Homeຂ່າວການສຶກສາການກະຈາຍ ໂອກາດ ດ້ານການສຶກສາ ສຳລັບເດັກ ຢູ່ເຂດ ຊົນນະບົດ

ການກະຈາຍ ໂອກາດ ດ້ານການສຶກສາ ສຳລັບເດັກ ຢູ່ເຂດ ຊົນນະບົດ

Published on

ເຈົ້າໜ້າທີ່ຂັ້ນສູງ ໃນກະຊວງສຶກສາທິການ ແລະກິລາ ຍອມຮັບວ່າການຈັດຕັ້ງປະຕິບັດແຜນການ
ໃນການກະຈາຍໂອກາດ ດ້ານການສຶກສາ ສຳລັບເດັກນ້ອຍທຸກຄົນ ໃນທົ່ວປະເທດ
ໂດຍສະເພາະແມ່ນຢູ່ໃນ ເຂດຊົນນະບົດ ທີ່ໄດ້ເລີ້ມຈັດຕັ້ງ ປະຕິບັດ
ນັບແຕ່ສົກຮຽນປີ 2011-2012 ເປັນຕົ້ນມານັ້ນ ຈະບໍ່ສາມາດ ບັນລຸຜົນເປົ້າໝາຍ ທີ່ລັດຖະບານລາວ ໄດ້ວາງເອົາໄວ້ ໃນສົກຮຽນປີ 2014-2015 ຢ່າງແນ່ນອນ.

ເພາະໃນຂະນະທີ່ ເປົ້າໝາຍຕາມແຜນການນັ້ນ ໄດ້ວາງເອົາໄວ້ວ່າ ຈະຕ້ອງກະຈາຍໂອກາດ ທາງດ້ານການສຶກສາ ສຳລັບ ເດັກນ້ອຍທຸກຄົນ ໃຫ້ໄດ້ເຖິງ 98 ເປີເຊັນ ຂອງເດັກນ້ອຍ ທີ່ມີອາຍຸ ລະຫວ່າງ 5-10 ປີ ໃນທົ່ວປະເທດ ພາຍໃນປີ 2015 ນັ້ນ ຫາກແຕ່ວ່າ ສຳລັບການປະຕິບັດຕົວຈິງ ກັບສາມາດປະຕິບັດໄດ້ພຽງ 95.2 ເປີເຊັນ ໂດຍເພີ້ມຂຶ້ນພຽງ 1.2 ເປີເຊັນ ເທົ່ານັ້ນ ເມື່ອທຽບລະຫວ່າງ ສົກຮຽນປີ 2012-2013 ກັບສົກຮຽນປີ 2013-2014 ນີ້.

ດັ່ງຈະເຫັນໄດ້ ຈາກສົກຮຽນປີ 2012-2013 ທີ່ມີນັກຮຽນຈົບ ຊັ້ນມັດທະຍົມປາຍ 44,490 ຄົນ ໃນທົ່ວປະເທດ ຫາກແຕ່ວ່າ ໃນຈຳນວນ ດັ່ງກ່າວນີ້ ກໍມີພຽງແຕ່ 9,950 ຄົນ ເທົ່ານັ້ນທີ່ຈະມີໂອກາດ ໄດ້ສຶກສາ ຕໍ່ໃນມະຫາວິທະຍາໄລແຫ່ງຊາດທັງ 4 ແຫ່ງ ຂອງລັດຖະບານລາວ ໃນສົກຮຽນປີ 2013-2014 ທີ່ຜ່ານມາ

ໂດຍມະຫາວິທະຍາໄລແຫ່ງຊາດ ຢູ່ນະຄອນວຽງຈັນ ຮັບນັກສຶກສາໃໝ່ ໄດ້ທັງໝົດ 6,694 ຄົນ ໃນຂະນະທີ່ ມະຫາ
ວິທະຍາໄລ ສຸພານຸວົງ ຢູ່ຫຼວງພະບາງນັ້ນ ກໍຮັບນັກສຶກສາໃໝ່ໄດ້ 1,297 ຄົນ ສ່ວນມະຫາວິທະຍາໄລແຫ່ງຊາດ ທີ່ແຂວງສະ
ຫວັນນະເຂດ ກໍຮັບໄດ້ບໍ່ເກີນ 1,125 ຄົນແລະມະສາວິທະຍາໄລແຫ່ງຊາດ ທີ່ແຂວງຈຳປາສັກ ກໍສາມາດຮັບ ນັກສຶກສາໃໝ່ ໄດ້
ພຽງແຕ່ 834 ຄົນເທົ່ານັ້ນ.

ສ່ວນນັກຮຽນ ທີ່ຈົບຊັ້ນມັດທະຍົມປາຍອີກ 31,800 ກວ່າຄົນທີ່ບໍ່ໄດ້ຮັບ ໂອກາດເຂົ້າສຶກສາຕໍ່ ຢູ່ໃນມະຫາວິທະຍາໄລແຫ່ງຊາດທັງ 4 ແຫ່ງນັ້ນກໍຕ້ອງສຶກສາຕໍ່ໃນສະຖາບັນການສຶກສາ ດ້ານວິຊາຊີບຊັ້ນສູງ ທັງຂອງລັດຖະບານ ແລະພາກເອກະຊົນ.

ແຕ່ກໍມີລາຍງານວ່າ ໃນສົກຮຽນປີ 2013-2014 ນີ້ ມີນັກຮຽນພຽງ 8,000 ກວ່າຄົນເທົ່ານັ້ນ ທີ່ສະມັກເຂົ້າຮຽນຕໍ່ ໃນສະຖາບັນການສຶກສາ ດ້ານວິຊາຊີບຊັ້ນສູງ ໃນຂະນະທີ່ ກະຊວງສຶກສາທິການ ແລະກິລາ ໄດ້ວາງເປົ້າໝາຍ ເອົາໄວ້ຫຼາຍກວ່າ 16,000 ຄົນ.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...