spot_img
Homeເກັບຕົກ-ເລື່ອງແປກງານສົບສຸດຫຼອນ! ຈັບສົບໜຸ່ມນັ່ງມືນຕາ-ຄີບຢາສູບ ຮ່ວມງານຕົວເອງເໝືອນຍັງມີຊີວິດຢູ່

ງານສົບສຸດຫຼອນ! ຈັບສົບໜຸ່ມນັ່ງມືນຕາ-ຄີບຢາສູບ ຮ່ວມງານຕົວເອງເໝືອນຍັງມີຊີວິດຢູ່

Published on

ງານສົບສຸດຫຼອນ! ຈັບສົບໜຸ່ມນັ່ງມືນຕາ-ຄີບຢາສູບ ຮ່ວມງານຕົວເອງເໝືອນຍັງມີຊີວິດຢູ່

    ວັນທີ 12 ມີນາ 2016 ທີ່ຜ່ານມາ ເວັບໄຊ໌ເມໂທຣຂອງອັງກິດ ເປີດເຜີຍພາບຊວນອຶ້ງ ເມື່ອບັນດາຄອບຄົວ ແລະ ຍາດພີ່ນ້ອງຂອງ ເຟີຣນານໂດ ເດ ຈີຊັສ ໄດແອຊ ເບຍໂຕ ໄວອາຍຸ 26 ປີ ຊາວເປຣໂຕຣິໂກ ໄດ້ຈັດງານສົບໃຫ້ເຂົາທີ່ເຮືອນ ຫຼັງຈາກທີ່ຊາຍໜຸ່ມລາຍນີ້ຖືກຍິງ 15 ນັດຈົນເສຍຊີວິດ ເມື່ອຕົ້ນເດືອນທີ່ຜ່ານມາ.

sop2_1

ແຕ່ສິ່ງທີ່ເຮັດໃຫ້ເປັນຂ່າວດັງທົ່ວໂລກຍ້ອນ ບັນດາຍາດພີ່ນ້ອງຂອງຜູ້ຕາຍໄດ້ຈັດງານສົບໃຫ້ຊາຍໜຸ່ມທີ່ຖືກຍິງເສຍຊີວິດແຕ່ບໍ່ນຳຮ່າງໃສ່ໃນໂລງ ແຕ່ກັບຈັດທ່າທາງໃຫ້ສົບນັ່ງຕັ່ງດ້ວຍທ່ານຂາໄຂ່ວຂຶ້ນຫ້າງສຸດເທ້ ມືຄີບຢາສູບ ແລະ ຍັງມືນຕາ ເໝືອນກັບວ່າຍັງບໍ່ທັນໄດ້ຕາຍເທື່ອ.

  ບັນດາຍາດພີ່ນ້ອງໄດ້ບອກວ່າ ການຈັດພິທີແບບນີ້ແມ່ນເພື່ອຕ້ອງການລະນຶກເຖິງ ເຟີຣນານໂດ ໃນແບບທີ່ເຂົາເປັນ.

sop5

ເນື່ອງຈາກຜູ້ເຂົ້າຮ່ວມພິທີງານສົບ ຕ່າງກໍ່ພາກັນຕົກໃຈ ແລະ ປະຫລາດໃຈ ເມື່ອໄດ້ເຫັນເຈົ້າຂອງງານສົບຍັງນັ່ງຢູ່ເທິງຕັ່ງເໝືອນກັບຍັງມີຊີວິດຢູ່ ທຸກຄົນບອກເປັນສຽງດຽວກັນວ່າ ແທບບໍ່ຕ່າງຫຍັງກັບລາວຕອນທີ່ຍັງບໍ່ທັນຕາຍ

sop6

 

 

ບົດຄວາມຫຼ້າສຸດ

ຍີ່ປຸ່ນທຸບສະຖິຕິໃໝ່! ກວດພົບຄື້ນຄວາມຮ້ອນ ອຸນຫະພູມ 41.8 ອົງສາ ພ້ອມເຕືອນໄພປະຊາຊົນໃຫ້ອອກຈາກພື້ນທີ່ສ່ຽງ

