spot_img
Homeຂ່າວທ້ອງຖິ່ນມສ. ຊົນເຜົ່າແຂວງຈໍາປາສັກ ຈັດການແຂ່ງຂັນສິລະປະວັນນະຄະດີ ປະຈຳປີ 2015-2016

ມສ. ຊົນເຜົ່າແຂວງຈໍາປາສັກ ຈັດການແຂ່ງຂັນສິລະປະວັນນະຄະດີ ປະຈຳປີ 2015-2016

Published on

ໂຮງຮຽນ ມສ. ຊົນເຜົ່າແຂວງຈໍາປາສັກ ຈັດການແຂ່ງຂັນສິລະປະວັນນະຄະດີ ປະຈຳປີ 2015-2016

ເພື່ອເປັນການສົ່ງເສີມສິລະປະວັນນະຄະດີໃຫ້ຕິດພັນກັບການຮຽນ-ການສອນ ໃຫ້ນັກຮຽນຮູ້ຮັກສາຮີດຄອງ ປະເພນີວັດທະນະທຳອັນດີງາມ ເປັນຜູ້ສືບທອດມໍລະດົກອັນລໍ້າຄ່າ ທີ່ບັນພະບູລຸດໄດ້ສ້າງປະໄວ້ບໍ່ໃຫ້ສູນສິ້ນໄປ ພ້ອມນັ້ນ ກໍເປັນການປຸກຈິດສຳນຶກ ສ້າງໂອກາດໃຫ້ນັກຮຽນຜູ້ທີ່ມີພອນສະຫວັນ ໄດ້ກ້າສະແດງອອກບົນເວທີອັນມີກຽດສະຫງ່າ ການແຂ່ງຂັນສິລະປະວັນນະຄະດີ ປະຈຳສົກປີ 2015-2016 ໄດ້ຈັດຂຶ້ນຢູ່ສະໂມສອນຂອງໂຮງຮຽນ ມສ. ຊົນເຜົ່າແຂວງຈໍາປາສັກ ໃນວັນທີ 04 ມີນາ 2016 ຜ່ານມາ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ສົມສະໜິດ ອະພິເດດ ຜູ້ອຳນວຍການ ມສ. ຊົນເຜົ່າ ແຂວງຈຳປາສັກ ມີພະນັກງານ ຄູ-ອາຈານ ນ້ອງນັກຮຽນແຕ່ຊັ້ນ ມ.1 – ມ.7 ເຂົ້າຮ່ວມ.

ການແຂ່ງຂັນສິລະປະວັນນະຄະດີ ຈັດເປັນ 2 ຮຸ່ນຄື ຮຸ່ນເຍົາວະຊົນ ແຕ່ຊັ້ນ ມ.1-ມ.3 ແລະ ຮຸ່ນຊາວໝຸ່ມ ແຕ່ຊັ້ນ ມ.4-ມ.7 ໂດຍການແຂ່ງຂັນຈັດເປັນລາຍການຟ້ອນເຊັ່ນ ຟ້ອນທ່ຽວຊົມຫຼວງພະບາງ ຟ້ອນອວຍພອນ ຟ້ອນສົ່ງພອນປີໃໝ່ ຟ້ອນແດນແຫ່ງອິດສະຫຼະ ຟ້ອນສາວລາວມ່ວນຊື່ນ ຟ້ອນມ່ວນແທ້ບ້ານເຮົາ ຟ້ອນຊາດລາວເຜົ່າລາວ ຟ້ອນແກ້ວຫຼັກເມືອງ ຟ້ອນຊົມເຊີຍຄູ ຟ້ອນລຳຕັ່ງຫວາຍ ຟ້ອນສຽງແຄນລາວ ຟ້ອນສາວລາວຕຳແຜ່ນ ຟ້ອນສີພາຍລາວ ຟ້ອນແສງອາລຸນ ຟ້ອນຫົງຟ້າ ເຊິ່ງແຕ່ລະລາຍການນັ້ນ ບັນດານັກຮຽນໄດ້ໃຊ້ຄວາມຄິດຂອງຕົນເອງ ບວກກັບຄູ-ອາຈານ ແນະນຳຊ່ອຍ ໃນການຄົ້ນຄິດປະດິດຄິດແຕ່ງບົດຟ້ອນຕ່າງໆ ເຊິ່ງສາມາດສ້າງສີສັນທີ່ເປັນໜ້າຈັບອົກຈັບໃຈເມື່ອໄດ້ເບິ່ງໄດ້ຊົມເວລານັກຮຽນຂຶ້ນສະແດງອອກຢູ່ບົນເວທີ.

ຜ່ານການແຂ່ງຂັນຮຸ່ນເຍົາວະຊົນ ຊະນະເລີດແມ່ນ ຫ້ອງ ມ.1/1 ທີ່ມີບົດຟ້ອນມ່ວນຊື່ນບ້ານເຮົາ ອັນດັບ 2 ແມ່ນຫ້ອງ ມ.2/2 ໃນບົດຟ້ອນອວຍພອນ ອັນດັບທີ 3 ແມ່ນ ຫ້ອງ ມ.3/2 ບົດຟ້ອນແດນແຫ່ງອິດສະຫຼະ ສຳລັບຮຸ່ນຊາວໝຸ່ມ ຊະນະເລີດແມ່ນ ຫ້ອງ ມ.5/1ໃນບົດຟ້ອນສີພາຍລາວ ອັນດັບ 2 ແມ່ນຫ້ອງ ມ.7/1 ບົດຟ້ອນແດນແຫ່ງອິດສະຫຼະ ແລະທີ 3 ແມ່ນຫ້ອງ ມ.6/1 ໃນບົດຟ້ອນສາວລາວຕຳແຜ່ນ ສຳລັບລາງວັນຊະນະເລີດແມ່ນໄດ້ຮັບເງິນ 110.000 ກີບ ພ້ອມປື້ມ 11 ຫົວ ຮອງຊະນະເລີດ ໄດ້ຮັບເງິນ 90.000 ກີບ ພ້ອມປຶ້ມ 10 ຫົວ ອັນດັບທີ 3 ໄດ້ຮັບເງິນ 70.000 ກີບ ພ້ອມດ້ວຍປຶ້ມ 8 ຫົວ ແລະ ຍັງມີລາງວັນຊົມເຊີມໃຫ້ແຕ່ລະທີມທີ່ເຂົ້າຮ່ວມ.
ແຫລ່ງຂ່າວຈາກ: http://www.vtetoday.la/

ບົດຄວາມຫຼ້າສຸດ

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ...

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...