spot_img
Homeຂ່າວຕ່າງປະເທດບໍ່ໃກ້ບໍ່ໄກ! ສວນສະໜຸກລະດັບໂລກ ຈະສ້າງຢູ່ຫວຽດນາມ ຄາດອີກ 3-4 ປີ ໄດ້ໄປທ່ຽວຫລິ້ນ!

ບໍ່ໃກ້ບໍ່ໄກ! ສວນສະໜຸກລະດັບໂລກ ຈະສ້າງຢູ່ຫວຽດນາມ ຄາດອີກ 3-4 ປີ ໄດ້ໄປທ່ຽວຫລິ້ນ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 24 ມີນາຜ່ານມານີ້ວ່າ ບໍລິສັດ ຊິກແຟລັກສ໌ ເອັນເຕີເທນເມັ້ນ ຊຶ່ງເປັນບໍລິສັດໃຫ້ບໍລິການສວນສະໜຸກ ຍັກໃຫຍ່ລະດັບໂລກ ປະກາດຮ່ວມມືກັບບໍລິສັດ ເນວີ ເອັນເຕີເທນເມັ້ນ ຂອງຫວຽດນາມ ສ້າງສວນສະໜຸກ ແລະ ສວນນ້ຳຂະໜາດໃຫຍ່ ໃກ້ກັບນະຄອນໂຮ່ຈິມິນ ທາງພາກໃຕ້ຂອງຫວຽດນາມ ໃນຊື່ສວນສະໜຸກ ” ຊິກແຟລັກສ໌ ” ຫລື Sixflags ແລະ ” ຊິກແຟລັກສ໌ ເຮີຣິເຄນ ຮາເບີ ” ຫລື Sixflags Harry Kane Harbor ໂດຍວາງຄາດໝາຍ ເປີດໃຫ້ບໍລິການຕ້ອນຮັບນັກທ່ອງທ່ຽວ ໃນອີກ 3-4 ປີຂ້າງໜ້າ.

ທັງນີ້ ບໍລິສັດ ຊິກແຟລັກສ໌ ເອັນເຕີເທນເມັ້ນ ເປັນເຈົ້າຂອງ ແລະ ບໍລິຫານສວນສະໜຸກ 18 ແຫ່ງ ໃນສະຫະລັດອາເມຣິກາ, ແມັກຊິກ ແລະ ການາດາ ຊຶ່ງການລົງທຶນ ກໍ່ສ້າງສວນສະໜຸກຢູ່ຫວຽດນາມ ແມ່ນເປັນປາຍທາງແຫ່ງທີ 3 ນອກອານາເຂດທະວີບອາເມຣິກາ ໂດຍກ່ອນໜ້ານີ້ ບໍລິສັດດັ່ງກ່າວ ໄດ້ລົງທຶນສ້າງສວນສະໜຸກ ຢູ່ນະຄອນຊຽງໄຮ້ ປະເທດຈີນ ທີ່ຈະເປີດໃຫ້ບໍລິການໃນປີ 2019 ແລະ ອີກແຫ່ງໜຶ່ງ ຢູ່ນະຄອນດູໄບ ປະເທດສະຫະລັດອາຣັບເອມິເຣດ ທີ່ມີຄາດໝາຍເປີດໃຫ້ບໍລິການ ພາຍໃນປີ 2017 ນີ້.

ບົດຄວາມຫຼ້າສຸດ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...

ທ່ານ ເຫຼັກໄຫຼ ສີວິໄລ ລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ຍທຂ ພ້ອມຄະນະລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ. ໃນວັນທີ 9 ສິງຫາ 2025...

ຍີ່ປຸ່ນທຸບສະຖິຕິໃໝ່! ກວດພົບຄື້ນຄວາມຮ້ອນ ອຸນຫະພູມ 41.8 ອົງສາ ພ້ອມເຕືອນໄພປະຊາຊົນໃຫ້ອອກຈາກພື້ນທີ່ສ່ຽງ

ຍີ່ປຸ່ນທຸບສະຖິຕິອາກາດຮ້ອນສູງສຸດ 41.8 ອົງສາ ເຈົ້າໜ້າທີ່ເລັ່ງອົບພະຍົບປະຊາຊົນ ພ້ອມເຕືອນໂຣກລົມແດດ 44 ແຂວງໃນຍີ່ປຸ່ນ ຂະນະດຽວກັນພາກເໜືອຮັບມືຝົນຕົກໜັກ-ສ່ຽງນ້ຳຖ້ວມຊຸ. ສຳນັກຂ່າວຕ່າງປະເທືດລາຍງານໃນວັນທີ 7 ສິງຫາ 2025 ສຳນັກງານອຸຕຸນິຍົມວິທະຍາຂອງປະເທດຍີ່ປຸ່ນ (Japan Meteorological...