ຍີ່ປຸ່ນທຸບສະຖິຕິອາກາດຮ້ອນສູງສຸດ 41.8 ອົງສາ ເຈົ້າໜ້າທີ່ເລັ່ງອົບພະຍົບປະຊາຊົນ ພ້ອມເຕືອນໂຣກລົມແດດ 44 ແຂວງໃນຍີ່ປຸ່ນ ຂະນະດຽວກັນພາກເໜືອຮັບມືຝົນຕົກໜັກ-ສ່ຽງນ້ຳຖ້ວມຊຸ. ສຳນັກຂ່າວຕ່າງປະເທືດລາຍງານໃນວັນທີ 7 ສິງຫາ 2025 ສຳນັກງານອຸຕຸນິຍົມວິທະຍາຂອງປະເທດຍີ່ປຸ່ນ (Japan Meteorological...

ຄະນະບໍລິຫານງານພັກກະຊວງປ້ອງກັນຄວາມ ສະຫງົບ ສະໄໝທີ VI ປະກອບມີ 27 ສະຫາຍ ຍິງ 1 ສະຫາຍ

ຊົມເຊີຍ ຜົນສຳເລັດກອງປະຊຸມຄັ້ງປະຖົມມະລຶກກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ໃນຕອນເຊົ້າວັນທີ 6 ສິງຫາ 2025, ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ໄດ້ລາຍງານຜົນຂອງກອງປະຊຸມຄັ້ງປະຖົມມະລຶກຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ ສະໄໝທີ...

ລາວປະເຊີນບັນຫາພລາສຕິກລົ້ນຕະຫຼາດທ່າມກາງລາຄາຕົກຕໍ່າ

ເສດຖົງຢາງທີ່ເກົ່າໝອງຈົນເກືອບແຍກສີບໍ່ອອກ ບວກກັບຕຸກນໍ້າພລາສຕິກທີ່ຖືກຖິ້ມຊະຊາຍເປັນວົງກວ້າງໃນນະຄອນຫຼວງວຽງຈັນ ເປັນພຽງສ້ຽວໜຶ່ງຂອງເລື່ອງເລົ່າກ່ຽວກັບພລາສຕິກຂອງເມືອງຫຼວງແຫ່ງນີ້. ພາຍໃຕ້ມົນລະມິດທີ່ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່ານີ້ ລ້ວນແຕ່ເຊື່ອງຊ້ອນວິກິດການຂັ້ນຮ້າຍແຮງກວ່າທີ່ຄິດໄວ້. ເນື່ອງຈາກສິ່ງດັ່ງກ່າວໄດ້ກາຍເປັນໄພຂົ່ມຂູ່ຕໍ່ສິ່ງແວດລ້ອມທາງທໍາມະຊາດຂອງລາວ ທັງເປັນໄພຂົ່ມຂູ່ຕໍ່ສຸຂະພາບຂອງຜູ້ຄົນຫຼາຍຮ້ອຍ ທີ່ຕ້ອງເພິ່ງພາການຊື້-ຂາຍສິ່ງເສດເຫຼືອປະເພດພລາສຕິກ. ໃນລະຫວ່າງວັນທີ 5 ຫາ 14 ສິງຫາ, ບັນດາຜູ້ນໍາຈາກຫຼາຍປະເທດໃນໂລກຈະມາເຕົ້າໂຮມກັນທີ່ ເຈນີວາ, ປະເທດສະວິດເຊີແລນ...

ປະກາດ-ແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັດແພງ ຮັກສາການແທນເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່)

ມອບ-ຮັບ ໜ້າທີ່ ລະຫວ່າງ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ເກົ່າ) ກັບ ຮັກສາການແທນເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່) ປະກາດ ແລະ ມອບ-ຮັບ...