Homeນານາສາລະໜວດສາລີມີຄຸນປະໂຫຍດສາລະພັດໃນການຮັກສາພະຍາດ ໜວດສາລີມີຄຸນປະໂຫຍດສາລະພັດໃນການຮັກສາພະຍາດ ນານາສາລະສຸຂະພາບ ແລະ ສີ່ງແວດລ້ອມ Published on 18/03/2016 By ບຸດສະດີ ສາຍນ້ຳມັດ FacebookTwitterPinterestWhatsApp 2211 ໃຜທີ່ຊື້ສາລີມາປອກເປືອກແລ້ວຢ່າຟ້າວຖີ້ມ ເພາະໜວດສາລີມີຄຸນປະໂຫຍດສາລະພັດໃນການຮັກສາພະຍາດ ໜວດສາລີທີ່ເຮົາແກະແລ້ວໂຍນຖິ້ມຕະຫຼອດ ເປັນຢາຈີນຊື່ວ່າ ອີ້ວຫມີ່ຊວີ 玉米须 ມີສັບພະຄຸນຊ່ວຍໃນການຂັບຖ່າຍປັດສະວະ, ລຸດບວມ, ລະບາຍຄວາມຮ້ອນອອກທາງການປັດສະວະ, ປັບສົມດູນລົມປານຕັບ, ຂັບນ້ຳບີ ຈິ່ງເໝາະໃນການໃຊ້ຮັກສາ ຜູ້ປ່ວຍໂຣກໄຕ, ດີຊ່ານ, ຕັບອັນກເສບ, ນິ້ວຖົງບີອັກເສບ, ຖົງນ້ຳບີອັກເສບ, ຮາກເປັນເລືອດ, ໄຊນັສອັກເສບ, ຝີເຕົ້ານົມ ຊ່ວຍລຸດຄວາມດັນ ແລະ ນ້ຳຕານໃນເລືອດ. ສຳລັບວີທີເຮັດແມ່ນບໍ່ມີຄວາມຫຍຸ້ງຍາກຊັບຊ້ອນຫຍັງເລີຍ ພຽງແຕ່ໜວດສາລີປະມານ 1 ຍຸບມືມາໃສ່ໃນຈອກ ແລ້ວຖອກນ້ຳຮ້ອນລົງ (ເຮັດຄືການຊົງຊາດື່ມ) ປະໄວ້ຈົນນ້ຳກາຍເປັນສີເຫຼືອງແລ້ວຈິ່ງຄ່ອຍດື່ມ ສຳລັບຜູ້ປ່ວຍແມ່ນເຮັດແບບນີ້ດື່ມຕ່າງນ້ຳທຸກໆຈະເປັນຜົນດີຕໍ່ສຸຂະພາບທ່ານ. ສຳລັບຄົນມີໜວດສາລີຫຼາຍແມ່ນສາມາດຕາກແດດໄວ້ຊົງດື່ມໃນວັນຕໍ່ໆໄປໄດ້. ຂໍ້ມູນດັ່ງກ່າວນີ້ໄດ້ຖືກເຜີຍແຜ່ໃນເຟສບຸ໊ກທີ່ມີຊື່ວ່າ ແພດຈີນ ສພລ ສົມວົງ ແລະ ກໍ່ມີຄົນເຂົ້າມາສະແດງຄວາມຄິດເຫັນຕ່າງໆນາໆ ເຊິ່ງເປັນຂໍ້ມູນທີ່ດີຫຼາຍທາງລາວໂພສຕ໌ເລີຍຂໍແບ່ງປັນມາບອກຕໍ່ ຈັ່ງໃດກໍ່ພາກັນລອງເຮັດເບິ່ງເດີ້. Tagsນານາສາລະຢາພື້ນເມືອງສຸຂະພາບ ບົດຄວາມຫຼ້າສຸດ ຂ່າວຕ່າງປະເທດ ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ... 04/10/2025 ຂ່າວການສຶກສາ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ... 03/10/2025 ຂ່າວພາຍໃນ ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້ - ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ... 03/10/2025 ຂ່າວຕ່າງປະເທດ ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ... 02/10/2025