spot_img
Homeຂ່າວຕ່າງປະເທດຫວຽດນາມສົ່ງອອກເຂົ້າ ໄຕມາດທຳອິດຂອງປີນີ້ ເພີ່ມຂຶ້ນກວ່າ 40%!

ຫວຽດນາມສົ່ງອອກເຂົ້າ ໄຕມາດທຳອິດຂອງປີນີ້ ເພີ່ມຂຶ້ນກວ່າ 40%!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 29 ມີນາຜ່ານມານນີ້ວ່າ ກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ໄດ້ລາຍງານຄາດວ່າ ໃນໄລຍະໄຕມາດທຳອິດຂອງປີ 2016 ນີ້ ການສົ່ງອອກເຂົ້າຂອງຫວຽດນາມ ຈະຂະຫຍາຍຕົວເພີ່ມຂຶ້ນ 41.6% ແລະ ສ້າງລາຍຮັບໃຫ້ແກ່ປະເທດ ເພີ່ມຂຶ້ນ 40.8% ເມື່ອທຽບກັບປີກາຍນີ້ ດ້ວຍປະລິມານການສົ່ງອອກທັງໝົດ 1.59 ລ້ານໂຕນ ມູນຄ່າ 692 ລ້ານໂດລາ.

ຕະຫລາດຕ່າງປະເທດ ທີ່ຊື້ເຂົ້າຈາກຫວຽດນາມ ລາລຍໃຫຍ່ທີ່ສຸດແມ່ນ ອິນໂດເນເຊຍ ກວມສ່ວນແບ່ງຕະຫລາດ ຂອງການສົ່ງອອກເຖິງ 31.42%, ຖັດລົງມາແມ່ນ ສປຈີນ ກວມ 17.15%, ນອກຈາກນັ້ນ ຍັງມີຕະຫລາດອື່ນໆ ເຊັ່ນຟິລິບປິນ, ມາເລເຊຍ ແລະ ສະຫະລັດອາຣັບເອມິເຣດ ກໍຂະຫຍາຍຕົວເພີ່ມຂຶ້ນເຊັ່ນດຽວກັນ.

 

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...