spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມສັນຍານອັນຕະລາຍຂອງຜູ້ສູງອາຍຸ ທີ່ລູກຫຼານຄວນເອົາໃຈໃສ່!

ສັນຍານອັນຕະລາຍຂອງຜູ້ສູງອາຍຸ ທີ່ລູກຫຼານຄວນເອົາໃຈໃສ່!

Published on

ການດູແລຜູ້ສູງອາຍຸ ຕ້ອງອາໃສຄວາມຮັກ ແລະ ຄວາມເຂົ້າໃຈເປັນພື້ນຖານ ອີກຍັງຕ້ອງຄິດເຖິງຄຸນນະພາບຊີວິດທີ່ດີສຳລັບຜູ້ສູງອາຍຸອີກດ້ວຍ ຜູ້ເຖົ້າທີ່ມີອາຍຸ 60ປີຂຶ້ນໄປ ເປັນອີກໜຶ່ງຊ່ວງອາຍຸທີ່ມັກເກີດອາການຂອງພະຍາດ ກວດພົບພະຍາດຕ່າງໆ ແລະ ມີຄວາມຜິດປົກກະຕິຂອງຮ່າງກາຍ ແລະ ອາລົມເກີດຂຶ້ນໄດ້ຫຼາຍ.

ເຖິງວ່າພະຍາດບາງຢ່າງ ຫຼື ອາການບາງຢ່າງທີ່ຜິດປົກກະຕິຈະຍັງບໍ່ສາມາດກວດພົບ ຫຼື ຜິດປົກກະຕິຈົນສາມາດເຫັນໄດ້ຢ່າງຊັດເຈນ ແຕ່ສິ່ງເຫຼົ່ານັ້ນກໍ່ສາມາດສົ່ງສັນຍານເຕືອນໃຫ້ທ່ານຮູ້ໄດ້.

ສັນຍານເຕືອນອັນຕະລາຍຈາກຜູ້ສູງອາຍຸ ທີ່ລູກຫຼານຄວນໃສ່ໃຈ ແລະ ລະມັດລະວັງມີດັ່ງນີ້.

ກ້າມເນື້ອອ່ອນແຮງເລື່ອຍໆ ຖ້າຜູ້ສູງອາຍຸຂອງທ່ານເລີ່ມມີອາການກ້າມເນື້ອອ່ອນແຮງຕາມບໍລິເວນຕ່າງໆ ຂອງຮ່າງກາຍ ອາດເປັນສັນຍານເຕືອນຂອງໂຣກອຳມະພາດ ຫຼື ໂຣກຫລອດເລືອດໃນສະໝອງໄດ້ ດັ່ງນັ້ນຈິ່ງຄວນໄປພົບແພດ ເພື່ອຮັກສາ ແລະ ປ້ອງກັນໄວ້ ນອກຈາກອາການກ້າມເນື້ອແຂນຂາອ່ອນແຮງແລ້ວ ຫາກເລີ່ມມີອາການສົ້ມປາກ, ເວົ້າບໍ່ັຊັດ ກໍ່ອາດເປັນສັນຍານເຕືອນຂອງໂຣກອຳມະພາດໄດ້ເຊັ່ນກັນ.

ໃຈລອຍເປັນປະຈຳ ອາການເມີ່ລອຍເລື້ອຍໆ ຫຼື ໃຈລອຍ ຈົນບາງຄັ້ງເຖິງກັບໄດ້ຮັບບາດເຈັບ ເຊັ່ນ: ໃຈລອຍໃນເວລາເຮັດຄົວກິນ ແລະ ຖືກມີດບາດ ຫຼື ຕ້ອງເອີ້ນຊ້ຳຫຼາຍໆຄັ້ງຈິ່ງຮູ້ສຶກຕົວ ອາການເຫຼົ່ານີ້ກຳລັງບົ່ງບອກວ່າມີອາການທາງຈິດ ຈິ່ງຄວນໄດ້ຮັບການຮັກສາຢ່າງທັນທີ ກໍ່ຈະສາມາດຢັບຢັ້ງໂຣກທີ່ຈະເປັນໄດ້.

ມີບັນຫາໃນການສື່ສານ ຖ້າຍາດຜູ້ໃຫຍ່ຂອງທ່ານມີບັນຫາໃນການສື່ສານ ຄືລົມກັບທ່ານບໍ່ເຂົ້າໃຈ ບໍ່ສາມາດຕອບສະໜອງໄດ້ເປັນຢ່າງດີ ອາດເປັນອາການຂອງໂຣກສະໝອງເສື່ອມໄດ້ ນອກຈາກນີ້ຫາກມີອາການແປກໆເຊັ່ນ: ນອນບໍ່ຫລັບ, ອາລົມແປປວນ, ງຸດງິດງ່າຍ, ເຮັດສິ່ງທີ່ເໜືອຄວາມຄາດໝາຍ ທ່ານຄວນພາໄປພົບແພດ ເພື່ອກວດຫາຄວາມຜິດປົກກະຕິຕ່າງໆ ຢ່າຄິດວ່າເປັນເລື່ອງທົ່ວໄປ ເພາະອາການຕ່າງໆ ທີ່ເກີດຂຶ້ນອາດບົ່ງບອກເຖິງໂຣກຮ້າຍຕ່າງໆ ໄດ້ສະເໝີ ດັ່ງນັ້ນ ທ່ານຈິ່ງບໍ່ຄວນປະປ່ອຍສັນຍານເຕືອນເຖິງໂຣກອັນຕະລາຍຕ່າງໆ ເຫຼົ່ານີ້ເດັດຂາດ.

ຂໍ້ມູນຈາກ: http://www.thaiseniormarket.com/

 

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...