​ອັນ​ມີ​ກຽດ​ຂອງ​ຕົນ ດ້ວຍ​ຄວາມ​ຕັ້ງໜ້າ ຫ້າວຫັນ ແລະ ປະສົບ​ຜົນສຳເລັດ.

ທີ່ມາ http://www.vientianemai.net/teen/khao/1/11711

 

ບົດຄວາມຫຼ້າສຸດ

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...