Homeຂ່າວຕ່າງປະເທດປ່ອຍຍານໂຊຍຸຊພ້ອມລູກເຮືອຊຸດໃໝ່ສູ່ສະຖານີອາວະກາດແລ້ວ! ປ່ອຍຍານໂຊຍຸຊພ້ອມລູກເຮືອຊຸດໃໝ່ສູ່ສະຖານີອາວະກາດແລ້ວ! ຂ່າວຕ່າງປະເທດປ່ອງຢ້ຽມດວງດາວ Published on 21/03/2016 By ບຸດສະດີ ສາຍນ້ຳມັດ FacebookTwitterPinterestWhatsApp 2091 ຍານອາວະກາດແຄັບຊູລໂຊຍຸຊຂອງລັດເຊຍ ຖືກປ່ອຍຈາກຖານໃນສູນອາວະກາດ ປະເທດຄາຊັດສະຖານ ເພື່ອສົ່ງລູກເຮືອຊຸດໃໝ່ 3 ຄົນ ປະກອບດ້ວຍນັກບິນຊາວລັດເຊຍ 2ຄົນ ແລະ ຊາວອາເມລິກັນ 1 ຄົນ ຂຶ້ນໄປປະຕິບັດໜ້າທີ່ເທິງສະຖານີອາວະກາດນານາຊາດແລ້ວ ໃນຕອນເຊົ້າຂອງວັນທີ 19 ມີນາ 2016 ເວລາ 4:26ໂມງເຊົ້າ (ຕາມເວລາບ້ານເຮົາ) ການປ່ອຍຂຶ້ນເປັນໄປດ້ວຍຄວາມຮຽບຮ້ອຍຫຼັງຈາກ 9 ນາທີ ແລະ ໂຊຍຸຊຈະໄປເຊື່ອມຕໍ່ສະຖານີອາວະກາດ OSS ພາຍໃນ 6 ຊົ່ວໂມງ ນັກບິນອາວະກາດຊາວລັດເຊຍມີຊື່ວ່າ ໂອເລດຊີ ອາຟຊາຍນີຊ ແລະ ໂອເລັກສ໌ບີ ໂປສະກະ ສ່ວນນັກບິນອາວະກາດຊາວອາເມລິກັນຊື່ ແຈັດສ໌ ວິນລ້ຽມ ໂດຍພວກເຂົາຈະປະຕິບັດໜ້າທີ່ເປັນເວລານານເຖິງ 6 ເດືອນ ເມື່ອສິ້ນສຸດພາລະກິດນີ້ຖືກວ່າເປັນການປະຕິບັດພາລະກິດຄັ້ງທີ 3 ແລ້ວ ຂອງ ວິນລ້ຽນ ເຊິ່ງເຮັດໃຫ້ເຂົາກາຍເປັນນັກບິນຊາວອາເມລິກັນທີ່ຂຶ້ນໄປປະຕິບັດໜ້າທີ່ທີ່ສະຖານີອາວະກາດຫຼາຍທີ່ສຸດເຖິງ 534ວັນ ແລະ ໄດ້ທຳລາຍສະຖິຕິເດີມທີ່ນັກບິນຊາວອາເມລິກັນຊື່ ແຄນລີ ເຮັດໄວ້ເຊິ່ງຕອນນັ້ນລາວເຮັດໄດ້ 520ວັນ. ແຫລ່ງຂ່າວຈາກ: ເວັບໄຊ໌ຄອບຄົວຂ່າວ.ຄອມ Tagsຂ່າວຕ່າງປະເທດຍານໂຊຍຸຊພ້ອມລູກເຮືອປ່ອຍຍານໂຊຍຸຊພ້ອມລູກເຮືອຊຸດໃໝ່ປະເທດຄາຊັດສະຖານລັດເຊຍສະຖານີອາວະກາດອາວະກາດ ບົດຄວາມຫຼ້າສຸດ ຂ່າວພະຍາກອນອາກາດ ພາກເໜືອ-ກາງ ກຽມຮັບມືກັບຝົນຕົກໃນໄລຍະວັນທີ 12 ຫາ 