spot_img
Homeຂ່າວການພັດທະນາເປີດ­ເຜີຍນະ­ໂຍ­ບາຍ​ ບໍ­ລິ­ການ​ທາງ​ຜ່ານດ້ານຄົມມະນາຄົມ-ຂົນ​ສົ່ງ​ຂອງ​ລາວ

ເປີດ­ເຜີຍນະ­ໂຍ­ບາຍ​ ບໍ­ລິ­ການ​ທາງ​ຜ່ານດ້ານຄົມມະນາຄົມ-ຂົນ​ສົ່ງ​ຂອງ​ລາວ

Published on

   ຍທຂໄດ້​ເປີດ­ເຜີຍ​ເຖິງ​ແຜນ​ນະ­ໂຍ­ບາຍ​ບໍ­ລິ­ການ​ທາງ​ຜ່ານ​ດ້ານ​ຄົມມະນາຄົມ-ຂົນ­ສົ່ງ​ຂອງ​ລາວເຊື່ອມ​ຕໍ່​ກັບ​ນາໆ​ປະເທດ​ໃນ​ໂລກ ເພື່ອ​ພິກ​ປີ້ນສປປລາວຈາກປະ­ເທດ​ທີ່​ບໍ່​ມີ​ຊາຍ​ແດນ​ຕິດ​ກັບ​ທະ­ເລ​ໃຫ້ກາຍ­ເປັນ​ປະ­ເທດ​ບໍ­ລິ­ການ​ທາງ​ຜ່ານ​ດ້ານຄົມມະນາຄົມ-ຂົນ­ສົ່ງໂດຍ​ໃນ​ຜ່ານ​ມາ​ລັດ​ໄດ້​ສຸມ​ທຶນ­ຮອນ​ຢ່າງ​ມະ­ຫາ­ສານ​ເຂົ້າ​ໃນ​ການ​ພັດ­ທະ­ນາ​ພື້ນ­ຖານ​ໂຄ່ງ​ລ່າງໄປ​ພ້ອມໆ​ກັບ​ການ​ສ້າງ​ນິ­ຕິ​ກຳ​ດ້ວຍ​ການ​ລົງນາມ​ໃນ​ສັນ­ຍາ​ຂົນ­ສົ່ງ 2 ຝ່າຍແລະຫຼາຍ​ຝ່າຍ​ເກືອບ​ໝົດ​ທຸກ​ປະ­ເທດ​ໃກ້​ຄຽງຂະ­ນະ​ທີ່​ປະ­ຈຸ​ບັນ​ລັດ​ໄດ້​ກຳ­ນົດ​ເອົາ 9 ຈຸດທົ່ວ​ປະ­ເທດເປັນ​ເຂດ​ໂລ​ຈິສຕິກສາ­ກົນ​ບ່ອນ​ເຕົ້າ­ໂຮມແລະ​ແຈກ​ຢາຍສິນ­ຄ້າ​ພາ­ໃຫ້​ເກີດ​ມີ​ການ​ຂົນ­ສົ່ງ 2 ຂາລາ­ຄາ​ຖືກ​ລົງແລະ​ຄູ່​ການ​ຄ້າ​ຮັບ​ສິນ­ຄ້າຕົງ​ເວ­ລາສ້າງ​ຄວາມ​ເຂັ້ມ­ແຂງ​ໃຫ້​ກຳລັງ​ຂົນ­ສົ່ງ​ຂອງ​ລາວ​ສາ­ມາດ​ແກ່ງ​ແຍ້ງແຂ່ງ­ຂັນ​ກັບ​ສາ­ກົນ​ໄດ້​ໃນ­ຕໍ່­ໜ້າ.

