spot_img
Homeຂ່າວພາຍ​ໃນແມ່ຍິງ​ລາວ​ ເຂົ້າ​ໄປ​ມີ​ສ່ວນ​ກ່ຽວຂ້ອງ​ ໃນ​ການ​ກໍ່​ ອາ​ຊະ​ຍາ​ກຳ ຫຼາຍຂຶ້ນນັບມື້

ແມ່ຍິງ​ລາວ​ ເຂົ້າ​ໄປ​ມີ​ສ່ວນ​ກ່ຽວຂ້ອງ​ ໃນ​ການ​ກໍ່​ ອາ​ຊະ​ຍາ​ກຳ ຫຼາຍຂຶ້ນນັບມື້

Published on

0

ເຈົ້າໜ້າທີ່ຂັ້ນສູງໃນສູນກາງສະຫະພັນແມ່ຍິງລາວ ໃຫ້ການຢືນຢັນວ່າ ປະຈຸບັນນີ້ ມີສາເຫດທີ່ສຳຄັນປະການນຶ່ງ ມາຈາກຄວາມແຕກແຍກໃນຄອບຄົວໂດຍສະເພາະ ແມ່ນພາຍຫຼັງຈາກການຢ່າຮ້າງແລ້ວ ຜູ້ເປັນສາມີ ບໍ່ສະແດງຄວາມຮັບຜິດຊອບຕໍ່ຄອບຄົວ ແລະປ່ອຍໃຫ້ຜູ້ເປັນພັນລະຍາ ຕ້ອງທຳມາຫາລ້ຽງລູກ ໂດຍລຳພັງນັ້ນ ກໍ ຍັງໄດ້ກາຍເປັນສາເຫດ ທີ່ເຮັດໃຫ້ແມ່ຍິງລາວ ຕ້ອງເຂົ້າໄປຍຸ່ງກ່ຽວກັບການກະທຳຜິດກົດໝາຍຫຼາຍຂຶ້ນອີກດ້ວຍ.
ທັງນີ້ໂດຍ ໃນແຜນການປີ 2012-2013 ທີ່ຜ່ານມາ
ສານປະຊາຊົນລາວ ໄດ້ຮັບການຟ້ອງຮ້ອງ ທີ່ເປັນການຂັດແຍ້ງ ລະຫວ່າງບຸກຄົນ
ຫຼາຍກວ່າ 12,000 ຄະດີໃນທົ່ວປະເທດແລະໃນນີ້ ກໍປະກົດວ່າເກີນກວ່າ 80 ເປີເຊັນ
ເປັນຄະດີຢ່າຮ້າງ ແລະ ການຮຽກຮ້ອງເອົາຊັບສິນ ຫຼືຄ່າລ້ຽງດູລະຫວ່າງສາມີພັນລະຍາ.

ແຕ່ຢ່າງໃດກໍຕາມ ຄະນະລັດຖະບານລາວ ກໍໄດ້ລົງມະຕິຮັບຮອງເອົາແຜນປະຕິບັດ
ການລະດັບຊາດ ວ່າດ້ວຍການປ້ອງກັນ ແລະການລົບລ້າງ ທຸກການກະທຳຮຸນແຮງ
ຕໍ່ແມ່ຍິງ ແລະ ເດັກນ້ອຍ ຢ່າງເປັນທາງການໃນທ້າຍເດືອນມີນາທີ່ຜ່ານມາ ໂດຍແຜນ
ການດັ່ງກ່າວ ຈະນຳໃຊ້ເປັນແນວທາງ ໃນການປະຕິບັດໃນຊ່ວງປີ 2014-2020
ໂດຍມີເປົ້າໝາຍ ທີ່ຈະພັດທະນາ ໃຫ້ເກີດຄວາມສະເໝີພາບລະຫວ່າງ ຍິງຊາຍ ແລະ
ການລົບລ້າງທຸກການກະທຳຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ໃຫ້ໄດ້ຢ່າງເປັນຮູບປະທຳ.

ໂດຍສຳລັບເນື້ອໄນສຳຄັນ ໃນແຜນປະຕິບັດການລະດັບຊາດ
ດັ່ງກ່າວນີ້ກໍປະກອບດ້ວຍນະໂຍບາຍ ແລະ ກົດໝາຍ ການສ້າງ
ຖານຂໍ້ມູນແລະສະຖິຕິ ການສຶກສາແລະວິໄຈ ການກຳນົດ ແຜນ
ປະຕິບັດການແລະມາດຕະການຕ່າງໆ ເພື່ອປ້ອງກັນແລະ
ລົບລ້າງທຸກໆການກະທຳຮຸນແຮງຕໍ່ແມ່ຍິງແລະເດັກນ້ອຍໃນລາວ
ໃຫ້ມີປະສິດທິພາບຢ່າງແທ້ຈິງ.

ການລົງມະຕິດັ່ງກ່າວນີ້ຂອງຄະນະລັດຖະບານລາວ
ຖືເປັນສິ່ງທີ່ຕໍ່ເນື່ອງຈາກການລົງນາມໃນຂໍ້ຕົກລົງ
ເພື່ອໃຫ້ການຊ່ວຍເຫຼືອແກ່ ລັດຖະບານລາວໃນການ
ຈັດຕັ້ງປະຕິບັດ ແຜນແມ່ບົດວ່າດ້ວຍການພັດທະນາລັດແຫ່ງກົດໝາຍ ທີ່ໄດ້ມີຂຶ້ນ
ເມື່ອບໍ່ນານມານີ້ ທີ່ນະຄອນວຽງຈັນທີ່ເປັນການໃຫ້ການຊ່ວຍເຫຼືອແກ່ລັດຖະບານລາວ
ຮ່ວມກັນລະຫວ່າງ ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ໃນລາວ
ສະຫະພາບຢູໂຣບ ແລະສະຫະລັດອາເມຣິກາ ໂດຍມີມູນຄ່າລວມ 3 ລ້ານ 9 ແສນໂດລາ
ທີ່ຈະນຳໃຊ້ເຂົ້າໃນການປັບປຸງແລະພັດທະນາການເຂົ້າເຖິງສະຖາບັນທາງກົດໝາຍ
ລະບົບຍຸດຕິທຳ ແລະສົ່ງເສີມການສ້າງກົດໝາຍແລະລະບຽບການທີ່ມີຄວາມຊັດເຈນ
ແລະສອດຄ້ອງກັບຄວາມຮຽກຮ້ອງຕ້ອງການຂອງປະຊາຊົນລາວຢ່າງ ແທ້ຈິງ.

ຍິ່ງໄປກວ່ານັ້ນ ການໃຫ້ຄວາມຊ່ວຍເຫຼືອແກ່ລາວ ດັ່ງກ່າວ ກໍຍັງໃຫ້ຄວາມສຳຄັນເປັນ
ພິເສດກັບການພັດທະນາຄວາມສະເໝີພາບ ລະຫວ່າງຍິງຊາຍ ທັງຕໍ່ໜ້າກົດໝາຍແລະ
ໃນສັງຄົມດ້ວຍ ເນື່ອງຈາກວ່າຄວາມບໍ່ສະເໝີພາບດັ່ງກ່າວໄດ້ກໍ່ໃຫ້ເກີດບັນຫາຂັດແຍ້ງ
ໃນຄອບຄົວໃນລາວຫຼາຍຂຶ້ນນັບມື້.

ບົດຄວາມຫຼ້າສຸດ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...