spot_img
Homeມູມໄອທີລາວລືສະໜັ່ນ "ໂນເກຍ" ກຳລັງຜະລິດ Nokia C9 ສະເປັກແຈ່ມ ຕົວເຄື່ອງໂລຫະ ແລັມ 4GB ກ້ອງ 21 ລ້ານພິເຊລ

ລືສະໜັ່ນ “ໂນເກຍ” ກຳລັງຜະລິດ Nokia C9 ສະເປັກແຈ່ມ ຕົວເຄື່ອງໂລຫະ ແລັມ 4GB ກ້ອງ 21 ລ້ານພິເຊລ

Published on

ລືສະໜັ່ນ! “ໂນເກຍ” ກຳລັງຜະລິດສະມາດໂຟນ Nokia C9 ສະເປັກແຈ່ມ ຕົວເຄື່ອງໂລຫະ ແລັມ 4GB ກ້ອງ 21 ລ້ານພິເຊລ ມີຂ່າວຢ່າງຕໍ່ເນື່ອງວ່າບໍລິສັດມືຖືໃນຕຳນານຢ່າງ “ໂນເກຍ” ກຳລັງກຽມຕົວກັບມາຄອງຕຳແໜ່ງວົງການມືຖືອີກຄັ້ງ ເຊິ່ງກ່ອນໜ້ານີ້ກໍ່ມີຂ່າວລື Nokia C1 ທີ່ຈະມາພ້ອມລະບົບປະຕິບັດການ “ແອນດຣອຍ ແລະ ວິນໂດທ໌” ແຕ່ລ່າສຸດກໍ່ໄດ້ມີຂ່າວກ່ຽວກັບສະມາດໂຟນອີກລຸ້ນທີ່ມີຊື່ວ່າ Nokia C9 ຈາກເວັບໄຊຂ່າວໄອທີຂອງຈີນ.

ລາຍງານລະບຸວ່າ Nokia C9 ຈະມາພ້ອມໂລຫະ ຊີພີຢູ Qualcomm Snapdragon 820 64-bit Quad-core ແລັມ 4GB ພື້ນທີ່ຄວາມຈຳ 32GB/64GB/128GB, ກ້ອງຫຼັງ 21 ລ້ານພິກເຊລ, ກ້ອງໜ້າ 8 ລ້ານພິກເຊລ.

ລາຄາປະມານ 16,200 ບາດ ແຕ່ຍັງບໍ່ໄດ້ມີການລະບຸວ່າຈະເປັນລະບົບປະຕິບັດການໃດ ທັງນີ້ຂໍ້ມູນທັງໝົດຍັງເປັນຂ່າວລືເທົ່ານັ້ນ ຊາວໄອທີຍັງຕ້ອງຕິດຕາມຕໍ່ໄປໃນຊ່ວງທ້າຍປີນີ້ ຫາກມີຄວາມຄືບໜ້າແນວໃດທາງລາວໂພສຕ໌ຈະນຳມາອັບເດດໃຫ້ແຟນໆໄອທີຮູ້ແນ່ນອນ ແຕ່ຕອນນີ້ເຮົາມາເບິ່ງຮູບລັກຂອງມັນກ່ອນວ່າຈະໜ້າສົນໃຈຂະໜາດໃດ.

D157D7325F8C4E47980691A52B07F256

https://youtu.be/nKshupjJoxo

 

ບົດຄວາມຫຼ້າສຸດ

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...