Homeຂ່າວຕ່າງປະເທດກຸ່ມສິດທິຮຽກຮ້ອງສະຫະລັດ-ອັງກິດ ຢຸດສົ່ງອາວຸດໜູນສົງຄາມເຢເມັນ ກຸ່ມສິດທິຮຽກຮ້ອງສະຫະລັດ-ອັງກິດ ຢຸດສົ່ງອາວຸດໜູນສົງຄາມເຢເມັນ ຂ່າວຕ່າງປະເທດ Published on 22/03/2016 By ບຸດສະດີ ສາຍນ້ຳມັດ FacebookTwitterPinterestWhatsApp 1788 ອົງການນິລະໂທດສະກຳສາກົນ ອອກຖະແຫຼງການຮຽກຮ້ອງໃຫ້ສະຫະລັດ ແລະ ອັງກິດ ຢຸດສົ່ງອາວຸດແກ່ຊາວຊາອຸດິອາຣະເບຍ ໃນການເຮັດສົງຄາມເຢເມນ. ສຳນັກຂ່າວເອເອັຟພີ ລາຍງານຈາກເມືອງ ດູໄບ ປະເທດສະຫະລັດອາຫລັບເອມິເຣດສ໌ (ຢູເອອີ) ເມື່ອວັນທີ 22 ມີນາ 2016 (ວັນນີ້) ວ່າ ອົງການນິລະໂທດສະກຳສາກົນ (ເອໄອ) ອອກຖະແຫຼງການວັນອັງຄານ(ເຊົ້າວັນນີ້) ຮຽກຮ້ອງໃຫ້ທຸກຊາດ ໂດຍສະເພາະອັງກິດ ແລະ ສະຫະລັດ ຢຸດສົ່ງອາວຸດແກ່ຊາວຊາອຸດິອາຣະເບຍ ໃນການເຮັດສົງຄາມເຢເມນ. ເພື່ອຢັບຢັ້ງການເຂັ່ນຂ້າປະຊາຊົນພົນລະເມືອງ ໂດຍຖະແຫລງການດັ່ງກ່າວມີຊື່ວ່າ: “Reckless arms flows decimate civilian lives” ມີອອກມາໃນວາລະຄົບຮອບ 1 ປີ ນັບແຕ່ກອງກຳລັງຮ່ວມຂອງຊາວຊາອຸດິອາຣະເບຍເຂົ້າແຊກແຊງໃນເຢເມນເມື່ອ ເດືອນມີນາ ປີ 2015. ທ່ານ ເຈມສ໌ ລິນຊ໌ ຮອງອຳນວຍການພາກພື້ນຕະເວັນອອກກາງຂອງເອໄອ ກ່າວວ່າ ພັນທະມິດຊາດຕະເວັນຕົກຂອງຊາອຸດິອາຣະເບຍ ເຮັດໃຫ້ສະພາບເຫດການຮ້າຍແຮງລົງດ້ວຍການຈັດສົ່ງອາວຸດໃຫ້ ເຖິງຈະມີຫຼັກຖານທີ່ຊັດເຈນວ່າອາວຸດເຫຼົ່ານັ້ນອາດຖືກນຳໄປໃຊ້ໃນສົງຄາມເຢເມນ ເຊິ່ງກໍ່ໃຫ້ເກີດວິກິດດ້ານມະນຸດສະທຳໃນລະດັບຮຸນແຮງຢ່າງບໍ່ເຄີຍມີມາກ່ອນ ລາຍງານລະບຸວ່າ ມີປະຕິບັດການທາງອາກາດຢ່າງໜ້ອຍ 32 ຄັ້ງຈາກຝ່າຍກອງກຳລັງຮ່ວມທີ່ເຂົ້າຄ່າຍລະເມີດກົດໝາຍມະນຸດສະທຳລະຫວ່າງປະເທດ ສັງເວີຍຊີວິດພົນລະເມືອງ ໄປປະມານ 361 ຄົນ ເຊິ່ງລວມເຖິງເດັກນ້ອຍປະມານ 217 ຄົນ. ນອກຈາກນີ້ຍັງມີລາຍງານການໃຊ້ລະເບີດພວງ ແລະ ລະເບີດດາວກະຈາຍເຊິ່ງເປັນອາວຸດຕ້ອງຫ້າມ ໃນການໂຈມຕີຂອງກອງກຳລັງຮ່ວມຂອງຊາອຸດິອາຣະເບຍ ໂດຍມະຕິຄະນະລັດຖະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ (ຢູເອັນເອສຊີ) 2216 (UN Security Council Resolution 2216) ທີ່ມີການລົງມະຕິໃນເດືອນ ເມສາ 2015 ໄດ້ປະກາດຄວ້ຳບາດທາງອາວຸດຕໍ່ກຸ່ມກະບົດຮູຕິ ແລະ ພັນທະມິດແຕ່ພຽງຝ່ານດຽວ ໂດຍບໍ່ຮ່ວມເຖິງຄູ່ສົງຄາມ ຢ່າງກອງກຳລັງຮ່ວມຊາອຸດິອາຣະບີ ແລະ ລັດຖະບານເຢເມນ ເມື່ອວັນທີ 25 ກຸມພາ 2015 ສະຫະພາບຢູໂຣບ (ອີພີ) ໄດ້ຮຍກຮ້ອງໃຫ້ກຸ່ມສະຫະພາບຢຸໂຣບ (ອີຢູ) ທັງໝົດຄວ້ຳບາດທາງອາວຸດຕໍ່ຊາອຸດິອາຣະເບຍ. ຖະແຫລງການເອໄອລະບຸວ່າ ເນື່ອງຈາກຊ່ອງວ່າງໃນມະຕິຂອງຢູເອັນເອັສຊີ ເອໄອ ຈິ່ງຮຽກຮ້ອງໃຫ້ທຸກປະເທດຢຸດຕິການຈັດສົ່ງອາວຸດໃຫ້ທຸກຝ່າຍໃນສົງຄາມເຢເມນ ບໍ່ວ່າຈະໂດຍທາງກົງ ຫຼື ທາງອ້ອມ ທັງໃນສ່ວນຂອງອາວຸດອຸປະກອນຕ່າງໆ ແລະ ເທັກໂນໂລຢີທີ່ອາດນຳໄປໃຊ້ໃນການສູ້ຮົບໄດ້ ທັງນີ້ ລາຍງານຂອງອົງການອະນະໄມໂລກ (ດັບເບິນຢູເອັຊໂອ) ລະບຸວ່າ ການສູ້ຮົບໃນເຢເມນມີຜູ້ເສຍຊີວິດເກືອບ 6,300 ຄົນ ລວມເຄິງໜຶ່ງເປັນພົນລະເມືອງ. https://youtu.be/-jiadq3n0Tk ວິດີໂອປະກອບ : Human Rights Watch ແຫລ່ງຂ່າວຈາກ: ເວັບຂ່າວເດລີນີວສ໌ Tagsການກໍ່ສົງຄາມກຸ່ມສິດທິຮຽກຮ້ອງສະຫະລັດ-ອັງກິດ ຢຸດສົ່ງອາວຸດໜູນສົງຄາມເຢເມັນຂ່າວຕ່າງປະເທດສະຫະລັດສົງຄາມກາງເມືອງສົງຄາມເຢເມັນອັງກິດອົງການດັບເບິນຢູເອັຊໂອອົງການຢູເອອີອົງການເອໄອ ບົດຄວາມຫຼ້າສຸດ ຂ່າວພາຍໃນ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ... 04/06/2025 ຂ່າວພາຍໃນ ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ... 04/06/2025 ການບິນລາວ ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72... 03/06/2025 ຂ່າວພາຍໃນ ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ... 29/05/2025