spot_img
Homeຂ່າວການພັດທະນາລັດຖະບານບຣູໄນ ຊ່ວຍເຫລືອລົດຈັກ 140 ຄັນ ໃຫ້ຫ້ອງການຍຸຕິທຳເມືອງ ທົ່ວປະເທດ!

ລັດຖະບານບຣູໄນ ຊ່ວຍເຫລືອລົດຈັກ 140 ຄັນ ໃຫ້ຫ້ອງການຍຸຕິທຳເມືອງ ທົ່ວປະເທດ!

Published on

ພິທີ​ມອບ-ຮັບ​ລົດຈັກ ຈຳນວນ 140 ຄັນ ໃຫ້​ແກ່​ຫ້ອງການ​ຍຸຕິທຳ​ເມືອງ ໃນ​ຂອບ​ເຂດ​ທົ່ວ​ປະເທດ ຈັດ​ຂຶ້ນ​ວັນ​ທີ 25 ມີນາ 2016 ທີ່​ກະຊວງ​ຍຸຕິ​ທຳ ໂດຍກ່າວ​ມອບ​ຂອງ​ທ່ານ ບຸນ​ເກີດ ສັງສົມ​ສັກ ລັດຖະມົນຕີກະຊວງ​ຍຸຕິທຳ ແລະ ກ່າວ​ຮັບ​ຂອງ​ບັນດາຫ້ອງການ​ຍຸຕິ​ທຳ​ເມືອງ​ທົ່ວ​ປະເທດ ໂດຍ​ມີ​ທ່ານ ນາ​ແອມ ສາເລັງ ເອກ​ອັກ​ຄະ​ລັດ​ຖະ​ທູດ ບຣູໄນ​ດາ​ລູ​ຊາ​ລາມ ປະຈຳ​ລາວ ບັນດາ​ຫົວໜ້າ​ກົມ ສະ​ຖາ​ບັນ ແລະ ຫົວໜ້າ​ຫ້ອງການ​ຍຸຕິ​ທຳ​ເມືອງທົ່ວ​ປະເທດ ເຂົ້າ​ຮ່ວມ.

ໂອກາດ​ນີ້ ລັດຖະມົນຕີ​ວ່າການກະຊວງ​ຍຸຕິ​ທຳ ກ່າວ​ວ່າ: ຍ້ອນ​ເຫັນ​ໄດ້​ຄວາມ​ຈຳເປັນຂອງ​ວຽກ​ງານ​ຍຸຕິ​ທຳ​ຢູ່​ທ້ອງຖິ່ນຮາກ​ຖານ ລັດຖະບານ​ແຫ່ງ​ບຣູໄນ​ດາ​ລູ​ຊາ​ລາມ ຈຶ່ງ​ໄດ້​ຕອບ​ສະໜອງ​ຄຳ​ສະເໜີ​ຈາກ​ກະຊວງ​ຍຸຕິທຳ ປະກອບ​ທຶນຮອນ ຈຳນວນ 200.000 ໂດ​ລາ​ສະຫະລັດ (1,6 ຕື້​ກວ່າ​ກີບ) ໃນ​ການ​ສະໜອງ​ລົດຈັກໃຫ້​ຫ້ອງການ​ຍຸຕິ​ທຳ​ເມືອງ ໄດ້​ນຳ​ໃຊ້​ເຂົ້າ​ໃນ​ການ​ປະຕິບັດໜ້າທີ່​ວຽກ​ງານ​ຂອງ​ຕົນ ເຊິ່ງການ​ຊ່ວຍເຫຼືອ​ຄັ້ງ​ນີ້​ຂອງ​ລັດ​ຖະບານ​ບຣູ​ໄນ ສະແດງ​ເຖິງ​ສາຍພົວພັນ​ທີ່​ສ້າງສັນ ເຂົ້າໃຈ​ກັນ ນັບ​ມື້​ນັບ​ເພີ່ມ​ທະວີ ແລະ ກ້າວ​ສູ່ລວງ​ເລິກ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...