HomeBaby-ແມ່ແລະເດັກເມື່ອລູກນ້ອຍນອນຫລັບບໍ່ສະໜິດ (ຫລັບໆຕື່ນໆ) ດີຕໍ່ສະໝອງ ຫຼື ບໍ່? ເມື່ອລູກນ້ອຍນອນຫລັບບໍ່ສະໜິດ (ຫລັບໆຕື່ນໆ) ດີຕໍ່ສະໝອງ ຫຼື ບໍ່? Baby-ແມ່ແລະເດັກ Published on 13/03/2016 By ບຸດສະດີ ສາຍນ້ຳມັດ FacebookTwitterPinterestWhatsApp 1855 ເຊື່ອວ່າພໍ່ແມ່ຮູ້ກັນດີຢູ່ແລ້ວວ່າການນອນຈຳເປັນຕໍ່ການຈະເລີນເຕີບໂຕຂອງເດັກເກີດໃໝ່ຫຼາຍພຽງໃດ ແຕ່ຈະເປັນແນວໃດຫາກລູກນ້ອຍຂອງທ່ານຫລັບຍາກແຕ່ຕື່ນງ່າຍໄດ້ຍິນສຽງຫຍັງໜ້ອຍໜຶ່ງກໍ່ຕື່ນ ກໍ່ຕົກໃຈຕື່ນສຽງ ແລ້ວ ການທີ່ລູກນອນຕື່ນເລື່ອຍໆ ລະຫວ່າງຕອນກາງເດິກຈະສົ່ງຜົນກະທົບຕໍ່ສະໝອງ ຫຼື ບໍ່ ມື້ນີ້ລາວໂພສຕ໌ມີຄຳຕອບເລື່ອງນີ້ມາຝາກກັນ ເຮົາມາອ່ານກັນເລີຍ. ນອນລັບບໍ່ສະນິດໃຜວ່າບໍ່ດີ ເດັກເກີດໃໝ່ສ່ວນຫຼາຍໃຊ້ເວລາໃນການນອນເກືອບໝົດມື້ ຫຼື 2 ໃນ 3 ຄື 16.6 ຊົ່ວໂມງຕໍ່ວັນ ເມື່ອລູກອາຍຸຄົບໜຶ່ງເດືອນເວລາຂອງການນອນຫລັບຈະລຸດລົງ ສະເລ່ຍປະມານ 15.5 ຊົ່ວໂມງ ຕອນກາງເວັນລັບ 7 ຊົ່ວໂມງ ແລະ ກາງຄືນລັບພຽງ 8.5 ຊົ່ວໂມງ ເມື່ອເດັກນ້ອຍມີອາຍຸຫຼາຍຂຶ້ນຈະໃຊ້ເວລນອນຕອນກາງຄືນຍາວຂຶ້ນ ແຕ່ຈະນອນກາງເວັນສັ້ນລົງ ຈົນຮອດອາຍຸ 3 ປີ ລູກຈະນອນກາງຄືນດົນເຖິງ 11 ຊົ່ວໂມງ ແລະ ນອນກາງເວັນປະມານມື້ລະ 1 ຊົ່ວໂມງ. ດັ່ງນັ້ນ ສຳລັບເດັກນ້ອຍເກີດໃໝ່ມັກຈະຕື່ນນອນໃນໄລຍະສັ້ນໆ ແລະ ລັບໃນໄລຍະສັ້້ນໆ ສະລັບໄປມາ ຕະຫຼອດການນອນລັບໂດຍທັນທີທີ່ຫລັບ ລູກນ້ອຍຈະເຂົ້າສູ່ໄລຍະຝັນ ຫຼື ຊ່ວງທີ່ເອີ້ນວ່າ Rapid Eye Movement (RPM) ກ່ວາ 60% ຂອງການນອນ ຜູ້ເປັນພໍ່ແມ່ຈະສັງເກດໄດ້ວ່າໃນຊ່ວງນີ້ດວງຕາຂອງລູກນອນຫລັບບໍ່ປິດສະນິດ ແຕ່ຄວາມຈິງແລ້ວການຫລັບແບບນີ້ ມີຄວາມສຳພັນກັບການຈະເລີນເຕີບໂຕຂອງສະໝອງ ແລະ ການສ້າງໃຍປະສາດເຊື່ອມຕໍ່ກັນຂອງເຊວປະສາດ (synapse) ຫຼາຍກ່ວາຊ່ວງເວລາທີ່ລູກນອນຫລັບດີສະໜິດດ້ວຍຊ້ຳ. Tagsແມ່ ແລະ ເດັກ ບົດຄວາມຫຼ້າສຸດ ຂ່າວພາຍໃນ ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029 ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)... 13/08/2025 ຂ່າວພາຍໃນ ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ... 13/08/2025 ຂ່າວພາຍໃນ ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ... 12/08/2025 ຂ່າວພາຍໃນ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ... 12/08/2025