spot_img
Homeຂ່າວເຫດການລາວ-ໄທ ແລກປ່ຽນບົດຮຽນ ວຽກງານກວດກາ ແລະ ຕ້ານການສໍ້ລາດບັງຫລວງ!

ລາວ-ໄທ ແລກປ່ຽນບົດຮຽນ ວຽກງານກວດກາ ແລະ ຕ້ານການສໍ້ລາດບັງຫລວງ!

Published on

ພິທີພົບປະແລກປ່ຽນບົດຮຽນ ລະຫວ່າງອົງການກວດກາລັດຖະບານ, ອົງການຕ້ານການສໍ້ລາດບັງຫຼວງ ແຫ່ງ ສປປ ລາວ ກັບຄະນະກຳມະການປ້ອງກັນ ແລະ ປາບປາມ  ການສໍ້ລາດບັງຫຼວງແຫ່ງຊາດ  ລາຊະອານາຈັກໄທ ໄດ້ຈັດຂຶ້ນ ໃນວັນທີ 28 ມີນານີ້ ຢູ່ທີ່ໂຮງ ແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ, ຄະນະຝ່າຍລາວ ນຳໂດຍ ທ່ານ ດຣ. ບຸນທອງ ຈິດມະນີ ປະທານອົງການກວດກາລັດຖະບານ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງ ພ້ອມຄະນະ, ຄະນະຝ່າຍລາຊະອານາຈັກໄທນຳໂດຍ ທ່ານພົນຕຳຫຼວດເອກ ວັດຊະລາພົນ ປະສານລາດສະກິດ ປະທານຄະນະກຳມະການປ້ອງກັນ ແລະ ປາບປາມການສໍ້ລາດບັງຫຼວງແຫ່ງຊາດ ລາຊະອານາຈັກໄທ ພ້ອມຄະນະ.

ໂອກາດດັ່ງກ່າວ, ທ່ານ ດຣ. ບຸນທອງ ຈິດມະນີ ໄດ້ກ່າວຕ້ອນຮັບຄະນະຜູ້ແທນຂັ້ນສູງ ຄະນະກຳມະການປ້ອງກັນ  ແລະ ປາບປາມການສໍ້ລາດບັງຫຼວງແຫ່ງຊາດ ລາຊະອານາຈັກໄທ ພ້ອມທັງຕີລາຄາສູງຕໍ່ການມາຢ້ຽມຢາມຂອງຄະ ນະໃນຄັ້ງນີ້ ຊຶ່ງມີຄວາມໝາຍສຳຄັນເປັນຢ່າງຍິ່ງ ໃນການສືບຕໍ່ເພີ່ມທະວີສາຍພົວພັນມິດຕະພາບ ແລະ ການຮ່ວມມື ຖານບ້ານໃກ້ເຮືອນຄຽງ ລະຫວ່າງສອງປະເທດ ແລະ ປະຊາຊົນສອງຊາດລາວ-ໄທ ເວົ້າລວມ, ເວົ້າສະເພາະການຮ່ວມມື ລະຫວ່າງອົງການກວດກາລັດຖະບານ-ອົງການຕ້ານການສໍ້ລາດບັງຫຼວງ ແຫ່ງ ສປປ ລາວ ກັບຄະນະກຳມະການປ້ອງກັນ ແລະ ປາບປາມການສໍ້ລາດບັງຫຼວງແຫ່ງຊາດ ລາຊະອານາຈັກໄທ ໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນ ຊຶ່ງທັງສອງຝ່າຍເຫັນພ້ອມນຳກັນວ່າ: ບັນຫາການສໍ້ລາດບັງຫຼວງ ແມ່ນມີຄວາມ ເປັນອັນຕະລາຍຮ້າຍແຮງ ແລະ ມີຜົນກະທົບອັນໃຫຍ່ຫຼວງ ຕໍ່ສະຖຽນລະພາບ, ຄວາມໝັ້ນຄົງ, ການພັດທະນາເສດຖະກິດ-ສັງຄົມຂອງປະເທດ ແລະ ຄວາມຢູ່ເຢັນເປັນສຸກຂອງປະຊາຊົນບັນດາເຜົ່າ.

ຫຼັງຈາກນັ້ນ, ທັງສອງຝ່າຍ ລາວ-ໄທ ກໍໄດ້ຜັດປ່ຽນກັນແຈ້ງສະພາບການ ແລະ ມີການປະກອບຄຳຄິດຄຳເຫັນ ພ້ອມຄຳຖາມເຈາະຈີ້ມບາງບັນຫາ ທີ່ຕ່າງຝ່າຍໃຫ້ຄວາມສົນໃຈ ໂດຍທ່ານ ພົນຕຳຫຼວດ ເອກ ວັດຊະລາພົນ ປະສານ ລາດສະກິດ ກໍໄດ້ຕາງໜ້າສະເໜີແຈ້ງສະພາບການເຄື່ອນໄຫວ ວຽກງານປ້ອງກັນ ແລະ ປາບປາມການສໍ້ລາດບັງຫຼວງ ຢູ່ທີ່ລາຊະອານາຈັກໄທ ແລະ ມີຄຳເຫັນແລກປ່ຽນ.

ຫຼັງຈາກນັ້ນ ທ່ານ ທອງສີ ອ້ວນລາສີ ຮອງປະທານອົງການກວດກາລັດຖະບານ ຕາງໜ້າຄະນະຜູ້ແທນລາວ ກໍໄດ້ແຈ້ງສະພາບການເຄື່ອນໄຫວ ວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງຢູ່ ສປປ ລາວ.

ຊຶ່ງຜ່ານການພົບປະແລກປ່ຽນໃນຄັ້ງນີ້ ທັງສອງຝ່າຍແມ່ນໄດ້ແລກປ່ຽນ ແລະ ຖອດຖອນບົດຮຽນຊຶ່ງກັນ ແລະ ກັນ ໄດ້ຫຼາຍດ້ານທີ່ມີປະໂຫຍດ ສຳລັບການພັດທະນາວຽກງານ ປ້ອງກັນສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ໃຫ້ມີປະສິດທິຜົນໃນຕໍ່ໜ້າ. ນອກນັ້ນ ຍັງໄດ້ແລກປ່ຽນທັດສະນະ ກ່ຽວກັບຂອບເຂດການຮ່ວມມືໃນຕໍ່ໜ້າ ທີ່ທັງສອງຝ່າຍຈະສືບຕໍ່ ນຳໄປພິຈາລະນາຕາມຄວາມເໝາະສົມ.

 

ແຫລ່ງຂ່າວ:

ປຊຊ

ບົດຄວາມຫຼ້າສຸດ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...