spot_img
Homeຂ່າວການພັດທະນາເລີ່ມ​ແລ້ວງານ​ ວາງ­ສະ­ແດງ​ສິນ­ຄ້າ​ເຟີ​ນີ​ເຈີ ທີ່ວຽງ​ຈັນເຊັນ​ເຕີ

ເລີ່ມ​ແລ້ວງານ​ ວາງ­ສະ­ແດງ​ສິນ­ຄ້າ​ເຟີ​ນີ​ເຈີ ທີ່ວຽງ​ຈັນເຊັນ​ເຕີ

Published on

  ວັນ​ທີ 23 ມີ­ນາຜ່ານ​ມາ​ທີ່​ສູນການ​ຄ້າ​ວຽງ​ຈັນ​ເຊັນ​ເຕີ ນະ­ຄອນ­ຫຼວງວຽງ​ຈັນໄດ້​ມີ​ພິ­ທີ​ເປີດ​ງານ​ວາງ­ສະ­ແດງສິນ­ຄ້າເຟີ​ນີ​ເຈີຄັ້ງ​ທີ 1 ປະ­ຈຳ​ປີ 2016 ເພື່ອ​ເປັນ​ການ​ຊຸກ­ຍູ້​ໃຫ້​ຫົວ­ໜ່ວຍ​ທຸ­ລະກິດ​ມີ​ການ​ຜະ­ລິດ​ສິນ­ຄ້າ​ໄດ້​ທັງ​ດ້ານ​ປະ­ລິມານແລະ​ຄຸນ​ນະ​ພາບ, ສ້າງ​ມູນ​ຄ່າ​ເພີ່ມໃຫ້​ແກ່​ຜະ­ລິດ​ຕະ​ພັນ​ໄມ້​ລາວ​ໃຫ້​ຫຼາຍ​ຂຶ້ນຕາມ​ລຳ­ດັບ.

   ເຂົ້າ​ຮ່ວມ​ງານ​ດັ່ງ­ກ່າວ​ມີທ່ານຄຳບຸນ​ນັດໄຊ​ຍະ​ນົນລັດ­ຖະ­ມົນ­ຕີ​ຊ່ວຍ​ວ່າການ​ກະ­ຊວງ​ກະ­ສິ­ກຳແລະ​ປ່າ­ໄມ້, ທ່ານສີ​ສະ­ຫວາດທິ​ຣະ​ວົງປະ­ທານ​ສະ­ພາ​ການຄ້າແລະ​ອຸດ­ສາ­ຫະ­ກຳ​ແຫ່ງ​ຊາດ​ລາວ, ທ່ານເບີ​ລີນເພັດ​ຈັນ­ທະ​ລາດຫົວ­ໜ້າ ພະ​ແນກອຸດ­ສາ­ຫະ­ກຳແລະ​ການ​ຄ້ານະຄອນ​ຫຼວງ, ທ່ານຄຳ​ໄພສົມ​ຊະ­ນະປະທານ​ສະ­ມາ­ຄົມ​ເຟີ​ນີ​ເຈີ​ລາວ ພ້ອມ​ດ້ວຍບັນ­ດາ​ຫົວ­ໜ່ວຍ​ທຸ­ລະ​ກິດ​ເຟີ​ນີ​ເຈີ​ລາວ 25 ຫົວ­ໜ່ວຍ, ມາ​ຈາກ​ຕ່າງ​ແຂວງ 4 ຫົວ­ໜ່ວຍແລະ​ບັນ­ດາ​ສື່​ມວນ​ຊົນ​ເຂົ້າຮ່ວມ.

