spot_img
Homeຂ່າວການພັດທະນາຄຈສພ ເຜີຍ­ແຜ່​ເອ­ກະ­ສານ​ ເລືອກ​ຕັ້ງ ສສຊ ແລະ​ ສສຂ

ຄຈສພ ເຜີຍ­ແຜ່​ເອ­ກະ­ສານ​ ເລືອກ​ຕັ້ງ ສສຊ ແລະ​ ສສຂ

Published on

   ວັນ​ທີ 7 ມີ­ນາ 2016 ຄະ­ນະ​ຈັດຕັ້ງ​ສູນ​ກາງ​ພັກ (ຄຈສພ) ໄດ້​ຈັດ​ກອງປະ­ຊຸມ​ເຜີຍ­ແຜ່​ເຊື່ອມ​ຊຶມ​ເອ­ກະ­ສານ​ກ່ຽວ ກັບ​ການ​ປ່ອນ​ບັດ​ເລືອກ​ຕັ້ງ​ສະ­ມາ­ຊິກ​ສະພາ​ແຫ່ງ​ຊາດ (ສສຊ) ຊຸດ​ທີ VIII ແລະ ສະ­ມາ­ຊິກ​ສະ­ພາ​ຂັ້ນ​ແຂວງໂດຍ​ການເຜີຍ­ແຜ່​ຂອງ ສະ­ຫາຍ ທອງ​ຈັນ ໂຂງ​ພູມຄຳ ແລະ ສະ­ຫາຍ ວັນ​ໄຊ ພອງ​ສະ­ຫວັນ ຄະ­ນະ​ພັກຄະ­ນະ​ຈັດ​ຕັ້ງ​ສູນ​ກາງ​ພັກ, ມີພະ­ນັກ­ງານ-ສະ­ມາ­ຊິກ​ພັກ​ທົ່ວ​ສຳ­ນັກ​ງານ​ຄຈສພ​ເຂົ້າ​ຮ່ວມ.

   ເອ­ກະ­ສານ​ທີ່​ນຳ​ມາ​ເຜີຍ­ແຜ່​ປະ­ກອບມີ​ກົດ­ໝາຍ​ວ່າ​ດ້ວຍ​ການ​ເລືອກ​ຕັ້ງ, ມະ­ຕິຕົກ­ລົງ​ຂອງ​ກົມ​ການ­ເມືອງ​ສູນ​ກາງ​ພັກ ເລກ​ທີ 29 ລົງ​ວັນ​ທີ 21 ທັນ­ວາ 2015 ວ່າ​ດ້ວຍ​ການ​ເພີ່ມ​ທະ­ວີ​ການ​ຊີ້​ນຳ​ຂອງພັກ​ຕໍ່​ການ​ເລືອກ​ຕັ້ງ​ສະ­ມາ­ຊິກ​ສະ­ພາແຫ່ງ​ຊາດ​ຊຸດ​ທີ VIII ແລະ​ສະ­ມາ­ຊິກ​ສະພາ​ປະ­ຊາ­ຊົນ​ແຂວງ, ນະ­ຄອນ­ຫຼວງ​ໄລຍະ 2016-2020, ຄຳ​ແນະ­ນຳ​ຂອງ​ຄະນະ​ກຳ­ມະ­ການ​ໂຄ­ສະ­ນາ ແລະ​ປຸກ­ລະ­ດົມຂະ​ບວນ​ການ​ໃນ​ບັ້ນ​ເລືອກ​ຕັ້ງ, ຄຳ​ແນະນຳ​ວ່າ​ດ້ວຍ​ການ​ໂຄ­ສະ­ນາ​ຫາ​ສຽງ​ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ,

ຄຳ​ແນະ­ນຳ​ຂອງ​ຄະ­ນະ​ກຳ­ມະ­ການເລືອກ​ຕັ້ງ​ລະ­ດັບ​ຊາດ​ກ່ຽວ​ກັບ​ການ​ປ່ອນບັດ, ການ​ນັບ​ຄະ­ແນນ​ສຽງ ແລະ​ປະ ກາດ​ຜົນ​ຂອງ​ການ​ເລືອກ​ຕັ້ງ​ທັງ​ໝົດ​ນັ້ນກໍ​ເພື່ອ​ສ້າງ​ຄວາມ​ຮັບ​ຮູ້​ເຂົ້າ­ໃຈ​ໃຫ້​ຜູ້​ມີສິດ​ປ່ອນ​ບັດ​ເລືອກ​ຕັ້ງ​ໄດ້​ເຂົ້າ­ໃຈ​ຢ່າງເລິກ­ເຊິ່ງ​ເຖິງ​ຄວາມ​ໝາຍ​ສຳ­ຄັນ​ໃນ​ບັ້ນເລືອກ​ຕັ້ງ​ຄັ້ງ​ນີ້ແນ­ໃສ່​ໃຫ້​ຜູ້​ມີ​ສິດ​ປ່ອນ​ບັດເລືອກ​ຕັ້ງ​ໄດ້​ໃຊ້​ສິດ​ປະ­ຊາ­ທິ­ປະ­ໄຕ​ຂອງຕົນ​ຢ່າງ​ເຕັມ​ສ່ວນທັງ​ຮັບ­ປະ­ກັນ​ໃຫ້​ຜູ້​ມີ​ສິດ​ປ່ອນ​ບັດ​ເລືອກ​ຕັ້ງ​ໄດ້​ໄປ​ໃຊ້​ສິດ 100%.

ທີ່ມາ:logo

 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...