spot_img
Homeຂ່າວຕ່າງປະເທດ20 ປະ​ເທດ​ຮ່ວມ​​ ຊ້ອມ​ຮົບ​ຢູ່​ ຊາ​ອຸ​ດິດອາຣັບບີ

20 ປະ​ເທດ​ຮ່ວມ​​ ຊ້ອມ​ຮົບ​ຢູ່​ ຊາ​ອຸ​ດິດອາຣັບບີ

Published on

ຊາ​ອຸ​ດິດອາຣັບບີປິ​ດສາກ​ເປັນ​ເຈົ້າພາບ​ການ​ຊ້ອມ​ຮົບ​ຄັ້ງ​ໃຫຍ່​ສຸດ​ຢູ່​ຕາ​ເວັນ​ອອກ​ກາງ​ໃນ​ທ້າຍ​ອາທິດ​ທີ່​ຜ່ານ​ມາ ​ໂດຍ​ມີ 20 ປະ​ເທດ​ເຂົ້າຮ່ວມ.

ຕາມ​ຂ່າວ​ຕ່າ​ງປະ​ເທດ​ລາຍ​ງານ​ວ່າ ຊາ​ອຸ​ດິດອາຣັບບີ​ປິ​ດສາ​ກການ​ເປັນ​ເຈົ້າ​ພາ​ບຊ້ອມ​ຮົບ​ຮ່ວມ​ກັນ​ຄັ້ງ​ໃຫຍ່​ສຸດ​ເທົ່າ​ທີ່​ເຄີຍ​ມີ​ມາ​ໃນ​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ​ໃນ​ວັນ​ທີ 10 ມີນາ​ທີ່​ຜ່ານ​ມາ ​ໂດຍ​ກອງທັບ​ຂອງ​ປະ​ເທດ​ຕ່າງໆ​ນໍາອາວຸດ​ຍຸດ​ໂທ​ປະກອນ​ເຂົ້າ​ຮ່ວມ​ທົດ​ລອງ​ຢ່າງ​ໜາ​ແໜ້ນ, ຊຶ່ງ​ການ​ຊ້ອມ​ຮົບ​ເປັນ​ເວລາ 12 ມື້ ພາຍ​ໃຕ້​ລະຫັດ“​ເນີ​ເທິ​ນທັນ​ເດີ” ມີ​ຂຶ້ນ​ຢູ່​ພື້ນ​ທີ່​ທະ​ເລ​ຊາຍ​ຂອງ​ເມືອງ​ຮາ​ຟ ອັລ-ບາ​ຕິນ ປະມານ 500 ກິ​ໂລ​ແມັດ ທາງ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ນະຄອນຣິຍາດ​ໃກ້​ເຂດ​ຊາຍ​ແດນ​ກູ​ເວດ ​ແລະ ອີຣັກ ​ໂດຍ​ມີ​ກອງທັບ 20 ປະ​ເທດ​ຈາກ​ຕາ​ເວັນ​ອອກ​ກາງ, ອາ​ຟຣິກາ ​ແລະ ອາຊີ ​ເຂົ້າ​ຮ່ວມ ລວມ​ເຖິງ ປາ​ກິດ​ສະຖານ, ມາ​ເລ​ເຊຍ, ຕວັກ​ກີ, ​ເອຢິບ, ​ໂມຣອັກ​ໂກ, ຈໍ​ແດນ ​ແລະ ຊູ​ດັງ ຊຶ່ງ​ແຕ່ລະ​ປະ​ເທ​ດ​ໄດ້​ນຳ​ອາວຸດ​ຮຸ່ນ​ໃໝ່​ຫຼາກຫຼາຍ​ຊະນິດ​ເຂົ້າ​ຮ່ວມ​ທົດ​ລອງ.

