spot_img
Homeຂ່າວຕ່າງປະເທດສະຖານະການພິກ! ຖືກຈັບແລ້ວຜູ້ຈີ້ເຮືອບິນເອຢິບ ແອ ທີ່ແທ້ວຸ້ນຍອນຮັກ

ສະຖານະການພິກ! ຖືກຈັບແລ້ວຜູ້ຈີ້ເຮືອບິນເອຢິບ ແອ ທີ່ແທ້ວຸ້ນຍອນຮັກ

Published on

ເອເອຟພີລາຍງານວ່າ ເມື່ອວັນທີ 29 ມີນາ ເຫດການຈີ້ເຮືອບິນແອບບັສ ເອ 320 ຂອງສາຍການບິນເອຢິບ ຖ້ຽວບິນພາຍໃນປະເທດ ເອັມເອສ 181 ມີຄົນເທິງເຮືອບິນທັງໝົດ 81 ຄົນ ລະທຶກຢູ່ດົນເກືອບ 6 ຊົ່ວໂມງທີ່ປະເທດໄຊປຣັສ ກ່ອນລົງເອີຍຄົນຮ້າຍຖືກຈັບກຸມ ໂດຍບໍ່ມີໃຜໄດ້ຮັບອັນຕະລາຍ.

ຖ້ຽວບິນດັ່ງກ່າວ ບິນຈາກນະຄອນຫຼວງອະເລັກຊານເດຣຍ ໄປຍັງນະຄອນຫຼວງໄຄໂຣ ປະເທດເອຢິບ ແຕ່ຖືກຄົນຮ້າຍຈີ້ໄປປະເທດໄຊປຣັສ ອ້າງວ່າມີລະເບີດຜູກມັດຢູ່ກັບຕົວ ເຮັດໃຫ້ຜູ້ຄົນຢ້ານວ່າເປັນເຫດກໍ່ການຮ້າຍ ຈົນຕໍ່ມາຄົນຮ້າຍຂໍພົບຍິງຄົນຮັກເກົ່າຊາວໄຊປຣັສ ຈິ່ງກັບກາຍເປັນເລື່ອງສ່ວນຕົວ.

ປະທານາທິບໍດີນິກອສ ອານາສຕາເຊຍເດສ ຜູ້ນຳໄຊປຣັສ ກ່າວວ່າ ເຫດຈີ້ເຮືອບິນທີ່ເກີດຂຶ້ນນັ້ນບໍ່ແມ່ນການກໍ່ການຮ້າຍ ຜູ້ໂດຍສານແລະລູກເຮືອທຸກຄົນປອດໄພ ເມື່ອຜູ້ສື່ຂ່າວຄົນໜຶ່ງຖາມເຖິງສາເຫດທີ່ຄົນຮ້າຍລົງມືກໍ່ເຫດວ່າ ມາຈາກຄວາມຮັກຫຼືບໍ່ ຜູ້ນຳໄຊປຣັສໄດ້ຫົວຂຶ້ນ ເລື່ອງແບບນີ້ກໍ່ມັກຈະມີຜູ້ຍິງມາກ່ຽວຂ້ອງສະເໝີ.

ດ້ານເຈົ້າໜ້າທີ່ກະຊວງການຕ່າງປະເທດເຜີຍເບື້ອງຕົ້ນວ່າ ຄົນຮ້າຍມີສະພາບຈິດໃຈບໍ່ໝັ້ນຄົງ.

ທັງນີ້ ລະຫວ່າງເຫດຄົນຮ້າຍບີບບັງຄັບໃຫ້ຜູ້ບັນຄັບເຮືອບິນມາລົງຈອດທີ່ທ່າອາກາດສະຍານເມືອງລານາກາ ທາງພາກໃຕ້ຂອງປະເທດໄຊປຣັສ ໂດຍຫາກບໍ່ເຮັດຕາມຈະຈູດສະນວນລະເບີດສະຫຼະຊີບ ຕໍ່ມາເຈົ້າໜ້າທີ່ພະຍາຍາມເຈລະຈາຈົນຄົນຮ້າຍຍອມປ່ອຍຜູ້ໂດຍສານທັງໝົດລົງຈາກເຮືອບິນຍົກເວັ້ນລູກເຮືອ 4 ຄົນ ແລະຜູ້ໂດຍສານ 3 ຄົນ ທ່າມກາງບັນຍາກາດທີ່ກົດດັນ.

ຕໍ່ມາເຈົ້າໜ້າທີ່ຫໍບັງຄັບການວິທະຍຸການບິນສັ່ງໃຫ້ຖ້ຽວບິນທັງໝົດໄປລົງທີ່ສະໜາມບິນອື່ນ ແລະ ທາງການໄຊປຣັສປິດໃຫ້ບໍລິການສະໜານບິນຊົ່ວຄາວ ຈົນຄົນຮ້າຍຍື່ນຂໍ້ຮຽກຮ້ອງຂໍລີ້ໄພໃນປະເທດໄຊປຣັສ ລວມທັງຂໍພົບກັບຄົນຮັກເກົ່າທີ່ແຍກທາງກັນ ເຈົ້າໜ້າທີ່ຈິ່ງພາຕົວມາແລະຈັບກຸມຄົ້ນຮ້າຍໃນທີ່ສຸດ.

ດ້ານເຈົ້າໜ້າທີ່ລະດັບສູງຂອງທ່າອາກາດສະຍານນະຄອນຫຼວງອະເລັກຊານເດຣຍ ລະບຸວ່າ ສັນຊາດຜູ້ໂດຍສານທີ່ມີຢູ່ເທິງເຮືອບິນໄດ້ແກ່ ອາເມລິກາ 8 ຄົນ, ອັງກິດ 4 ຄົນ, ເນເທີແລນ 4 ຄົນ, ແບນຊິກ 2 ຄົນ, ອິຕາລີ 1 ຄົນ ແລະ ທີ່ເຫຼືອເປັນຊາວເອຢິບ.

ບົດຄວາມຫຼ້າສຸດ

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025 ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ...