spot_img
Homeຂ່າວທ້ອງຖິ່ນແລ້ງນີ້ການຕອບສະໜອງໄຟຟ້າຍັງບໍ່ພຽງພໍຮຽກຮອງໃຫ້ຊ່ວຍກັນປະຢັດ

ແລ້ງນີ້ການຕອບສະໜອງໄຟຟ້າຍັງບໍ່ພຽງພໍຮຽກຮອງໃຫ້ຊ່ວຍກັນປະຢັດ

Published on

ກະ​ຊວງ​ພະລັງງານ ​ເລະ ບໍ່​ແຮ່​ໃຫ້​ຮູ້​ວ່າ: ປັດຈຸບັນ​ຕົວ​ເລກ​ການ​ນຳ​ໃຊ້​ໄຟຟ້າ​ຢູ່​ປະ​ເທດ​ເຮົາ​​ແມ່ນ​ເພີ່ມທະວີຂື້ນເນື່ອງຈາກສະພາບອາການຮ້ອນແຮງແລະ ອາດເຮັດ​ໃຫ້​ເກີດມີ​ບັນຫາ​ໃນ​ການ​ສະໜອງ​ໄຟຟ້າ​ຕໍ່​ຜູ້​ຊົມ​ໃຊ້, ຊຶ່ງ​ຈະ​ຕ້ອງ​ໄດ້​ນຳ​ເຂ້າ​ໄຟຟ້າ​ຈາກ​ບັນດາ​ປະ​ເທດ​ໃກ້​ຄຽງ​ຄື: ຫວຽດນາມ,​ ໄທ ​ແລະ ຈີນ​, ​ໃນ​ລາຄາ​ທີ່ສູງ​ກ່ວາ​ລາຄາ​ການສົ່ງ​ອອກ​ໄຟຟ້າ​ຂອງ​ປະ​ເທດ​ເຮົາ ​ແລະ ​ຕາມການ​ປະ​ເມີນ​ຂອງລັດຖະບານ​ໃຫ້ຮູ້ວ່າ: ​ຕົວ​ເລກ​ການ​ນຳ​ໃຊ້​ໄຟຟ້າ​ໃນ​ປີຜ່ານມາຢູ່​ທົ່ວ​ປະ​ເທດ​ສູ​ງ​ເຖິງ 3.000 ລ້ານ​ກິ​ໂລ​ວັດ​ໂມງ, ​ແຕ່​ຍອດ​ການ​ຜະລິດ​​​ໄຟຟ້າ​ຢູ່​ພາຍໃນແມ່ນໜ້ອຍກວ່າ 2.000 ລ້ານ​ກິ​ໂລ​ວັດ​ໂມງ, ດັ່ງນັ້ນຈຶ່ງຕ້ອງນຳເຂົ້າກະແສໄຟຟ້າ ຈາກພາຍນອກ ​ແລະ ປັດຈຸບັນ​ອັດ​ຕາການ​ຊົມ​ໃຊ້​ໄຟຟ້າ​ຢູ່ປະເທດເຮົາກວມເອົາຫຼາຍ

​ກວ່າ 87% ,ຂອງ​ຈຳນວນ​ຄອບຄົວ​ໃນ​ທົ່ວ​ປະ​ເທດ ​ແລະ ​ເພື່ອ​ເປັນ​ການ​ຮັບ​ມື​ແກ່ການ​ສະໜອງ​ໄຟຟ້າ​ດັ່ງກ່າວໃຫ້​ພຽງພໍ​ກັບ​ຄວາມ​ທ້ອງ​ການນັ້ນ, ກະຊວງ​ພະລັງງານ ​​ແລະ ບໍ່​ແຮ່​ໄດ້​ສຸມ​​ໃສ່​ສ້າງສາ​ຍສົ່ງ​ເຊື່ອ​ມຕໍ່​ຫາ​ກັນ​ໃນ​ແຕ່​ລະ​ພາກ​ທົ່ວ​ປະ​ເທດ, ​ເພື່ອ​ລໍຖ້າ​ຮອດ​ທ້າຍ​ປີ​ນີ້ ຊຶ່ງມີ 20 ກວ່າ​ໂຄງການກໍ່ສ້າງ​ເຂືອນ​ໄຟຟ້າ​ຈະ​ສຳ​ເລັດ ​ແລະ ຈະສາມາດ​ຜະລິດ​ໄຟຟ້າ​ໃຫ້​ພຽງພໍ​ກັບ​ຄວາມຕ້ອງ​ການ, ທັງ​ລະດູຝົນ ​ແລະ ລະດູ​ແລ້ງ,​ ຊຶ່ງ​ບໍ່ຈຳເປັນຕົ້ອງສັງໃຫ້ບັນດາ​​ໂຮງ​ຈັກ,​ ໂຮ​ງງານຕ່າງໆ​ປິດ​ໄຟ​ເປັນ​ບາ​ງາ​ໄລຍະ, ​ເພື່ອ​ສາມາດຕອບ​ສະໜອງ​ຄວາມ​ຕ້ອງການ​ຊົມ​ໃຊ້​ໄຟຟ້າ​ຂອງ​ສັງຄົມ​ດັ່ງຫຼາຍປີຜ່ານມາ,ແຕ່ເຖິງຢ່າງໃດກໍຂໍຮຽກຮ້ອງໃຫ້ສັງຄົມຊ່ວຍກັນປະຢັດໄຟຟ້າແມ່ນເປັນການດີທີ່ສຸດເພື່ອຜົນປະໂຫຍດລວມຂອງຊາດ.

ແຫລ່ງຂ່າວຈາກ: ໜັງສືພິມລາວພັດທະນາ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...