spot_img
Homeຂ່າວການພັດທະນາທາງ​ຍຸດ​ທະ​ສາດ​ຈາກ​ຄັນ​ແຍງ-ດ່ານຊາຍ​ແດນ​ສາ­ກົນວັງ​ເຕົ່າ​ ຈະ​ສຳ­ເລັດ​ທ້າຍ​ປີ​ນີ້

ທາງ​ຍຸດ​ທະ​ສາດ​ຈາກ​ຄັນ​ແຍງ-ດ່ານຊາຍ​ແດນ​ສາ­ກົນວັງ​ເຕົ່າ​ ຈະ​ສຳ­ເລັດ​ທ້າຍ​ປີ​ນີ້

Published on

ພາຍ­ຫຼັງ​ທີ່​ໄດ້​ດຳ­ເນີນ​ການ​ກໍ່­ສ້າງມາ​ແຕ່​ປີ 2013 ໂຄງ­ການ​ກໍ່­ສ້າງ​ເສັ້ນ­ທາງ​ຍຸດ​ທະ​ສາດ​ແຕ່​ບ້ານ​ຄັນ​ແຍງ​ເມືອງໂພນ​ທອງ-ດ່ານ​ຊາຍ​ແດນ​ສາ­ກົນ​ວັງ​ເຕົ່າແມ່ນ​ມີ​ຄວາມ​ຄືບໜ້າ​ແລ້ວ​ຫຼາຍ​ກວ່າ 90% ໂດຍ​ແມ່ນ​ບໍ­ລິ­ສັດ​ດວງ​ດີກໍ່­ສ້າງ​ຂົວ-ທາງຈຳ­ກັດ​ເປັນ​ຜູ້​ຮັບ​ເໝົາ​ກໍ່­ສ້າງແລະ​ລົງ­ທຶນ​ກ່ອນ​ໃນ​ຮູບແບບສຳ​ປະ­ທານແລະ​ຄາດ​ວ່າ​ຈະ​ໃຫ້​ສຳ­ເລັດ​ພ້ອມ​ເປີດ​ການ​ນຳ​ໃຊ້​ໃນ​ທ້າຍ​ປີ​ນີ້.

ທ່ານອຸ­ດອນແກ້ວ​ດວງ​ດີປະ­ທານ​ບໍ­ລິ­ສັດ​ດວງ​ດີ​ກໍ່­ສ້າງຂົວ-ທາງຈຳ­ກັດໄດ້​ໃຫ້​ສຳ­ພາດ​ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ: ເສັ້ນ­ທາງເລກ​ທີ 16W ຫຼືເສັ້ນ­ທາງ​ຍຸດ​ທະ​ສາດ​ແຕ່​ບ້ານ​ຄັນ​ແຍງເມືອງ​ໂພນ​ທອງ-ດ່ານ​ຊາຍ​ແດນ​ສາ­ກົນ​ວັງ​ເຕົ່າທີ່​ມີ​ຄວາມຍາວ42,8ກິ­ໂລ­ແມັດຊຶ່ງ​ເລີ່ມ​ແຕ່​ສົ້ນ​ຂົວ​ຂ້າມ​ແມ່­ນ້ຳ​ຂອງ​ບ້ານຄັນ​ແຍງ-ດ່ານ​ສາ­ກົນ​ວັງ​ເຕົ່າເມືອງ​ໂພນ​ທອງແຂວງ​ຈຳ­ປາສັກໂດຍ​ບໍ­ລິ­ສັດ​ດວງ​ດີ​ກໍ່­ສ້າງ​ຂົວ​ທາງຈຳ­ກັດລົງ­ທຶນ​ໃນເບື້ອງ​ຕົ້ນ​ຫຼາຍ​ກວ່າ 30 ລ້ານ​ໂດ​ລາ​ສະ­ຫະ­ລັດ (240 ຕື້​ກີບ) ການ​ກໍ່­ສ້າງ​ມາ​ເຖິງ​ປະ­ຈຸ​ບັນ​ແມ່ນ​ສຳ­ເລັດ​ແລ້ວ​ຫຼາຍ​ກວ່າ 90% ສ່ວນ​ວຽກ​ງານ​ທີ່​ຍັງ​ເຫຼືອ​ມີ​ພຽງ​ແຕ່​ຄວາມ​ລະ­ອຽດ​ຂອງ​ເສັ້ນທາງແລະ​ຂົວ​ບາງ​ແຫ່ງ​ຈາກ​ທີ່​ມີ​ທັງ​ໝົດ 4 ຂົວແລະຄາດວ່າ​ຈະ​ໃຫ້​ສຳ­ເລັດ​ພ້ອມ​ການ​ເປີດ​ນຳ​ໃຊ້ເປັນ​ທາງ​ການ​ໃນ​ທ້າຍ​ປີ 2016 ນີ້.

ເສັ້ນ­ທາງ​ຍຸດ​ທະ​ສາດ​ບ້ານ​ຄັນ​ແຍງເມືອງ​ໂພນ​ທອງ-ດ່ານ​ຊາຍ​ແດນ​ສາ­ກົນວັງ​ເຕົ່າ, ຈາກ​ເດີມ​ທີ່​ມີ 2 ເລນ​ຈະ​ຖືກ​ຍົກລະ­ດັບ​ມາ​ເປັນ 4-6 ເລນທີ່​ປູ​ດ້ວຍຢາງ​ອັດ​ສະ​ຟານ, ສາ­ມາດ​ຮັບນ້ຳ­ໜັກ​ໄດ້ 9,1 ໂຕນ​ຕໍ່​ເພົາຊຶ່ງ​ເສັ້ນ­ທາງ​ດັ່ງ­ກ່າວແມ່ນ​ນອນ​ໃນ​ເສັ້ນ­ທາງ​ຍຸດ​ທະ​ສາດ​ສຳຄັນ​ໃນ​ການ​ເຊື່ອມ​ຕໍ່​ລະ­ຫວ່າງ​ປະ­ເທດແລະ​ອະ­ນຸ​ພາກ​ພື້ນໂດຍ​ສະ­ເພາະ​ແມ່ນການ​ເຊື່ອມ​ຕໍ່​ລະ­ຫວ່າງ​ແຂວງ​ຈຳ­ປາ​ສັກສປປລາວກັບຈັງ­ຫວັດ​ອຸ­ບົນ​ລາ­ຊະທາ­ນີປະ­ເທດ​ໄທສຳ­ລັບ​ການ​ເປີດ​ປະ­ຕູ​ສູ່AEC ເສັ້ນ­ທາງ​ດັ່ງ­ກ່າວ​ຈະ​ມີ​ຄວາມ​ສຳຄັນ​ກັບ​ການ​ຂົນ­ສົ່ງ​ທາງ​ດ້ານ​ການ​ຄ້າເພື່ອ​ເຊື່ອມ​ໂຍງ​ກັບ​ບັນ­ດາ​ປະ­ເທດ​ໃກ້​ຄຽງໂດຍ​ສະ­ເພາະ​ແມ່ນ ໄທ, ຫວຽດ­ນາມແລະ​ກຳ­ປູ­ເຈຍ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025 ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ...