Homeຂ່າວການພັດທະນາເສັ້ນທາງໜອງບຶກ-ຕານມີໄຊ ພວມປະເມີນມູນຄ່າກໍ່ສ້າງ ຄາດບໍລິສັດລາວເວີນ ຮັບເໝົາ-ລົງທຶນກ່ອນ!

ເສັ້ນທາງໜອງບຶກ-ຕານມີໄຊ ພວມປະເມີນມູນຄ່າກໍ່ສ້າງ ຄາດບໍລິສັດລາວເວີນ ຮັບເໝົາ-ລົງທຶນກ່ອນ!

Published on

ຂປລ. ປະຊາຊົນ​ ຜູ້​ໃຊ້​ລົດ​ໃຊ້​ຖະໜົນ ຈົ່ງ​ອົດ​ທົນ​ລໍຄອຍອີກ​ບໍ່ດົນ​ ກໍ​ຈະ​ມີ​ການ​ລົງມື ​ກໍ່ສ້າງ​ເສັ້ນທາງ ​ແຕ່​ສາມ​ແຍກ ໜອງບຶກ-​ໄຟ​ອຳນາດ ສີ່​ແຍກ​ຕານ​ມີ​ໄຊ ​ເພາະວ່າ​ໃນ​ປັດຈຸບັນ ກະຊວງ​​ແຜນການ ​ແລະ ການ​ລົງທຶນ ກັບ​ກະຊວງ​ການ​ເງິນ ພວມ​ດຳ​ເນີນ​ການ​ ປະ​ເມີນ​ລາຄາ ​ນັບ​ທັງ​ຂໍ້​ມູນ​ ທາງ​ດ້ານ​ມາດຕະຖານ ​ເຕັກນິກ​ຕ່າງໆ ໃນ​ການກໍ່ສ້າງ​​​ ໂດຍ​ຄາດ​ວ່າ​ ຈະ​ແມ່ນບໍລິສັດ ລາວ​ເວີນກຣຸບ ​ເປັນ​ຜູ້​ຮັບ​ເໝົາ ​ແລະ ລົງທຶນ​ກ່ອນ.

ທ່ານ ​ເດ​ດໄຊ​ສົງຄາມ ທຳມະວົງ ຫົວໜ້າພະ​ແນ​ກ​ ໂຍທາ​ທິການ ​ແລະ ຂົນ​ສົ່ງ ນະຄອນ ຫລວງ​ວຽງຈັນ, ​ເປີດ​ເຜີຍ​ວ່າ: ​ເມື່ອ​ສຳ​ເລັດ ​ການ​ປະ​ເມີນ​ລາຄາ​ ບໍລິສັດ ລາວ​ເວີນ ກຣຸບ ກໍ​ຈະ​ດຳ​ເນີນ​ການ​ລົງມື​ກໍ່ສ້າງ ​ເສັ້ນທາງດັ່ງກ່າວ​ທັນທີ ​ເຊິ່ງມີ​ໄລຍະ​ທາງ ຍາວ​ປະມານ 8 ກິ​ໂລ​ແມັດ ດ້ວຍ​ມາດຕະ ຖານ​ເຕັກນິກ​ ດຽວກັນກັບ​ເສັ້ນ​ທາງ ​ແຕ່​ສີ່​ແຍກ​ໄຟ​ອຳນາດ ​ຕານ​ມີ​ໄຊ-​ໄຟ​ອຳນາດ​ດົງ​ໂດກ ປູ​ດ້ວຍ​ເບ​ຕົງ​ເສີມ​ເຫລັກ. ​ເນື່ອງ​ຈາກ​ເສັ້ນທາງ​ສາຍ​ນີ້​ ເປັນ​ສາຍ​ສຳຄັນ ທີ່ມີ​ພາຫະນະບັນທຸກ​ໜັກ​ ທຽວ​ໄປມາ​ຢ່າງ​ຫລວງຫລາຍ ຈຶ່ງ​ຕ້ອງ​ມີ​ການ​ຄຳນວນ​ ເຖິງ​ຄຸນ​ນະພາ​ບ ​ແລະ ມາດຕະຖານ ​ດ້ານ​ເຕັກນິກໃຫ້​ມີ​ຄວາມ​ຮັບປະກັນ ລວມທັງ​ມູນ​ຄ່າ​ການກໍ່ສ້າງ ກໍ​ນັບ​ວ່າ​ສູງ​ສົມຄວນ. ສະ​ນັ້ນ, ທາງ​ພາກ​ລັດ ກໍ​ຕ້ອງ​ດຳ​ເນີນ ​ການ​ສຶກສາຢ່າງຮອບ​ຄອບ ທັງ​ຮັບປະກັນ​ຄຸນ​ນະພາ​ບ​ ໃຫ້​ສາມາດ​ນຳ​ໃຊ້​ ໄດ້​ຍາວ​ນານ.

ທ່ານ ກ່າວຕື່ມ​ວ່າ: ບໍ່ພຽງ​ແຕ່​ເສັ້ນທາງ ໜອງບຶກ​-ຕານ​ມີ​ໄຊ​ເທົ່າ​ນັ້ນ, ລັດຖະບານ ຍັງ​​ໄດ້ມີ​ການປັບປຸງ​ກໍ່ສ້າງ ​ເສັ້ນທາງ​ຊອຍໃຫຍ່ ທີ່​ເຊື່ອ​ມຕໍ່​ໃນ ນະຄອນຫລວງ​ວຽງຈັນ ຈຳນວນ 27 ​ເສັ້ນ ​ໃນ​ມູນ​ຄ່າ​ຫລາຍ​ກວ່າ 23 ລ້ານ​ໂດ​ລາ​ສະຫະລັດ ​​ເຊິ່ງຈະ​ໃຫ້​ສຳ​ເລັດ​ກ່ອນ ສປປ ລາວ ​ຮັບ​ກຽດເປັນ​ເຈົ້າພາບ​ ກອງ​ປະຊຸມ​ສຸດ​ຍອດອາ​ຊຽນ ​ໃນ​ທ້າຍ​ປີ​ນີ້. ​ເພື່ອ​ອຳນວຍ​ຄວາມ​ສະດວກ ​ໃນ​ການ​ສັນຈອນ ​ແກ້​ໄຂ​ລົດ​ຕິດ​ແອ​ອັດ ​​ເຮັດໃຫ້​ຕົວ​ເມືອງ​ ມີ​ຄວາມ​​ເປັນ​ລະບຽບຮຽບຮ້ອຍ ​ແລະ ມີ​ເສັ້ນທາງທີ່ສວຍງາມ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...

ທ່ານ ນາຍົກລັດຖະມົນຕີ ຊີ້ນຳໃຫ້ ຍທຂ ພັດທະນາກໍ່ສ້າງ ແລະ ປັບປຸງເສັ້ນທາງໃຫ້ມີຄຸນນະພາບ ໄດ້ມາດຕະຖານສາກົນ.

ໃນວັນທີ 13 ຕຸລາ 2026 ນີ້, ທີ່ຫ້ອງປະຊຸມໃຫຍ່ກະຊວງໂຍທາທິການ ແລະ ຂົນສົ່ງ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ...