spot_img
Homeຂ່າວຕ່າງປະເທດບຣູ​ໄນ​ອາດ​ຂາດ​ດຸນ ​ການ​ຄ້າ​ໜັກ

ບຣູ​ໄນ​ອາດ​ຂາດ​ດຸນ ​ການ​ຄ້າ​ໜັກ

Published on

ລັດຖະບານ​ບຣູ​ໄນ​ຄາດ​ວ່າປີ​ງົບປະມານ 2016-2017 ອາດ​ຂາດ​ດຸນ​ການ​ຄ້າ​ຫຼາຍ​ເຖິງ 3,8 ຕື້​ໂດ​ລາບຣູ​ໄນ​ຫຼື​ເກືອບ 70% ຂອງ​ຮ່າງ​ງົບປະມານ​ທີ່​ສະ​ເໜີ້​ຕໍ່​ລັດ​ສະພາ.

   ທ່ານ ອັລດຸນ ຣາມານ ລັດຖະມົນຕີ​ວ່າການ​ກະຊວງ​ການ​ເງິນ​ຄົນທີ 2 ຖະ​ແຫຼ​ງຕໍ່ກອງ​ປະຊຸມ​ສະພາ​ນິຕິບັນຍັດ​ຄັ້ງ​ທີ່ 12 ທີ່​ກຳລັງ​ດຳ​ເນີນ​ຢູ່​ໃນ​ຂະນະ​ນີ້​ວ່າ ລາຄາ​ນ້ຳມັນ​ທີ່​ຫຼຸດ​ລົງ​ຫຼາຍ​ກວ່າ 70% ຕັ້ງ​ແຕ່​ປີ 2014 ​ເຮັດ​ໃຫ້​ຄາດ​ວ່າ ລັດຖະບານ​ຈະ​ມີ​ລາຍ​ໄດ້​ໃນ​ປີ​ງົບປະມານ 2016-2017 ຢູ່​ທີ່ 1,76 ຕື້​ໂດ​ລາບຣູ​ໄນ ສ່ວນ​ລາຍ​ຈ່າຍ​ຈະ​ຢູ່​ທີ່ 5,6 ຕື້​ໂດ​ລາບຣູ​ໄນ ​ເຮັດ​ໃຫ້​ຍອດ​ຂາດ​ດຸນ​ການ​ຄ້າ​ສູງ​ກວ່າ​ປີ​ງົບປະມານ 2015-2016 ທີ່​ຈະ​ສິ້ນ​ສຸດ​ໃນ​ວັນ​ທີ 31 ມີນາ​ນີ້ປະມານ 68% ສະ​ເພາະ​ລາຍ​ໄດ້​ຈາກ​ນ້ຳມັນ ​ແລະ ​ແກ໊ສ​ໃນ​ປີ​ງົບປະມານ​ທີ່​ຈະ​ມາ​ເຖິງ​ນີ້​ຄາດ​ວ່າ ຈະ​ຕໍ່າ​ກວ່າ​ປີ​ງົບປະມານ​ປະຈຸ​ບັນ​ກວ່າ 70%.

ທ່ານ ຣາມານ​ຊີ້​​ແຈງ​ວ່າ ການ​ຄາດ​ຄະ​ເນ​ຕົວ​ເລກ​ລາຍ​ໄດ້​ຂອງ​ລັດຖະບານ​ໃນ​ປີ​ງົບປະມານ 2016-2017 ​ເປັນ​ການ​ຄາດ​ຄະ​ເນ​ຢ່າງ​ລະ​ມັດ​ລະວັງ​ເພື່ອ​ໃຫ້​ລັດຖະບານ​ຈັດ​ສັນ​ເງິນ​ຢ່າງຮອບ​ຄອບຫຼາຍ​ຂຶ້ນ ທ່ານຣາມານ​ຂໍ​ໃຫ້​ພາກ​ລັດ ​ແລະ ​ເອກະ​ຊົນ​ເພີ່ມ​ປະສິດທິພາບ​ການ​ຜະລິດ​ຢ່າງ​ເຕັມ​ກຳລັງ ຫຼີກ​ເວັ້ນການ​ໃຊ້​ຈ່າຍ​ທີ່​ບໍ່​ຈຳ​ເປັນ ​ແລະ ສ້າງ​ຄວາມ​ຫຼາກ​ຫຼາຍ​ທາງ​ເສດຖະກິດ ພ້ອມ​ກັບ​ອ້າງ​ການ​ຄາ​ດຄະ​ເນ​ຂອງ​ກະຊວງ​ວາງ​ແຜນ​ເສດຖະກິດ ​ແລະ ການ​ພັດທະນາ​ວ່າ ​ເສດຖະກິດ​ປີ 2015 ທີ່​ຜ່ານ​ມາ​ນ່າຈະ​ຫົດ​ຕົວ 1,1% ​ແລະ ຈະ​ກັບ​ມາ​ຂະຫຍາ​ຍຕົວ 2,3%​ໃນ​ປີ​ນີ້.

