spot_img
Homeຂ່າວທ້ອງຖິ່ນລາວຈະ​​ເຂັ້ມ​ງວດ​ຄຸ້ມ​ຄອງ​ການບັນ​ເທິງ

ລາວຈະ​​ເຂັ້ມ​ງວດ​ຄຸ້ມ​ຄອງ​ການບັນ​ເທິງ

Published on

ລັດຖະບານ​ລາວ​ໄດ້​ເພີ່ມ​ຄວາມ​ເຂັ້ມ​ງວດ​ໃນ​ການ​ຄຸ້ມ​ຄອງ ​ແລະ ຈັດ​ລະບຽບກິດຈະ

ການບັນ​ເທິງ​ຫລາຍ​ກວ່າ​ເກົ່າ, ພາຍຫລັງເຫັນ​ວ່າບັນຫາ​ດັ່ງກ່າວອາດ​ຈະສົ່ງ​ຜົນ​ກະທົບ​ອັນ​ບໍ່​ດີ​ຕໍ່ປະ​ເພນີ​ວັດທະນາ​ທໍາ ​ແລະ ພາບ​ພົດ​ຂອງ​ປະ​ເທດ​ໃນ​ຕໍ່ໜ້າ, ຖ້າ​ຫາກບໍ່​ມີ​ການຄຸ້ມ​ຄອງ​​​ເອົາໄວ້ແຕ່​ຫົວ​ທີ, ຊຶ່ງ​ບັນ​ຫາ​ດັ່ງກ່າວ​ໄດ້​ສະ​ແດງໃຫ້​​ເຫັນຫລັງ​ຈາກລັດຖະບານ​ໄດ້​ຮັບຮອງ​ເອົາ​ດໍາລັດ​ວ່າ​ດ້ວຍ​ການບັນ​ເທິງ​ຢູ່​ກອງ​ປະຊຸມ​ປະ​ຈໍາ​ເດືອນ​ມີນາ 2016 ​​ເມື່ອ​ບໍ່​ດົນ​ມາ​ນີ້,​ໂດຍ​ດໍາລັດ​ດັ່ງກ່າວ​ໄດ້​ກໍານົດ​ຫລັກການ, ລະບຽບ​ການ ​ແລະ ມາດ​ຕະການ​ຄຸ້ມ​ຄອງກວດກາ​ກິດຈະການ​ບັນ​ເທິງ​ເພື່ອ​ໃຫ້​ໄດ້​ມາດຕະຖານ, ມີ​ຄວາມ​ປອດ​ໄພ, ສະຫງົບ ​ແລະ ​ເປັນ​ລະບຽບ​ຮຽບຮ້ອຍ​ໃນ​ສັງຄົມ ​ແລະ ຈະ​ບໍ່​ອະນຸຍາດ​ໃຫ້​ປະ​ເພດ​ການບັນ​ເທິງ​ທີ່​ມີ​ລັກສະນະ​ບໍ່​ຈົບງາມ, ສ້າງ​ຈິດ​ສໍານຶກອັນ​ບໍ່​ດີ​ແກ່​ສັງຄົມ​ໂດຍ​ເດັດຂາດ, ຂະນະ​ທີ່​
ການບັນ​ເທິງ​ໃດ​ທີ່​ໄດ້​ຮັບ​ອະນຸຍາດ​ກໍ​ຈະ​ມີ​ມາດ​ຕະການ​ຄຸ້ມ​ຄອງ​,​ ໂດຍ​ສະ​ເພາະ​ການ​ກໍານົດ​ສະຖານ​ທີ່,​ ການ​ໃຊ້​ລະບົບ​ແສງ, ສີ ​ແລະ ສຽງ​ໃຫ້​ເໝາະ​ສົມ, ພ້ອມ​ທັງດໍາ​ເນີນ​ມາດຕະການຢ່າງເຂັ້ມງວດ​ຕໍ່​ຜູ້​ລະ​ເມີດ, ​ເພື່ອ​ແນ່​ໃສ່​ອານຸລັກສົ່ງ​ເສີມ​ສີ​ລະ​ປະ, ວັດທະນະ​ທໍາ ​ແລະ ຮີດຄອງ​ປະ​ເພນີ​ອັນ​ດີງາມ​ຂອງ​ຊາດ​ໃຫ້​ມີ​ຄວາມ​ຍືນ​ຍົງ.

 

ແຫລ່ງຂ່າວຈາກ: ໜັງສືພິມລາວພັດທະນາ

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...