   ​ເຈົ້າ​ໜ້າ​ທີ່​ຊາ​ອຸ​ດິດອາຣັບບີ​ກ່າວ​ວ່າ ການ​ຊ້ອມ​ຮົບ​ໃນ​ຄັ້ງ​ນີ້​ນັບ​ເປັນ​ຄັ້ງ​ສຳຄັນ​ສຸດ ​ແລະ ​ໃຫຍ່​ທີ່​ສຸດ​ໃນປະ ຫວັດສາດ​ຂອງ​ພາກ​ພື້ນ ​ໃນ​ວັນ​ທີ 10 ມີນາ​ຊຶ່ງ​ເປັນ​ມື້​ສຸດ​ທ້າຍ ມີ​ການ​ຈຳລອງ​ເຫດການ​ສູ້​ຮົບ​ເໝືອນ​ຈິງ​ເປັນ​ເວລາ 2 ຊົ່ວ​ໂມງ ​ໂດຍ​ຝູງ​ບິນ​ຮົບ​ຂັບ​ໄລ່, ​ເຮ​ລິ​ກອບ​ແຕ​ໂຈມ​ຕີ​ລົດ​ຖັງ ​ແລະ ປືນ​ໃຫຍ່.

 

ແຫລ່ງຂ່າວຈາກ: http://www.sedthakid.la/

ບົດຄວາມຫຼ້າສຸດ

ທຫລ ຈະກໍານົດເພດານອັດຕາເງິນຝາກ-ເງິນກູ້ ທີ່ເປັນເງິນຕາຕ່າງປະເທດ ຍົກສູງການຖືຄອງເງິນກີບ

ທຫລ ຈະກໍານົດເພດານອັດຕາເງິນຝາກ-ເງິນກູ້ ທີ່ເປັນເງິນຕາຕ່າງປະເທດ ຍົກສູງການຖືຄອງເງິນກີບ ໃນວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 10 ມິຖຸນາ 2025 ນີ້, ທ່ານ...

ຂົວມິດຕະພາບ ລາວ-ໄທ ແຫ່ງທີ V ກໍ່ສ້າງໂດຍລວມສໍາເລັດແລ້ວ 98,4%

ຂົວມິດຕະພາບ ລາວ-ໄທ ເປັນສັນຍາລັກ ຮ່ວມສົ່ງເສີມການຄ້າ-ການລົງທຶນ-ການທ່ອງທ່ຽວ ໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ V ບໍລິຄຳໄຊ-ບຶງການ ແມ່ນໜຶ່ງໃນໂຄງ ການທີ່ເປັນສັນຍາລັກແຫ່ງການຮ່ວມມື ລະຫວ່າງ ສອງປະເທດ ລາວ-ໄທ ໃນການນໍາໃຊ້ທ່າແຮງ...

ສຽງແຫ່ງຄວາມພາກພູມໃຈສຳລັບຄວາມຫຼາກຫຼາຍທາງເພດ ແລະ ຄວາມເທົ່າທຽມໃນ ສປປ ລາວ

ທະວັດໄຊ ໄຊຍະກຸມມານ, ອາຍຸພຽງ 35 ປີ, ແຕ່ລາວໃສ່ໝວກຂອງການເຮັດຫຼາຍບົດບາດ. ລາວບໍ່ໄດ້ເປັນ ພຽງແຕ່ ພະນັກງານນຳທ່ຽວດີເດັ່ນທີ່ໄດ້ສ້າງຄວາມປະທັບໃຈໃຫ້ແກ່ນັກທ່ອງທ່ຽວທີ່ມາຢ້ຽມຊົມຄວາມສວຍສົດງົດງາມຂອງ ສປປ ລາວ, ແຕ່ຍັງເປັນເຈົ້າຂອງທຸລະກິດນຳອີກ. ແຕ່ບົດບາດທີ່ເຮັດໃຫ້ລາວພາກພູມໃຈຫຼາຍທີ່ສຸດຄື: ການເຮັດໜ້າທີເປັນກະບອກ ສຽງໃຫ້ແກ່ກຸ່ມຄົນທີ່ມີຄວາມ...

ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ພ້ອມພິຈາລະນາ ຮັບຮອງບັນຫາສໍາຄັນ ຂອງປະເທດຊາດ ໃນຕອນເຊົ້າວັນທີ 9 ມິຖຸນານີ້ ທີ່ຫໍສະພາແຫ່ງຊາດ, ກອງປະຊຸມສະໄໝສາມັນ ເທື່ອທີ...