   ທ່ານວຽງ​ສະ​ຫວັດສີ​ພັນ​ດອນຫົວໜ້າ​ກົມ​ຂົນ­ສົ່ງກະ­ຊວງ​ໂຍ­ທາ​ທິ​ການແລະ​ຂົນ­ສົ່ງ (ຍທຂ) ໄດ້​ເປີດ­ເຜີຍ​ນະ​ໂຍບາຍ​ດັ່ງ­ກ່າວ​ໃນ​ພິ­ທີ​ເປີດ​ເຂດ​ໂລ​ຈິ​ສ​ຕິກທີ່ແຂວງ​ສະ­ຫວັນ​ນະ​ເຂດເມື່ອ​ບໍ່​ດົນ​ມາ​ນີ້ໃຫ້​ຮູ້​ວ່າ: ໂດຍ​ເຫັນ​ໄດ້​ຄວາມ​ສຳ­ຄັນທາງ​ດ້ານ​ທີ່​ຕັ້ງ​ຍຸດ​ທະ​ສາດ​ຂອງ​ປະ­ເທດພັກແລະ​ລັດ​ໄດ້​ວາງ​ຍຸດ​ທະ​ສາດ​ຫັນ​ເອົາສປປລາວທີ່​ບໍ່​ມີ​ຊາຍ​ແດນ​ຕິດ​ກັບ​ທະ­ເລໃຫ້​ກາຍ­ເປັນ​ປະ­ເທດ​ບໍ­ລິ­ການ​ທາງ​ຜ່ານ​ດ້ານ​ຄົມ­ມະ­ນາ­ຄົມ​ຂົນ­ສົ່ງ ( Transit Services ) ຫຼືກາຍ­ເປັນ​ສູນ​ກາງ​ການບໍ­ລິ­ການ​ພະ­ລາ­ທິ­ການ​ຂົນ­ສົ່ງ (Logis-tics Hub ) ຂອງ​ພາກ​ພື້ນສະ­ນັ້ນລັດຖະ​ບານຈິ່ງ​ໄດ້​ໃຊ້​ງົບ­ປະ­ມານ​ຈຳ­ນວນມະ­ຫາ­ສານ​ເຂົ້າ​ໃນ​ການ​ພັດ­ທະ­ນາແລະປັບ­ປຸງ​ໂຄງ​ລ່າງ​ຄົມ­ມະ­ນາ­ຄົມ-ຂົນ­ສົ່ງເພື່ອ​ເຊື່ອມ​ຈອດ​ກັບ​ບັນ­ດາ​ປະ­ເທດ​ອ້ອມ​ຂ້າງ.

ນອກ​ນີ້ທາງ​ດ້ານ​ນິ­ຕິ​ກຳ​ໄດ້​ລົງ​ນາມໃນ​ສັນ­ຍາ​ຂົນ­ສົ່ງ 2 ຝ່າຍ​ກັບ​ເກືອບ​ທຸກປະ­ເທດ​ໃກ້​ຄຽງເປັນ­ຕົ້ນລາວ-ກຳ​ປູເຈຍ, ລາວ-ຈີນ, ລາວ-ຫວຽດ­ນາມແລະລາວ-ໄທໂດຍ​ຍົກ­ເວັ້ນ​ລາວ-ມຽນ​ມາທີ່​ກຳ­ລັງ​ກະ­ກຽມ​ເຈລະ­ຈາພ້ອມ​ດຽວກັນ​ນັ້ນຍັງ​ມີ​ສັນ­ຍາຂົນ­ສົ່ງ​ໃນ​ຂອບ​ການ​ຮ່ວມ​ມື​ຫຼາຍ​ຝ່າຍ​ເຊັ່ນ: ສາມ​ຝ່າຍລາວ-ຫວຽດ­ນາມ-ໄທ, ລາວ-ຫວຽດ­ນາມ-ກຳ­ປູ­ເຈຍ, ອະນຸ​ພາກ​ພື້ນ​ແມ່­ນ້ຳ​ຂອງ (GMS CBTA ) ແລະ​ອາ​ຊຽນ ( Asean Framework Agreement ) ໂດຍ​ໃນ​ທາງ​ປະຕິ​ບັດ​ຕົວ​ຈິງ​ພຽງ​ແຕ່​ໝູນ​ໃຊ້​ການ­ຈັດ­ຕັ້ງປະ­ຕິ­ບັດ​ສັນ­ຍາ​ຂົນ­ສົ່ງ 2 ຝ່າຍແລະ ສ່ວນ​ຫຼາຍ​ແມ່ນ​ນຳ​ໃຊ້​ພາ­ຫະ­ນະ​ຂົນ­ສົ່ງຂອງ​ປະ­ເທດ​ໃກ້​ຄຽງ​ເພື່ອ​ດຳ­ເນີນ​ການ, ສ່ວນ​ພາ­ຫະ­ນະ​ຂົນ­ສົ່ງ​ຂອງ​ລາວ​ເອງ​ຍັງບໍ່​ທັນ​ມີ​ຄວາມ​ອາດ​ສາ­ມາດ​ໃນ​ການ​ຂົນສົ່ງ​ໄລ­ຍະ​ໄກ​ໄປ​ຮອດ​ທ່າ­ເຮືອ​ຂອງ​ປະເທດ​ໃກ້​ຄຽງ​ໄດ້.

