spot_img
Homeຂ່າວຕ່າງປະເທດກອງທັບອາກາດສະຫະລັດຯ ກຽມສົ່ງເຮືອບິນຖິ້ມລະເບີດ ເບ-52 ໂຈມຕີໄອເອັສ ຢູ່ອີຣັກ ແລະ ຊີຣີ!

ກອງທັບອາກາດສະຫະລັດຯ ກຽມສົ່ງເຮືອບິນຖິ້ມລະເບີດ ເບ-52 ໂຈມຕີໄອເອັສ ຢູ່ອີຣັກ ແລະ ຊີຣີ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 9 ມີນາຜ່ານມານີ້ວ່າ ກອງທັບສະຫະລັດອາເມຣິກາ ຢືນຢັນກຽມພ້ອມ ສົ່ງເຮືອບິນຖິ້ມລະເບີດ ເບ-52 (B-52) ຊຶ່ງເປັນເຮືອບິນຍຸດທະສາດຂອງຕົນ ໄປປະຕິບັດການໂຈມຕີທາງອາກາດ ຖະຫລົ່ມກຸ່ມລັດອິດສະລາມ ຫລື ໄອເອັສ ໃນປະເທດຊີຣີ ແລະ ອີຣັກ, ຕາມການເປີດເຜີຍຂອງ ພົນເອກ ຮັອກ ຄາລິສລີ ຜູ້ບັນຊາການກອງທັບອາກາດສະຫະລັດອາເມຣິກາ ໄດ້ລະບຸວ່າ ເຮືອບິນຖິ້ມລະເບີດ ເບ-52 ຈຳນວນຫລາຍລຳ ຈະຖືກສົ່ງໄປປະຕິບັດການຢູ່ອີຣັກ ແລະ ຊີຣີ ໃນເດືອນເມສານີ້.

ທັງນີ້ ປັດຈຸບັນ ກອງທັບອາກາດສະຫະລັດອາເມຮິກາ ມີເຮືອບິນຍຸດທະສາດ ເບ-52 ປະຈຳການຢູ່ຈຳນວນ 58 ລຳ ແລະ ສຳຮອງອີກ 18 ລຳ ຊຶ່ງສັກກະຍະພາບຂອງເຮືອບິນລຸ້ນນີ້ ແມ່ນເປັນເຮືອບິນໄອພົ່ນ 8 ເຄື່ອງຈັກ ບິນໄດ້ໄກເຖິງ 8,800 ໄມ ແລະ ເປັນເຮືອບິນທີ່ສາມາດບັນທຸກຂີປະນາວຸດຕ່າງໆ ລວມນ້ຳໜັກໄດ້ເຖິງ 3,181 ກິໂລກຣາມ.

NjpUs24nCQKx5e1D8c71idihdZOfJwlZVRColNj7Zm8

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...