Homeຂ່າວຕ່າງປະເທດຫວຽດນາມ ຍົກລະດັບການປ້ອງກັນໄວຣັສຊິກາ ຫລັງ WHO ພົບກໍລະນີຕິດ ຊາວອົດສະຕຣາລີ!

ຫວຽດນາມ ຍົກລະດັບການປ້ອງກັນໄວຣັສຊິກາ ຫລັງ WHO ພົບກໍລະນີຕິດ ຊາວອົດສະຕຣາລີ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 24 ມີນານນີ້ວ່າ ອົງການ​ອະ​ນາ​ໄມ​ໂລກ (WHO) ໄດ້ສົ່ງ​ແຈ້ງການເຖິງ​ ໜ່ວຍງານ IHR ຂອ​ງ​ຫວຽດ​ນາມ ​ໃນວັນ​ທີ 23 ມີນາຜ່ານມານີ້​​ໃຫ້ຮູ້​ວ່າ ມີຊາວອົດ​ສະ​ຕຣາ​ລີ ຖືກ​ຢັ້ງ​ຢືນວ່າ​ໄດ້​ຕິດ​ເຊື້ອ​ໄວ​ຣັສ​ຊິ​ກາ (Zika) ພາຍ​ຫລັງ​​ທີ່ເດີນທາງກັບ​ເມືອ​ຈາກ​ຫວຽດ​ນາມ ໂດຍຜູ້ຕິດເຊື້ອລາຍນີ້ ​ມີ​ອາ​ການ​ເປັນ​ໄຂ້, ອອກ​ຕຸ່ມ, ເຈັບ​ຫົວ, ເຈັບ​ຕາມ​ຕົນ​ໂຕ, ອັກ​ເສບ​ມ່ານ​ຕາ, ຮູ້​ສຶກ​ປວດ​ຮາກ ຄ້າຍຄືກັບອາການຂອງການຕິດເຊື້ອ ໄວຣັສຊິກາ ໃນ​ໄລ​ຍະທີ່​ຢູ່​ຢ້ຽ​ມ​ຢາມ​ຫວຽດ​ນາມ ແຕ່​ວັນ​ທີ 26 ກຸມພາ ເຖິງວັນທີ 06 ມີນາຜ່ານມາ ໂດຍຜູ້​ກ່ຽວ​ໄດ​້​ໄປ​ນະ​ຄອນ​ໂຮ່​ຈິ​ມິນ, ເລີມ​ດົ່ງ, ແຄ໋ງ​ຮ່​ວາ ແລະ ບິ່ງ​ທ້ວນ.

ພາຍ​ຫລັງ​​ທີ່ໄດ້​ຮັບ​ຂໍ້​ມູນດັ່ງກ່າວ ກະ​ຊວງ​ສາ​ທາ​ລະ​ນະ​ສຸກຫວຽດນາມ ໄດ້​ແຕ່ງຕັ້ງຄະ​ນະ​ປະ​ຕິ​ບັດ​ງານ​​ ຢູ່ແຂວງແຄ໋ງ​ຮ່​ວາ ແລະ ບິ່ງ​ທ້ວນ ເພື່ອ​ເຮັດ​ວຽກ​ກັບ​ຄະ​ນະ​ກຳ​ມ​ະ​ການ​ປະ​ຊາ​ຊົນ ແລະ ບັນ​ດາ​ພະ​ແນ​ກ, ຂະ​ແໜງ​ການທີ່​ກ່ຽ​ວ​ຂ້ອງ, ຊີ້​ນຳ​​​ວຽກ​ງານການ​ຕິດ​ຕາມກວດ​ກາໂດຍ​ກົງ, ຢັ້ງ​ຢືນ ແລະ ຜັນ​ຂ​ະ​ຫຍາຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ປ້ອງ​ກັນ, ຕ້ານ​ເຊື້ອ​ໄວ​ຣັສຊິ​ກາຢູ່​ຫວຽດ​ນາມ.

ແນວໃດກໍຕາມ ມາ​ຮອດ​ປັດຈຸ​ບັນ​ ແມ່ນຍັງ​ບໍ່​ທັນ​ມີ​ຂໍ້​ມູນ​ຄົບ​ຖ້ວນ ແລະ ຢັ້ງ​ຢືນ​ໄດ້​ວ່າ ​ຄົນຜູ້ຕິດເຊື້ອລາຍດັ່ງກ່າວ ອາດ​ຕິດ​ເຊື້ອ​ພະ​ຍາດ​ໄວ​ຣັສ​ຊິ​ກາ ກ່ອນ​ເຂົ້າມາ​ຫວຽດ​ນາມ ຫລື ພາຍ​ຫລັງ​ເດີນ​ທາງ​ອອກ​ຈາກ​ຫວຽດ​ນາມໄປແລ້ວ.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...