ຢ່າງ­ໃດ​ກໍ​ຕາມການ​ພັດ­ທະ­ນາແລະປັບ­ປຸງ​ໂຄງ​ລ່າງ​ໃນ​ຜ່ານ​ມາ​ເປັນ­ຕົ້ນ​ແມ່ນເສັ້ນ­ທາງ, ຂົວ, ສະ­ໜາມ​ບິນ, ທ່າ­ເຮືອແລະ​ອື່ນໆໂດຍ​ສາ­ມາດ​ອຳ­ນວຍ​ຄວາມ​ສະ­ດວກ​ໃຫ້​ແກ່​ການ​ຂົນ­ສົ່ງ​ໄປ-ມາ​ຫາ​ສູ່ແລະ​ການ​ຄ້າ​ໄດ້​ໃນ​ລະ­ດັບ​ໃດ​ໜຶ່ງ​ເທົ່າ​ນັ້ນຊຶ່ງ​ທ່ານວຽງ​ສະ​ຫວັດສີ​ພັນ​ດອນເຫັນວ່າຍັງ​ບໍ່​ທັນ​ຕອບ​ສະ­ໜອງແລະ​ຮັບ​ໃຊ້ນະ­ໂຍ­ບາຍ​ໃນ​ການ​ຫັນສປປລາວຈາກປະ­ເທດ​ທີ່​ບໍ່​ມີ​ຊາຍ​ແດນ​ຕິດ​ກັບ​ທະ­ເລ​ໃຫ້ກາຍ­ເປັນ​ປະ­ເທດ​ບໍ­ລິ­ການ​ທາງ​ຜ່ານ​ດ້ານຄົມ­ມະ­ນາ­ຄົມ-ຂົນ­ສົ່ງໄດ້​ຢ່າງ​ສົມ­ບູນ​ເທື່ອເພາະ­ວ່າ​ຖ້າ​ຫາກ​ເຮົາ​ມີ​ແຕ່​ໂຄງ​ລ່າງ​ທີ່​ບໍ່ມີ​ການ​ບໍ­ລິ­ການ​ທາງ​ດ້ານ​ໂລ​ຈິ​ສ​ຕິກປະ­ເທດໃກ້​ຄຽງ​ໃນ​ພາກ​ພື້ນ​ຈະ​ຜ່ານ​ຂ້າມ​ໄປ-ມາປະ­ເທດ​ເຮົາ​ລ້າໆຊຶ່ງ​ຈະ​ບໍ່​ໄດ້​ຮັບ​ຜົນ​ປະໂຫຍດ​ຫຍັງ​ຫຼາຍແລະ​ຍັງ​ສ້າງ​ພາ­ລະອັນ​ໜັກ­ໜ່ວງ​ໃນ​ການ​ບູ­ລະ­ນະ​ສ້ອມ­ແປງບັນ­ດາ​ໂຄງ​ລ່າງ​ຄົມ­ມະ­ນາ­ຄົມ-ຂົນ­ສົ່ງເຫຼົ່າ​ນີ້​ອີກ​ດ້ວຍ.