17 ເມສາ 2025 ຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ, ຫມາກເຫັບຕົກ ແລະ ລົມພັດແຮງ ໃນໄລະຍະວັນທີ 12 ຫາ 17 ເມສາ 2025 ຄວາມກົດດັນສູງອາກາດເຢັນທີ່ປະເທດຈີນຈະແຜ່ລົງມາປົກຄຸມຢູ່ເຂດພາກເຫນືອ ແລະ ພາກກາງ... 10/04/2025 ຂ່າວພາຍໃນ ໃນປີ 2024 ແຂວງໄຊສົມບູນ ກວດພົບພະນັກງານ ສໍ້ລາດບັງຫຼວງ 3 ຄົນ ມູນຄ່າເສຍຫາຍເກືອບ 20 ລ້ານກີບ ແຂວງໄຊສົມບູນ ກວດພົບພະນັກງານ ສໍ້ລາດບັງຫຼວງ 3 ຄົນ ມູນຄ່າເສຍຫາຍເກືອບ 20 ລ້ານກີບ ໃນປີ 2024 ຄະນະກວດກາພັກ,ອົງການກວດກາລັດ ແຂວງໄຊສົມບູນ ຈັດກອງປະຊຸມ ສະຫຼຸບຕີລາຄາວຽກງານກວດກາທົ່ວແຂວງໄຊສົມບູນ ປະຈຳປີ... 09/04/2025 ຂ່າວພາຍໃນ ກອງທັບປະຊາຊົນລາວ ສິ້ນສຸດພາລະກິດ ຊ່ວຍເຫຼືອຜູ້ປະສົບໄພແຜ່ນດິນໄຫວຢູ່ ສສ ມຽນມາ ກອງທັບປະຊາຊົນລາວ ສໍາເລັດການຊ່ວຍເຫຼືອຜູ້ປະສົບໄພແຜ່ນດິນໄຫວຢູ່ ສສ ມຽນມາ ໃນວັນທີ 8 ເມສາ ຜ່ານມາ ຄະນະປະຕິບັດງານຊ່ວຍເຫຼືອຜູ້ປະສົບແຜ່ນດິນໄຫວຂອງກອງທັບປະຊາຊົນລາວ ນຳໂດຍສະຫາຍ ພັນເອກ ປາດຖະໜາ ບຸດຕິຈັກ ຮອງຫົວໜ້າຫ້ອງການກົມໃຫຍ່ເສນາທິການກອງທັບ, ຄະນະກຳມະການຄຸ້ມຄອງໄພພິບັດກະຊວງປ້ອງກັນປະເທດ,... 09/04/2025 ຂ່າວຕ່າງປະເທດ ຕົກກາງທະເລ! ເຮລິຄອບເຕີແພດຍີ່ປຸ່ນຕົກທະເລ ຂະນະຂົນສົ່ງຜູ້ປ່ວຍໄປໂຮງໝໍ ເຮລິຄອບເຕີແພດຂອງຍີ່ປຸ່ນເກີດເຫດຕົກກາງທະເລ ຂະນະກຳລັງຂົນສົ່ງຜູ້ປ່ວຍໄປໂຮງໝໍ ເຮັດໃຫ້ມີຜູ້ເສຍຊີວິດ 3 ຄົນ. ສຳນັກຂ່າວຕ່າງປະເທດລາຍງານ ເຫດເຮລິຄອບເຕີແພດຍີ່ປຸ່ນລຳໜຶ່ງຕົກກາງທະເລ ຂະນະກຳລັງຮັບ-ສົ່ງຜູ້ປ່ວຍ 1 ຄົນໄປໂຮງໝໍ ໂດຍເດີນທາງຈາກສະໜາມບິນສຶຊິມະ ໃນຈັງຫວັດນາງາຊາກິ ໄປໂຮງໝໍໃນເມືອງຟຸຄຸໂອກະ ເມື່ອວັນທີ 6... 08/04/2025