spot_img
Homeຂ່າວພາຍ​ໃນຫຼຸຍ ຊົວເຣດ ຢືນຢັນຈະບໍ່ປ່ຽນຮູບແບບໃນການຫຼິ້ນ

ຫຼຸຍ ຊົວເຣດ ຢືນຢັນຈະບໍ່ປ່ຽນຮູບແບບໃນການຫຼິ້ນ

Published on

ຫຼຸຍ ຊົວ​ເຣດ ກອງ​ໜ້າ​ທີມ​ຊາດ ອຸ​ລຸກ​ໄກວ ເວົ້າ​ເຖິງ​ວ່າ​ໃຜ​ຈະ​ມາ​ປ່ຽນ​ຮູບ​ແບບ​ການ​ຫຼິ້ນ​ຂອງ​ຕົນ​ບໍ່​ໄດ້​ແຕ່​ຢືນ­ຢັນ​ຈະ​ເຮັດ​ທຸກ​ຢ່າງ​ໃຫ້​ດີ​ຂຶ້​ກວ່າ​ນີ້ ຫຼັງ​ພົ້ນ​ກຳ­ນົດ​ໂທດ ແລ້ວ​ກັບ​ມາ.

       ຫຼຸຍ ຊົວ​ເຣດ ກອງ​ໜ້າ​ຂອງ ບາ​ເຊ​ໂລ​ນາ ອອກ​ມາ​ຢືນ­ຢັນ​ກ່ອນ​ໜ້າ​ນີ້​ເກມ​ບານ​ໂລກ 2018 ຮອບ​ຂັດ​ເລືອກ ເຂດ​ອາ­ເມ­ລິ­ກາ​ໃຕ້ ທີ່​ຈະ​ບຸກ​ໄປ​ຢຽມ ບຣາ​ຊິນ ວັນ​ສຸກ 25 ມີ­ນາ​ນີ້​ວ່າ ຈະ​ບໍ່​ປ່ຽນ​ຮູບ​ແບບ​ໃນ​ການ​ຫຼິ້ນ​ຂອງ​ຕົນ​ເຖິງ​ວ່າ​ຈະ​ພົ້ນ​ໂທດ​ກໍ່​ຕາມ.

ອະ​ດິດ​ດາວ​ຍິງ ລີ​ເວີ​ພູ ທີ່​ຫາ­ກໍ່​ພົ້ນ​ໂທດ​ຈາກ​ເກມ​ທີມ​ຊາດ 9 ນັດ ຄະ­ດີ​ໄລ່​ກັດ ຈໍ​ໂຈ້ ຄິ​ເອ ລ​ລິ​ນີ ກອງ​ຫຼັງ​ທີມ ອິ​ຕາ​ລີ ໃນ​ການ​ແຂ່ງ­ຂັນ​ບານ​ໂລກ 2014 ກ່າວ​ວ່າ ຕົນ​ເອງ​ຈະ​ມີ​ນິດ​ໃສ​ແບບ​ເດີມ​ຕົນ​ເອງ​ຍັງ​ຈະ​ແລ່ນ,ກົດ​ດັນ​ເພາະ​ຈະ​ບໍ່​ມີ​ໃຜ​ປ່ຽນ​ຮູບ​ແບບ​ໃນ​ການ​ຫຼິ້ນ​ຂອງ​ຕົນ​ໄດ້​ແຕ່​ລາວ​ຈະ​ເຮັດ​ແບບ​ເໝາະ​ສົມ​ຄື​ກັນ​ກັບ​ທີ່​ກຳ­ລັງ​ເຮັດ​ໃນ ບາ​ເຊ​ໂລ​ນາ ເວ­ລາ​ນີ້​ໃຊ້​ຫົວ­ຄິດ​ໃນ​ການ​ເຮັດ​ສິ່ງ​ຕ່າງໆ​ຫຼາຍ​ຂຶ້ນ ພະ­ຍາ­ຍາມ​ໃຫ້​ປະ­ໂຫຍດ​ຈາກ​ສະ­ຖາ­ນະ​ການ​ໃນ​ຊີ­ວິດ​ທີ່­ຢູ່​ທາງ​ໜ້າ​ຕົນ​ເອງ​ພຽງ​ສິງ​ດຽວ​ທີ່​ຕົນ​ເອງ​ຕອງ​ການ​ທີ່​ຈະ​ເຮັດ​ຄື​ການ​ລົງ​ຫຼິ້ນ​ໃຫ້​ທີມ​ຊາດ​ອີກ ແລະ​ມີ​ຄວາມ­ສຸກ​ກັບ​ຄວາມ​ອົບ​ອຸ່ນ​ຈາກ​ແຟນ​ບານ.

ແຫລ່ງຂ່າວຈາກ: 

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...