ຕໍ່​ກັບ​ສະ­ພາບ​ຄື​ແນວ​ນັ້ນທ່ານ​ຫົວໜ້າ​ກົມ​ຂົນ­ສົ່ງເປີດ­ເຜີຍ​ໃຫ້​ຮູ້​ຕື່ມ​ວ່າກະຊວງຍທຂຈິ່ງ​ໄດ້​ຮ່າງ​ຍຸດ​ທະ​ສາດ​ການ​ພັດ­ທະ­ນາ​ໂລ​ຈິ​ສ​ຕິກ​ການ​ຂົນ­ສົ່ງ​ສິນ­ຄ້າແລະ​ຖືກ​ຮັບ­ຮອງ​ຈາກ​ລັດ­ຖະ­ບານ​ໃນ​ປີ 2015 ພ້ອມ​ທັງ​ໄດ້​ເຂົ້າ​ເປັນ​ພາ­ຄີ​ສົນ­ທິສັນ­ຍາ​ສະ­ຫະ​ປະ­ຊາ​ຊາດວ່າ​ດ້ວຍ​ທ່າ​ບົກ(Dry Port) ຊຶ່ງສປປລາວໄດ້​ກຳນົດ​ເອົາ 9 ຈຸດ​ທີ່​ເປັນ​ເຂດ​ໂລ​ຈິ​ສ​ຕິກ​ສາກົນ​ຄື: ຈຸດ​ທຳ​ອິດ​ແມ່ນ​ຢູ່​ຫ້ວຍ​ຊາຍ, 2. ນາ​ເຕີຍ, 3. ເມືອງ​ໄຊ, 4. ຫຼວງ​ພະ​ບາງ, 5. ທ່າ​ນາ​ແລ້ງ, 6. ຫຼັກ​ຊາວ, 7. ທ່າ​ແຂກ, 8. ສະ­ຫວັນ​ນະ​ເຂດແລະ​ຈຸດ​ສຸດ​ທ້າຍທີ່​ຈຳ­ປາ​ສັກໃນ​ຈຳ­ນວນ​ທັງ​ໝົດ9ຈຸດນັ້ນມີ​ພຽງ 2 ຈຸດ​ທີ່​ພວມ​ຈັດ​ຕັ້ງ​ປະ­ຕິ­ບັດຄືທ່າ​ນາ​ແລ້ງກຳ­ລັງ​ເຈລະ­ຈາ​ຮ່ວມ​ທຶນກັບ​ຍີ່­ປຸ່ນ​ດ້ວຍ​ກົນ​ໄກPPP ແລະ​ສະຫວັນ​ນະ​ເຂດ​ທີ່​ເປີດ​ບໍ­ລິ­ການ​ແລ້ວ.

