ທ່ານ ວາສະນູນ ສໍອິນໄຊ ຫົວໜ້າ ຂະແໜງຄຸ້ມຄອງຊັບພະຍາກອນປ່າໄມ້ພະແນກຊັບພະຍາກອນ ແລະສິ່ງແວດລ້ອມແຂວງຫົວພັນໄດ້ຮູ້ກ່ຽວກັບສະພາບໄຟໄໝ້ລາມປ່າຢູ່ແຂວງຫົວພັນທີ່ ເກີດຂຶ້ນໃນປີນີ້ວ່າ: ສຳລັບໄຟລາມປ່າທີ່ເກີດຂຶ້ນຢູ່ແຂວງຫົວພັນປີນີ້ເລີ່ມແຕ່ກາງເດືອນກຸມພາເປັນຕົ້ນມາຮອດກາງເດືອນມີນາຈິ່ງສາມາດດັບມອດໄດ້ສຳເລັດມີເນື້ອທີ່ປ່າໄມ້ທີ່ຖືກໄຟໄໝ້ທັງໝົດ 951 ເຮັກຕາ. ໃນນັ້ນພື້ນທີ່ທີ່ຖືກເສຍຫາຍຫຼາຍກວ່າໝູ່ຢູ່ໃນປ່າສະຫງວນແຫ່ງຊາດສອງແຫ່ງ ຄື: ປ່າສະຫງວນນ້ຳຊຳ ແລະປ່າສະຫງວນນ້ຳແອດພູເລີຍຖືກໄຟໄໝ້ກວມ 60% ຂອງເນື້ອທີ່ທັງໝົດ, ນອກຈາກນີ້ຍັງມີປ່າປ້ອງກັນ ແລະປ່າຊົມໃຊ້ຂອງ ບ້ານຈຳນວນໜຶ່ງ, ສ່ວນຂອບເຂດເມືອງ ທີ່ໄດ້ຮັບຜົນກະທົບຫຼາຍກວ່າໝູ່ແມ່ນເມືອງວຽງໄຊ, ເມືອງຊຳໃຕ້, ເມືອງ ກວັນ, ເມືອງຮ້ຽມ ແລະເມືອງຊຳເໜືອ. ເມື່ອເກີດມີສະພາບການດັ່ງກ່າວແລ້ວທາງຄະນະນຳຂັ້ນແຂວງ, ພະແນກການ ກ່ຽວຂ້ອງກໍ່ໄດ້ມີການປະສານສົມທົບ ກັບພະແນກການອ້ອມຂ້າງ, ກົມກອງ, ຫ້ອງການ ແລະປະຊາຊົນບັນດາເຜົ່າໃນກຸ່ມບ້ານ, ບ້ານເພື່ອລະດົມຄົນ ແລະ ພາຫະນະຕ່າງໆເຂົ້າຮ່ວມຂະບວນການມອດໄຟມີປະມານ 1500 – 1800 ເທື່ອຊຶ່ງມາຮອດປະຈຸບັນນີ້ສາມາດແກ້ໄຂບັນຫາໄຟລ່າມປ່າໄດ້ໂດຍພື້ນຖານໃນຂອບເຂດເມືອງທີ່ມີເຫດການດັ່ງກ່າວເກີດ ຂຶ້ນສາເຫດຕົ້ນຕໍຂອງໄຟລາມປ່າມີ 3 ສາເຫດຄື: ຍ້ອນບຸກຄົນດັງໄຟຢູ່ໃນປ່າ ແລ້ວລືມມອດ ຍ້ອນປະຊາຊົນຈຳນວນ ໜຶ່ງຈູດປ່າເພື່ອລ່າເນື້ອ ແລະຍ້ອນປະຊາຊົນຈູດສວນ ໄຮ່ ໂດຍບໍ່ຖືກຕາມເຕັກນິກວິຊາການບໍ່ຄຳນຶງເຖິ່ງສະພາບດິນ ຟ້າອາກາດຕໍ່ກັບມາດຕະການຜູ້ລະເມີດ ແມ່ນອີງໃສ່ກໍ່ລະນີນີ້ເຫດການໜັກ ຫຼື ເບົາເຊັ່ນ: ບາງກໍລະນີນີ້ກໍສຶກສາອົບຮົມ, ບາງກໍລະນີ້ກໍຖືກປັບໃໝແລ້ວແກ້ໄຂຕາມລະບຽບການ.
ພ້ອມນີ້ທ່ານຍັງໄດ້ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າທຸກໆຄົນຕ້ອງເປັນເຈົ້າການເຝົ້າລະວັງເພື່ອບໍ່ໃຫ້ເກີດມີໄຟໄໝ້ລ່າມປ່າອີກແຕ່ຖ້າຫາກວ່າມີເຫດການດັ່ງກ່າວເກີດຂຶ້ນຢູ່ບ່ອນໃດຕ້ອງໄດ້ພ້ອມກັນເປັນຈິດໜຶ່ງໃຈດຽວສະກັດກັ້ນຕ້ານເພື່ອບໍ່ໃຫ້ເກີດຜົນເສຍຫາຍຕໍ່ຊັບສິນຂອງປະຊາຊົນ, ຜູ້ທີ່ຈະຈູດໄຮ່, ສວນກໍຕ້ອງມີສະຕິລະວັງຕົວກ່ອນຈະຈູດຕ້ອງໄດ້ແຈ້ງໃຫ້ຄະນະຄຸ້ມຄອງບ້ານ, ອຳນາດການປົກຄອງບ້ານຮັບຮູ້ຕ້ອງມີການຖາງແລວ ເພື່ອປ້ອງກັນບໍ່ໃຫ້ໄຟລ່າມປ່າໄປເຖິງບ່ອນອື່ນ.