ທ່ານຄຳ​ໄພສົມ​ຊະ­ນະກ່າວ​ວ່າ: ງານ​ວາງ­ສະ­ແດງ​ສິນ­ຄ້າ​ດັ່ງ­ກ່າວຈະ​ດຳເນີນ​ໄປ​ຈົນ​ເຖິງວັນ​ທີ 1 ເມ­ສາ 2016 ໂດຍ​ງານ​ວາງ­ສະ­ແດງ​ສີນ​ຄ້າ​ເຟີ​ນີ​ເຈີວຽງ​ຈັນ​ນີ້​ເກີດ​ຂຶ້ນ​ມາ​ໄດ້​ກໍ​ຍ້ອນ​ໄດ້​ຮັບການ​ຊ່ວຍ­ເຫຼືອແລະ​ຮ່ວມ​ມື​ທີ່​ດີ​ຈາກ​ອົງການ​ປົກ­ຄອງ​ນະ­ຄອນ­ຫຼວງ, ສະ­ພາການ​ຄ້າແລະ​ອຸດ­ສາ­ຫະ­ກຳ​ແຫ່ງ​ຊາດ, ພິ­ເສດ​ແມ່ນ​ຄະ­ນະ​ບໍ­ລິ­ຫານ​ການ ແລະ​ສະມາ​ຊິກ​ຂອງ​ສະ­ມາ­ຄົມ​ເຟີ​ນີ​ເຈີ​ລາວ​ເປັນ​ຜູ້ໃຫ້­ການ​ສະ­ໜັບ­ສະ­ໜູນ, ທັງ​ນີ້ຍັງ​ມີຄວາມ​ໝາຍ​ຄວາມ​ສຳ­ຄັນ​ຢ່າງ​ຍິ່ງ​ຕໍ່​ການຈະ­ເລີນ​ເຕີບ​ໂຕ​ຂອງ​ຂະ­ແໜງ​ເຟີ​ນີ​ເຈີຫຼືສະ­ມາ­ຄົມ​ເຟີ​ນີ​ເຈີ​ລາວ​ທີ່​ໄດ້​ເຕົ້າ­ໂຮມແລະມີ​ໂອ­ກາດ​ນຳ​ເອົາ​ບັນ­ດາ​ຜະ­ລິດ​ຕະ​ພັນ​ເຟີນີ​ເຈີ​ທີ່​ເປັນ​ຫົວ­ຄິດ​ປະ­ດິດ​ສ້າງ​ຂອງ​ຄົນລາວ​ເຮົາ​ມາ​ວາງ­ສະ­ແດງຫຼືຈຳ­ໜ່າຍຕໍ່​ຊາວ​ນະ­ຄອນ­ຫຼວງແລະ​ຊາວ​ຕ່າງ​ປະເທດ, ທັງ​ເປັນ​ການ​ຊຸກ­ຍູ້​ໃຫ້​ຫົວ­ໜ່ວຍ​ທຸ­ລະກິດ​ມີ​ການ​ຜະ­ລິດ​ສີນ​ຄ້າ​ໃຫ​ນັບ​ມື້​ນັບ​ຫຼາຍຂຶ້ນ​ໄປ​ເລື້ອຍໆທາງ​ດ້ານ​ປະ­ລິ­ມານແລະຄຸນ​ນະ​ພາບ, ສ້າງ​ມູນ​ຄ່າ​ເພີ່ມ​ໃຫ້​ແກ່​ຜະລິດ​ຕະ​ພັນ​ໄມ້​ລາວ​ຫຼາຍ​ຂຶ້ນ​ຕາມ​ລຳ­ດັບ, ປະ­ກອບ­ສ່ວນ​ເຂົ້າ​ໃນ​ການ​ສ້າງ­ສາພັດທະ​ນາ​ປະ­ເທດ​ຊາດ​ໃຫ້​ຈະ­ເລີນ​ຮຸ່ງ­ເຮືອງໄປ​ເລື້ອຍໆແລະ​ຍັງ​ເປັນ​ການ​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ກັບ​ປະ­ຊາ­ຊົນ​ລາວ​ບັນດາ​ເຜົ່າແລະ​ໃຫ້​ຫຼຸດ­ຜ່ອນ​ຈາກ​ໄພ​ຫວ່າງງານ​ໄປ​ເທື່ອ​ລະ​ກ້າວຊຶ່ງ​ສອດ­ຄ່ອງ​ກັບແຜນ​ພັດ­ທະ­ນາ​ເສດ­ຖະ­ກິດŒສັງ­ຄົມຂອງລັດ​ວາງ​ອອກ, ນອກ­ຈາກ​ນີ້ງານ​ດັ່ງກ່າວ​ກໍ​ຍັງ​ເປັນ​ການ​ສ້າງ​ຄວາມ​ພ້ອມ​ໃຫ້ແກ່​ພາກ​ທຸ­ລະ​ກິດ​ລາວໂດຍ​ສະ­ເພາະແມ່ນ​ຂະ­ແໜງ​ເຟີ​ນີ​ເຈີ​ໃນ​ຍຸກ AEC ອີກດ້ວຍ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025 ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ...