spot_img
Homeຂ່າວການສຶກສາໂຮງຮຽນການເມືອງ-ການປົກຄອງແຂວງອຸດົມໄຊ ມອບໃບປະກາສະນີຍະບັດໃຫ້ນັກສຶກສາ ພະແນກສາທາລະນະສຸກ

ໂຮງຮຽນການເມືອງ-ການປົກຄອງແຂວງອຸດົມໄຊ ມອບໃບປະກາສະນີຍະບັດໃຫ້ນັກສຶກສາ ພະແນກສາທາລະນະສຸກ

Published on

ພິທີອັດຊຸດຮຽນ ແລະ ມອບໃບປະກາສະນີຍະບັດໃຫ້ແກ່ນັກສຶກສາວິຊາທິດສະດີການເມືອງ ແລະ ການປົກຄອງຊັ້ນຕົ້ນ ພາກພິເສດ ຮຸ່ນທີ V ຂອງພະແນກສາທາລະນະສຸກແຂວງອຸດົມໄຊ ໄດ້ຈັດຂຶ້ນໃນຕອນແລງວັນທີ 30 ມີນາ 2016 ຜ່ານມາ ຢູ່ທີ່ຫ້ອງປະຊຸມໂຮງຮຽນທິດສະດີການເມືອງ ແລະ ການປົກຂອງ ແຂວງອຸດົມໄຊ.

ໃຫ້ກຽດເປັນປະທານພິທີຄັ້ງນີ້ ແມ່ນທ່ານ ໂອວາດ ຈັນທະວົງ ຄະນະປະຈໍາພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກີລາ ຜູ້ຊີ້ນຳຂົງເຂດວຽກງານວັດທະນະທຳ-ສັງຄົມ ມີທ່ານ ດຣ. ວິນິດ ຊານໄຊຢາງ ຮອງເລຂາໜ່ວຍພັກ ຮອງອຳນວຍການໂຮງຮຽນການເມືອງ-ການປົກຄອງແຂວງອຸດົມໄຊ ມີບັນດາພະນັກງານ ຄູ ອາຈານ ນັກສຶກສາ ແລະ ແຂກຖືກເຊີນຈາກໂຮງຮຽນສາທາລະນະສຸກແຂວງ ໂຮງໝໍ ແລະ ອົງການຈັດຕັ້ງຕ່າງໆເຂົ້າຮ່ວມ.

ໃນການດຳເນີນພິທີຄັ້ງນີ້ ບັນດາຜູ້ເຂົ້າຮ່ວມໄດ້ຮັບຟັງການຜ່ານບົດສະຫຼຸບກ່ຽວກັບສະພາບໂດຍຮວມຂອງການສຶກສາທິດສະດີການເມືອງ ແລະ ການປົກຄອງ ຂອງນັກສຶກສາພະແນກສາທາລະນະສຸກ ຊັ້ນຕົ້ນ ຮຸ່ນທີ V ໃນໄລຍະ 3 ເດືອນຜ່ານມາ ໂດຍເລີ່ມຈັດຕັ້ງປະຕິບັດການຮຽນ-ການສອນ ຕັ້ງແຕ່ເດືອນມັງກອນເປັນຕົ້ນມາ ເຊິ່ງມີນັກສຶກສາເຂົ້າຮຽນທັງໝົດ 30 ສະຫາຍ ຍິງ 9 ສະຫາຍ ສ່ວນຫຼັກສູດການຮຽນ ການສອນແມ່ນປະກອບມີທັງໝົດ 9 ວິຊາ 14 ໜ່ວຍກິດ ແລະ 224 ຊົ່ວໂມງ ຫຼັງຈາກນັ້ນ ກໍໄດ້ມີພິທີມອບໃບປະກາສະນີຍະບັດ ໃຫ້ແກ່ນັກສຶກສາທັງໝົດ ເຊິ່ງໃຫ້ກຽດມອບໂດຍທ່ານ ໂອວາດ ຈັນທະວົງ ຄະນະປະຈຳພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກີລາແຂວງ.
ແຫລ່ງຂ່າວຈາກ: ວິທະຍຸ-ໂທລະພາບນະຄອນຫຼວງ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...