ໂດຍ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ການ​ບໍ​ລິການ​ເຂດ​ໂລ​ຈິ​ສ​ຕິກທ່ານວຽງ​ສະ​ຫວັດສີ​ພັນ​ດອນຢ້ຳ​ວ່າແມ່ນ​ເປັນ​ການ​ຈັດຕັ້ງ​ປະ­ຕິ­ບັດ​ຍຸດ​ທະ​ສາດ​ການ​ພັດ­ທະ­ນາໂລ​ຈິ​ສ​ຕິກ​ການ​ຂົນ­ສົ່ງ​ສິນ­ຄ້າ​ຂອງ​ລາວທັງ​ເປັນ​ການ​ປະ­ຕິ­ບັດ​ພັນ­ທະ​ສົນ­ທິ​ສັນຍາ​ສາ­ກົນແລະ​ມີ​ຄວາມ​ຈຳ­ເປັນ​ອັນ​ຮີບດ່ວນ​ທີ່​ສຸດເພາະ​ຈະ​ມີ​ບ່ອນ​ສຳ­ລັບ​ການເຕົ້າ­ໂຮມແລະ​ແຈກ​ຢາຍ​ສິນ­ຄ້າຊຶ່ງເຮັດ​ໃຫ້​ເກີດ​ມີ​ການ​ຂົນ­ສົ່ງ 2 ຂາພາ­ໃຫ້ລາ­ຄາ​ຂົນ­ສົ່ງ​ຖືກ​ລົງສາ­ມາດ​ແກ້​ໄຂ​ບັນຫາ​ການ​ຈອດ​ລົດ​ຂົນ​ສິນ­ຄ້າ​ຊະ­ຊາຍ​ຕາມທາງ​ຫຼວງ​ເຮັດ​ໃຫ້​ເສັ້ນ­ທາງ​ເປ່​ເພແລະບໍ່​ປອດ​ໄພ, ປະ­ກອບ­ສ່ວນ​ເຂົ້າ​ໃນ​ການ​ບໍລິ​ການ​ທາງ​ຜ່ານ​ດ້ານ​ຄົມ­ມະ­ນາ­ຄົມ​ຂົນສົ່ງ​ຢ່າງ​ແທ້​ຈິງຄຽງ​ຄູ່​ກັນ​ນັ້ນຈະ​ເປັນການ​ດຶງ​ດູດ​ການ​ລົງ­ທຶນ, ການ​ຜະ­ລິດໃຫ້​ຫຼາຍ​ຂຶ້ນເນື່ອງ​ຈາ​ກວ່າ​ຜູ້​ລົງ­ທຶນ​ໃສ່ການ​ຜະ­ລິດ​ມີ​ຄວາມ​ສະ­ດວກ​ໃນ​ການ​ຂົນສົ່ງ​ສິນ­ຄ້າ​ຂອງ​ເຂົາ­ເຈົ້າ​ໄດ້​ຕົງ​ຕໍ່​ເວ­ລາໄປເຖິງ​ຈຸດ­ໝາຍ​ປາຍ­ທາງແລະ​ມີ​ລາ­ຄາ​ສົມເຫດ​ສົມ​ຜົນ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ເມືອງສິງ ເລັ່ງຟື້ນຟູຫລັງນໍ້າຖ້ວມເປັນຄັ້ງທີ 2

ທ່ານ ຈັນພິພັກ ກອງຈໍາປາ, ເຈົ້າເມືອງໆ ສິງ ແຂວງຫລວງນໍ້າທາ ໃນວັນທີ 3 ຕຸລາ 2024 ວ່າ: ເນື່ອງຈາກຝົນຕົກໜັກເປັນເວລາຫລາຍຊົ່ວໂມງນັບແຕ່ຕອນ ເຊົ້າວັນທີ 1...

ພະຍາກອນອາກາດ ປະຈໍາວັນທີ 04 ຕຸລາ 2024

ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມ ຕາເວັນອອກສ່ຽງເໜືອພັດປົກຄຸມ. ເຊິ່ງຈະເຮັດໃຫ້ອາກາດຈະເຢັນ ໃນຕອນເຊົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງ ບລະເວນ...

ຈະລາຈອນນະຄອນຫຼວງວຽງຈັນ ມີຄວາມພ້ອມ 100% ອຳນວຍຄວາມສະດວກໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44,45

ພັທ ສັງຄົມ ພົມມະລາດ ຫົວໜ້າພະແນກຕໍາຫຼວດຈາລະຈອນ ນະຄອນຫລວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 3 ຕຸລາ 2024 ວ່າ: ມາຮອດປັດຈຸບັນ, ເຈົ້າໜ້າທີ່ຕໍາຫລວດຈະລາຈອນ ນະຄອນຫລວງວຽງຈັນ ພ້ອມແລ້ວຈະອໍານວຍຄວາມສະດວກໃນການສັນຈອນຕາມທ້ອງຖະໜົນໃນໄລຍະທີ່...

ແຈ້ງພັກການຮຽນ-ການສອນ! 497 ແຫ່ງ ໃນນະຄອນຫຼວງວຽງຈັນ ວັນທີ 8-11 ຕຸລາ 2024

ອີງຕາມແຈ້ງການຂອງພະແນກສຶກສາທິການ-ກິລາ ນະຄອນຫຼວງວຽງຈັນ ລົງເມື່ອວັນທີ 3 ຕຸລາ 2024 ກ່ຽວກັບພັກການຮຽນ-ການສອນ ໃນໄລຍະກອງປະຊຸມສຸດຍອດອາຊຽນວັນທີ 8-11 ຕຸລາ 2024 (ອ່ານເພິ່ມລຸ່ມນີ້)