spot_img
HomeມູມໄອທີລາວLG ກຽມພ້ອມທີ່ຈະຈັດງານໃນວັນທີ 27 ພຶດສະພານີ້

LG ກຽມພ້ອມທີ່ຈະຈັດງານໃນວັນທີ 27 ພຶດສະພານີ້

Published on

13-500x297

LG ສົ່ງຈົດໝາຍເຊີນເຂົ້າງານໃຫຍ່ທີ່ຈະຈັດຂື້ນໃນວັນທີ 27 ພຶດສະພາ ໂດຍຄາດກັນວ່າໜ້າຈະເປັນການເປີດໂຕ LG G3 ນັ້ນເອງ ໂດຍຈະເຮັດການຈັດງານຂື້ນສອງສະຖານທີ່ພ້ອມກັນຄື: ຢູ່ນິວຢອກ ແລະ ຊານຟຣານຊິດໂກ ເຖິງວ່າໂຕຈົດໝາຍຈະບໍ່ໄດ້ສື່ເຖິງຫຍັງຫຼາຍປານໃດແຕ່ວ່າ ເນັ້ນການຂຽນໂຕ G ໃຫຍ່ໆ ແຕ່ກໍຄົງຈະເດົາໄດ້ຈາກຂ່າວລືທີ່ຜ່ານມາ

23

ໃນຕອນທີ່ເປີດໂຕ LG G2 ໂທລະສັບລຸ້ນນີ້ມາພ້ອມກັບລູກຫຼິ້ນທີ່ໜ້າສົນໃຈຫຼາຍຢ່າງ ມີໜ້າຈໍທີ່ສວຍງາມ ແບັດເຕີຣີທີ່ທົນທານ ມີຄວາມສາມາດໃນການສະຫຼັບຕຳແໜ່ງປຸ່ມເທິງໜ້າຈໍໄດ້ ແລະສາມາດຊະນະໃຈຄົນຈຳນວນຫຼາຍໄດ້ ຖ້າຫາກວ່າ LG G3 ນີ້ຈະກາຍເປັນໂທລະສັບທີ່ປະສົບຜົນສຳເລັດກວ່າເກົ່າໄດ້ ແລະອາດຈະມີ LG G Watch ເປີດໂຕໃນງານນີ້ນຳ

ທີ່ມາ: Android Police

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...