spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມກະຊວງສາທາຯເຕືອນ ເອົາໃຈໃສ່ຮັກສາສຸຂະພາບ ໃນສະພາບອາກາດຮ້ອນແຮງ ໂດຍສະເພາະເດັກນ້ອຍ!

ກະຊວງສາທາຯເຕືອນ ເອົາໃຈໃສ່ຮັກສາສຸຂະພາບ ໃນສະພາບອາກາດຮ້ອນແຮງ ໂດຍສະເພາະເດັກນ້ອຍ!

Published on

ເມື່ອມໍ່ໆມານີ້, ໜ່ວຍເຝົ້າລະວັງພະຍາດ ກະຊວງສາທາລະນະສຸກ ໄດ້ອອກມາເຕືອນໃຫ້ປະຊາຊົນ ໃນຂອບເຂດທົ່ວປະເທດ, ໂດຍສະເພາະໃນເຂດທີ່ມີສະພາບອາກາດຮ້ອນແຮງ ຈົ່ງເພີ່ມທະວີຄວາມເອົາໃຈໃສ່ ຮັກສາສຸຂະພາບຂອງຕົນໃຫ້ດີ, ເປັນຕົ້ນແມ່ນເດັກນ້ອຍ , ເນື່ອງຈາກສະພາບອາກາດທີ່ຮ້ອນແຮງ, ຊຶ່ງອາດຈະສົ່ງຜົນກະທົບຕໍ່ສຸຂະພາບ ແລະ ເປັນສາເຫດເຮັດໃຫ້ເກີດພະຍາດຕ່າງໆຕາມາເຊັ່ນ: ພະຍາດຖອກທ້ອງ, ໄຂ້ຍຸງລາຍ ແລະ ພະຍາດຕາມລະດູການອື່ນໆອື່ນໆ, ດ້ວຍການປະຕິບັດຕາມຫຼັກການອະນາໄມ 3 ສະອາດຄື: ກິນ, ດື່ມໃຫ້ສະອາດ  ແລະ ບໍ່ຄວນຕາກແດດດົນເກີນໄປ, ພ້ອມນັ້ນ ກໍຕ້ອງໝັ່ນທຳຄວາມສະອາດຮ່າງກາຍ ແລະ ສິ່ງແວດລ້ອມໃນເຮືອນຊານ ໃຫ້ສະອາດຢູ່ສະເໝີ, ສິ່ງສຳຄັນແມ່ນລ້າງມືທຸກຄັ້ງກ່ອນ ແລະ ຫຼັງກິນອາຫານ, ຄວນເກັບມ້ຽນອາຫານໃຫ້ດີ ເນື່ອງຈາກສະພາບອາກາດຮ້ອນ ຈະເຮັດໃຫ້ອາຫານບູດເນົ່າງ່າຍ, ຊ່ຶ່ງເປັນສາເຫດເຮັດໃຫ້ ເກີດພະຍາດຖອກທ້ອງ ແລະ ຖ້າຫາກຮູ້ສຶກບໍ່ສະບາຍ ຄວນໄປພົບແພດໝໍ ເພື່ອປິ່ນປົວຮັກສາທີ່ຖືກຕ້ອງ, ອີກບັນຫາໜຶ່ງ ແມ່ນໃຫ້ເປັນເຈົ້າການເບິ່ງແຍງ ແລະ ຕັກເຕືອນລູກຫຼານຂອງຕົນໃຫ້ດີ ຕໍ່ການຮັກສາສຸຂະພາບຂອງເຂົາເຈົ້າ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...