spot_img
Homeຂ່າວຕ່າງປະເທດຈີນປະກາດຄຳສັ່ງ ຫ້າມທະຫານຫາລາຍໄດ້ເສີມ ນອກໜ້າທີ່ໃນກອງທັບ ຕ້ານສໍ້ລາດບັງຫລວງ!

ຈີນປະກາດຄຳສັ່ງ ຫ້າມທະຫານຫາລາຍໄດ້ເສີມ ນອກໜ້າທີ່ໃນກອງທັບ ຕ້ານສໍ້ລາດບັງຫລວງ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 29 ມີນານີ້ວ່າ ໃນວັນຈັນທີ 28 ມີນາ 2016 ກອງທັບປົດປ່ອຍປະຊາຊົນຈີນ ໄດ້ມີຄຳສັ່ງໃຫ້ທະຫານໃນກອງທັບ ຈຳນວນກວ່າ 2.3 ລ້ານຄົນ ໃຫ້ຢຸຕິການຫາລາຍຮັບອື່ນໆທັງໝົດ ນອກເໜືອຈາກການເຮັດໜ້າທີ່ທະຫານ ພາຍໃນໄລຍະ 3 ປີຂ້າງໜ້າ ອັນເປັນສ່ວນໜຶ່ງຂອງນະໂຍບາຍ ເພື່ອສ້າງກອງທັບຈີນໃຫ້ກາຍເປັນກອງທັບ ທີ່ມີລະບຽບວິໄນເຂັ້ມງວດ ແລະ ມີຄວາມເຂັ້ມແຂງ ກຽມພ້ອມສູ້ຮົບຕະຫລອດເວລາ.

ຄຳສັ່ງດັ່ງກ່າວ ບໍ່ໄດ້ລະບຸຢ່າງຊັດເຈນ ກ່ຽວກັບຂອບເຂດຂອງການຫ້າມຫາລາຍຮັບເສີມ ແຕ່ໃນໄລຍະຜ່ານມາ ເປັນທີ່ຮັບຮູ້ທົ່ວໄປວ່າ ທະຫານໄດ້ມີລາຍຮັບອື່ນໆ ນອກຈາກການປະຕິບັດໜ້າທີ່ໃນກອງທັບເຊັ່ນ ການຮັບເງິນຈາກທຸລະກິດຫ້າງຮ້ານຕ່າງໆ ຕະຫລອດຮອດການມີສ່ວນຮ່ວມຂອງທະຫານ ໃນການດຳເນີນທຸລະກິດ ໃນຂົງເຂດອຸດສາຫະກຳ ແລະ ຄົມມະນາຄົມຂົນສົ່ງ ຊຶ່ງນຳໄປສູ່ການສໍ້ລາດບັງຫລວງ ທີ່ຂັດຕໍ່ລະບຽບວິໄນຂອງກອງທັບ ຕາມນະໂຍບາຍປາບປາມການສໍ້ລາດບັງຫລວງ ຂອງປະທານປະເທດຈີນ ສີຈິ້ນຜິງ.

 

 

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...