spot_img
Homeຂ່າວຕ່າງປະເທດສະຫະລັດ ແລະ ເກົາຫຼີໃຕ້ ເລີ່ມຊ້ອມຮົບ ທ່າມກາງ ການຂົ່ມຂູ່ຈາກ ເກົາຫຼີເໜືອ

ສະຫະລັດ ແລະ ເກົາຫຼີໃຕ້ ເລີ່ມຊ້ອມຮົບ ທ່າມກາງ ການຂົ່ມຂູ່ຈາກ ເກົາຫຼີເໜືອ

Published on

ສະຫະ​ລັດ ​ແລະ​ເກົາຫລີ​ໃຕ້ ເລີ່ມ​ການຊ້ອມ​ຮົບຮ່ວມທາງ​ທະຫານປະ​ຈຳປີ ​ໃນ​ວັນ​ເສົາ​ມື້​ນີ້ ​ບໍ່​ເທົ່າ​ໃດ​ມື້ຫລັງ​ຈາກ​ເກົາຫລີ​ເໜືອ​ໄດ້​ຂົ່ມ​ຂູ່​ວ່າ ຈະ​ຕອບ​ໂຕ້​ຖ້າ​ຫາກ​ວ່າ​ການ​ຊ້ອມ​ຮົບ​ໄດ້​ກາຍ​ເປັນ​ການ​ໂຈມ​ຕີ ຊຶ່ງການ​ຂົ່ມຂູ່​ເຫຼົ່ານີ້ ​ແມ່ນໄດ້​ມີ​ຂຶ້ນ​ໃນ​ແຕ່ລະ​ປີ.

ການ​ຊ້ອມ​ຮົບປະຈຳ​ປີ ຂອງ​ສະຫະລັດ ​ແລະ ເກົາຫລີ​ໃຕ້ ​ໃຊ້​ເວລາ​ທັງ​ໝົດ​ແປ​ດ ອາທິດ ​ແລະ​ ໄດ້​ວາງ​ແຜນ​ໄວ້​ຢ່າງ​ລະອຽດ​ຮອບ​ຄອບ. ກິດຈະການໃນ​ວັນ​ເສົາມື້ ນີ້ ​ແມ່ນ​ເລີ້ມຕົ້ນ​ດ້ວຍທະຫານ​ສະຫະລັດ ແລະ ເກົາຫລີ​ໃຕ້ ທີ່ຢູ່​ໃນ​ລົດ​ລຳລຽງ​ພົນ ​ບຸກໂຈມ​ຕີຊາຍ​ຫາດ ​ທາງ​ແຄມ​ທະ​ເລ​ພາກ​ຕາ​ເວັນ​ອອກຂອງ​ເກົາຫລີ​ໃຕ້.

ກະຊວງ​ປ້ອງ​ກັນ​ປະ​ເທດ​ເກົາຫລີ​ໃຕ້ ຮ້ອງ​ການ​ຊ້ອມ​ຮົບ​ນີ້​ວ່າ “​ໃຫຍ່​ສຸດ​ເທົ່າ​ທີ່​ເຄີຍມີ​ມາ​” ​ໂດຍ​ມີທະຫານ​ເກົາຫລີ​ໃຕ້ 300,000 ຄົນ ​ແລະ ​ທະຫານ​ສະຫະລັດ ຢ່າງ​ໜ້ອຍ 17,000 ຄົນ ​ເຂົ້າ​ຮ່ວມ.

ຖະ​ແຫລ​ງການ​ຂອງສະຫະລັດ ທີ່​ນຳ​ອອກ​ເຜີຍ​ແຜ່ກ່ອນການຊ້ອມ​ຮົບ​ເລີ້ມຂຶ້ນ ກ່າວ​ວ່າ​ເຮືອບິນ​ນາ​ວິ​ກະ​ໂຍທິນສະຫະລັດ 55 ລຳ​ ແລະ​ ກຳ​ປັ່ນ 30 ລຳ​ຂ​ອງ ສະຫະລັດ ​ແລະ ເກົາຫລີ​ໃຕ້ ​ໄດ້​ເຂົ້າ​ຮ່ວມ​ການ​ຊ້ອມ​ລົບ​ທີ່​ມີ​ຂຶ້ນ ໃກ້​ກັບ​ເມືອງ Pohang.

ກອງທັບ​ເກົາຫລີເໜືອ​ໄດ້​ກ່າວ​ວ່າ ຕົນ​ໄດ້​ຕຽມ​ພ້ອມ​ທີ່​ຈະ​ປະ​ເຊີນ​ໜ້າ​ກັບກຳລັງ​ສະຫະລັດ ​ແລະ​ ເກົາຫລີ​ໃຕ້ “ດ້ວຍ​ການ​ໂຈມ​ຕີ​ແບບ​ສາຍຟ້າ​ແມບ​ທີ່ແນ່ນນອນ ​ໃນ​ແບບ​ສະບັບ​ຂອງ​ເກົາຫລີ.”

​ໃນ​ການ​ຕອບ​ໂຕ້ ກະຊວງ​ປ້ອງ​ກັນ​ປະ​ເທດ​ເກົາຫລີ​ໃຕ້ ​ໄດ້​ເຕືອນພຽງ​ບາງຢ່າງ​ກ່ຽວ​ກັບ“ຄວາມ​ປະພຶດ​ແບບຢັ້ງຄິດ” ​ແລະ “ການ​ທ້າ​ທາຍ​ຕ່າງໆ.”

46919C08-D1E1-489D-BD70-1B2F94F0DBD1_w640_s

 

ແຫລ່ງຂ່າວຈາກ: http://lao.voanews.com/

 

ບົດຄວາມຫຼ້າສຸດ

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...