 

ແຫລ່ງຂ່າວຈາກ

ບົດຄວາມຫຼ້າສຸດ

ອິນເດຍປະກາດເຕືອນໄພລະດັບ ສີແດງ ກຽມຮັບມືຄື່ນຄວາມຮ້ອນຮຸນແຮງສູງເຖິງ 51.9 ອົງສາ

ອິນເດຍປະກາດເຕືອນໄພລະດັບ ສີແດງ ກຽມຮັບມືຄື່ນຄວາມຮ້ອນຮຸນແຮງດັດສະນີຄວາມຮ້ອນສູງເຖິງ 51.9 ອົງສາ ຂະນະດຍວກັນຄຸນນະພາບອາກາດກໍຢູ່ໃນລະດັບ ບໍ່ດີ ດັດສະນີຄຸນນະພາບອາກາດຢູ່ທີ 245 ເຊິ່ງສູງເກີດເກນມາດຕະຖານ ສົ່ງຜົນກະທົບຕໍ່ສຸຂະພາບະຊາຊົນ. ໃນວັນທີ 11 ມິຖຸນາ 2025...

ແຈ້ງເຕືອນ ເຂື່ອນໄຟຟ້າ ອາເລື່ອຍ ຈະມີການປ່ອຍນ້ຳ ໃນວັນທີ 12 ມິຖຸນາ 2025

ແຈ້ງເຕືອນ 5 ເມືອງໃນແຂວງອັດຕະປືກຽມຮັບມື ເຂື່ອນໄຟຟ້າ ອາເລື່ອຍ ຈະມີການປ່ອຍນ້ຳ ໃນວັນທີ 12 ມິຖຸນາ 2025. ອີງຕາມແຈ້ງການຂອງຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງອັດຕະປື ລົງເມື່ອວັນທີ 11 ມິຖຸນາ 2025...

ຊີ້ແຈງແລ້ວ! ກະຊວງ ຍທຂ ຊີ້ແຈງການເປ່ເພຊຸດໂຊມຂອງເສັ້ນທາງຍ້ອນຫຼາຍບັນຫາ.

ຍທຂ ຊີ້ແຈງ ເສັ້ນທາງເປ່ເພ ຍ້ອນກໍ່ສ້າງມາດົນ ນຳໃຊ້ມາດົນ ງົບປະມານທີ່ນຳໃຊ້ໃນການສ້ອມແປງ ໃນແຕ່ລະປີບໍ່ພຽງພໍກັບຄວາມຕ້ອງການ. ໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ຄັ້ງວັນທີ 10 ມິຖຸນາ...

ຕຳຫຼວດຍິງກະສຸນຍາງໃສ່ນັກຂ່າວ ຂະນະລາຍງານຂ່າວສົດ ເຫດການປະທ້ວງໃນນະຄອນລອສແອນເຈີລິສ

ສຸດເດືອດ! ເຈົ້າໜ້າທີ່ຕຳຫຼວດຍິງກະສຸນຍາງໃສ່ນັກຂ່າວ ຂະນະລາຍງານຂ່າວສົດ ເຫດການປະທ້ວງໃນນະຄອນລອສແອນເຈີລິສ ໃນວັນທີ 8 ມິຖຸນາ 2025 ຜ່ານມາ, ສຳນັກຂ່າວຕ່າງປະເທດລາຍງານວ່າ: ນາງ ລໍເຣນ ໂທມາຊີ ນັກຂ່າວຊາວອົດສະຕຣາລີ ຊ່ອງ(9NEWS)...